ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງທະຫານ ໄປຕື່ມ 3,000 ຄົນ ໃນ ອັຟການິສຖານ


ເຮືອບິນເຮລິຄອບເຕີກອງທັບແຫ່ງຊາດອັຟການິສຖານ ກຳລັງ ບິນຜ່ານລົດທະຫານສະຫະລັດຄັນນຶ່ງ ທີ່ ຖານທັບອາກາດ Kandahar ປະເທດ Afghanistan.
ເຮືອບິນເຮລິຄອບເຕີກອງທັບແຫ່ງຊາດອັຟການິສຖານ ກຳລັງ ບິນຜ່ານລົດທະຫານສະຫະລັດຄັນນຶ່ງ ທີ່ ຖານທັບອາກາດ Kandahar ປະເທດ Afghanistan.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Jim Mattis ກ່າວ​ວ່າ ສະຫະລັດກຳລັງ​
ສົ່ງ​ທະຫານ 3,000 ຄົນ​ໄປ​ອັຟກາ​ນິສຖານ ​ແລະ​ເພີ້ມຂຶ້ນ​ເກີນ 25 ​ເປີ​ເຊັນ​ ຂອງ​ກຳລັງ​ທະຫານສະຫະລັດຢູ່​ທີ່​ນັ້ນ.

ທ່ານ Mattis ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ທຳນຽບຫ້າ​ແຈໃນວັນ​ຈັນ​ວານ​ນີ້​ວ່າ ກຳລັງທະ
ຫານ​ສະຫະລັດ ທີ່​ເພີ້​ມຂຶ້ນຈະ “​ກາຍ 3,000” ຄົນ ​ແຕ່​ທ່ານ​ປະ​ຕິ​ເສດທີ່​ຈະບອກຈຳ
ນວນ​ທີ່​ສະ​ເພາະ​ເຈາະ​ຈົງ. ທ່ານ​ກ່າວ​ວ່າ “ຄວາມ​ຈິງ​ແລ້ວ ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ເຊັນ
ຄຳ​ສັ່ງຫລ້າ​ສຸດ​ໃນປັດຈຸບັນ​ນີ້​ເທື່ອ.”

ທ່ານ Mattis ກ່າວ​ວ່າ “ສ່ວນ​ໃຫຍ່​ຂອງ​ເຂົາ​ເຈົ້າ​ແມ່ນ​ກຳລັງ​ເດີນທາງ​ໄປຫລືໄດ້ຮັບ​ຄຳ
​ສັ່ງແລ້ວ​ໃນ​ເວລາ​ນີ້ ​ແລະ​ຂ້າພະ​ເຈົ້າ​ບໍ່​ຢາກ​ໃຫ້​ລາຍ​ລະອຽດ​ໃດ​ໆເພີ້​ມ​ເຕີມ ທີ່​ຈະ​ຊ່ວຍ
ພວກ​ສັດຕູ.”

ນາຍ​ທະຫານ​ຊັ້ນສູງ​ຂອງທຳນຽບຫ້າ​ແຈ ​ໄດ້​ຮ້ອງ​ສະຖານະ​ການປັດ​ຈຸ​ບັນຢູ່​ໃນ​ອັຟກາ​
ນິສຖານ​ວ່າ "ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ” ແລະຂໍ​ຮ້ອງໃຫ້​ສົ່ງກຳລັງ​ໄປ​ຕື່ມ.

ການ​ສົ່ງ​ກຳລັງ​ໄປ​ຕື່ມ​ເທື່ອ​ໃໝ່ນີ້ ​ຈະເຮັດ​ໃຫ້​ທະຫານອາ​ເມ​ຣິກັນ ຢູ່​ປະ​ເທດເອ​ເຊຍ​ໃຕ້
ດັ່ງກ່າວ ​ເພີ້ມຂຶ້ນຂຶ້ນ​ເປັນ 14,000 ຄົນ ​ໃນ​ຂະນະ​ທີ່ວັນ​ຄົບ​ຮອບ 16 ປີຂອງ​ສົງຄາມ​ຢູ່
ທີ່​ນັ້ນພວມ​ຈະ​ກ້າວມາ​ເຖິງ. ກຳລັງ​ທະຫານ​ສະຫະລັດ​ໄດ້​ເຂົ້າ​ໄປ​ປະຕິບັດ​ງານ​ໃນອັຟ
ກາ​ນິສຖານ ​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ທີ່​ໄດ້​ນຳພາ​ໂດຍ ພວກ Taliban ​ແລະ​ບັນດາ​ສະມາຊິກຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນ​ທ້າຍ​ປີ 2001 ຫລັງ​ຈາກທ້າວ Osama
bin Laden ​ໄດ້​ສັ່ງ​ໃຫ້​ໂຈມ​ຕີນະຄອນ New York ​ແລະ Washington ​ໃນ​ວັນ​ທີ 11
​ເດືອນ​ກັນ​ຍາຂອງ​ປີ​ນັ້ນ.

​ໃນການ​ຕັດສິນ​ໃຈ​ສົ່ງ​ທະຫານ​ໄປເພີ້​ມນີ້​ ປະທານາທິບໍດີ ດໍ​ໂນ​ລ ທຣໍາ​ໄດ້​ປ່ຽນ​ໃຈກ່ຽວ
​ກັບວ່າ ຈະ​ຮັບ​ມື​ແບບ​ໃດ​ກັບ​ບັນຫາຂັດ​ແຍ້​ງຢູ່​ໃນ​ອັຟກາ​ນິສຖານ ​ຊຶ່ງ ​ເປັນສົງຄາມ​ທີ່​
ຍາວ​ນານ​ທີ່​ສຸດຂອງ​ສະຫະລັດ. ກ່ອນ​ການ​ເລືອກ​ຕັ້ງ​ໃນ​ປີ​ກາຍ​ນີ້ ທ່ານ​ທຣໍາຜູ້​ສະໝັກ​
ໄດ້​ຮຽກຮ້ອງຢູ່​ເປັນ​ປະ​ຈຳ​ໃຫ້ຖອນ​ທະຫານ​ສະຫະລັດ​ທັງ​ໝົດ​ອອກ​ຈາກ​ອັຟກາ​ນິສຖານ.

​ໃນ​ສິງຫາ​ຜ່ານ​ມານີ້ ​ເຖິງ​ຢ່າງ​ໃດ​ກໍ​ດີ ປະທານາທິບໍດີ​ທຣໍາກ່າວວ່າ ທ່ານ​ໄດ້ສະໜອງ​
ຕອບ​ຕໍ່​ການຮ້ອງ​ຂອງ​ບັນດາ​ຜູ້​ບັນຊາ​ການ​ທະ​ຫານ ໃຫ້ສົ່ງ​ກຳລັງ​ໄປ​ເພີ້ມ ແລະ​ຈັດຕັ້ງ​
ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ “​ວິທີ​ໂດຍທີ່​ໃຊ້​ເງື່ອນ​ໄຂ​ເປັນ​ພື້ນຖານ” ​ເພື່ອ​ຊັ່ງ​ຊາ​ລະ​ດັບ​ກຳລັງ
​ແລະ​ການ​ປະຕິບັດ​ງານ​ຂອງ​ທະຫານ​ຢູ່ໃນ​ອັຟກາ​ນິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Afghanistan
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG