ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​ສະໜັບສະໜູນ ລາວ ໃນການປະເມີນຜົນ ເພື່ອສ້າງ ແຜນ​ແມ່​ບົດ ຄວບ​ຄຸມຢາ​ເສບ​ຕິດ


ບັນດາເຈົ້າໜ້າທີ່ UNODC ແລະຄະນະຮ່ວມງານ ອົງການຈັດ ຕັ້ງຕ່າງໆ ກຳລັງເຮັດວຽກຊັ່ງຊາກ່ຽວກັບຂົງເຂດ.
ບັນດາເຈົ້າໜ້າທີ່ UNODC ແລະຄະນະຮ່ວມງານ ອົງການຈັດ ຕັ້ງຕ່າງໆ ກຳລັງເຮັດວຽກຊັ່ງຊາກ່ຽວກັບຂົງເຂດ.

ສະຫະລັດ ​ໄດ້​ໃຫ້​ທຶນ​ສະໜັບສະໜູນ ກອງ​ປະຊຸມ​ວຽກ​ງານ​ການ​
ປ​ະເມີນ​ຜົນ​ລະ ດັບ​ພາກ​ພື້ນ​ດັ່ງກ່າວ ​ໃນ​ວັນ​ທີ 10 ຫາ 23 ສິງຫາ
ຜ່ານມານີ້ ຊຶ່ງຈັດ​ໂດຍ​ ອົງ ການຕ້ານ​ຢາ​ເສບ​ຕິດ​ແລະ​ອາດຊະ​
ຍາ​ກຳຂອງສະຫະ​ປະຊາ​ຊາດ ຫຼື UNODC​ເປັນ​ຜູ້​ຊ່ວຍ​ ໃນ​ການ
ສ້າງ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ວຽກ​ງານຄວບ​ຄຸມຢາ​ເສບ​ຕິດ​ສຳ ລັບ​ປີ
2016 ຫາ 2020​. ​ໂດຍ​ມີ​ ທ່ານ ດຣ. ບຸນ​ປອນ ສິຣິວົງ ຮອງປະ
ທານຄະນະກຳມະການແຫ່ງຊາດເພື່ອກວດກາແລະຄວບຄຸມຢາເສບຕິດສູນກາງເປັນ
ປະ​ທານ ​ແລະ​ພາຍໃຕ້​ການໃຫ້​ຄຳ​ແນະ​ນຳຈາກທ່ານ​ Marcus Baltzer ທີ່​ປຶ​ກ ສາ​ຈາກ ອົງການ​ UNODC.

​ໃນ​ວຽກ​ງານ​ປະ​ເມີນ​ຜົນ​ຄັ້ງ​ນີ້ ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ກວດກາ ​ແລະ​ຄວບ​ຄຸມ​ຢາ
​ເສບ​ຕິດ ພ້ອມ​ດ້ວຍ ອົງການຕ້ານ​ຢາ​ເສບ​ຕິດ ​ແລະ​ອາດຊະຍາ​ກຳ ​ສະຫະປະຊາຊາດ ໄດ້
​ຈັດໃຫ້​ມີ​ກອງ​ປະຊຸມ ລະ​ດັບ​ວິຊາ​ການຂື້ນ ຫລາຍໆ​ຄັ້ງ ​ເພື່ອ​ພົບ​ປະ ​ແລະ​ແລກປ່ຽນ​ຄຳ​ຄິດ
​ຄຳ​ເຫັນກັບ​ຫລາຍ​ພາກສ່ວນ​ທີ່​ກ່ຽວຂ້ອງຂັ້ນ​ ແຂວງ​ກໍ່​ຄື ຂັ້ນ​ຮາກ​ຖານ​ໃນ​ຂອບ​ເຂດ​ທົ່ວ​
ປະ​ເທດ​ ເຊັ່ນ​ຫ້ອງການ​ກວດກາແລະ​ຄວບ​ຄຸມ​ຢາ​ເສບ​ຕິດ ພະ​ແນ​ກສາທາລະນະ​ສຸກ
ຫ້ອງການ ປກສ ພະ​ແນ​ກຍຸຕິ​ທຳ ສານ ​ແລະ​ໄອ​ຍະ​ການແລະ​ພະ​ແນ​ກສຶກສາ. ນອກ​ຈາກ
​ນີ້​ທາງ​ທິມງານຍັງ ​ໄດ້​ລົງ​ຕິດ​ຕາມ​ຢ້ຽມຢາມ ໜ່ວຍ​ງານ​ປະຕິບັດ​ກົດໝາຍ​ອື່ນໆ​ອີກ​ເຊັ່ນ
ດ່ານ​ກວດ​ຄົນ​ເຂົ້າອອກ​ເມືອງ ສາກົນ​ຊ່ອງ​ເມັກ. ​ໃນ​ການ​ພົບ​ປະ​ປຶກສາ​ຫາລື​ນີ້ ຈະ​ໄດ້​ລົງ
​ເລິກ ​ແລະ​ເນັ້ນ​ໜັກ​ໃນ​ຫລາຍໆ​ດ້ານ​ ເຊັ່ນ ຜົນສຳ​ເລັດ​ລະດັບ​ຄາດໝາຍ ບົດ ຮຽນ​ທີ່​ຖອດ​
ຖອນ​ໄດ້ ຂໍ້​ຫຍຸ້​ງຍາກ ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ ​ໃນ​ການຈັດ​ຕັ້ງ​ປະຕິ​ແຜນ​ແມ່​ບົດ​ໃນ​ລະຍະ
​ຜ່ານ​ມາ​ກໍ​ຄືແຕ່​ປີ 2009 ຫາ 2015. ຂໍ້​ມູນແລະ​ຄຳ​ແນະ ນຳ​ຕ່າງໆ ຈາກ​ການ​ລົງ​ປະ​ເມີນ
​ຜົນ​ຄັ້ງ​ນີ້​ຈະ​ເປັນ​ສ່ວນ​ສຳຄັນໃນການ​ຮ່າງ ​ແລະ​ສ້າງແຜນ​ແມ່​ບົດ ວ່າ​ດ້ວຍ​ວຽກ​ງານ​ຄວບ
​ຄຸມ​ຢາ​ເສບ​ຕິດ ນັບ​ແຕ່​ປີ 2016 ຫາ 2020.

ທ່ານ​ກຸ ຈັນ​ສີນາ ປະ​ທານ ຄະນະ​ກຳມະການ ​ແຫ່ງ​ຊາດ ​ເພື່ອ​ກວດກາ ​ແລະ​ຄວບ​ຄຸມ​ຢາ
​ເສບ​ຕິດສູນກາງ ​ໄດ້​ກ່າວ​ວ່າ “ການ​ລົງ​ພົບ​ປະ ປຶກສາ​ຫາລື ​ເປັນ​ວຽກ​ງານ​ສຳ​ຄັນ ທີ່​ຈະ​
ຊ່ວຍ​ໃຫ້ຄະນະກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດສູນ​ກາງ
ສາມາດ​ສ້າງ​ແຜນ​ແມ່​ບົດ​ໃຫ້​ໄດ້​ຕາມ​ມາດ​ຕະຖານ ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ທຸກ​
ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່ອ​ໃຫ້​ສາມາດ​ປະຕິ​ບັດ​ໄດ້ ​ແລະ​ນຳ​ໃຊ້​ທຶນ​ຢ່າງ​ມີ​ປະສິດທິພາບ.”
​ແຜນ​ແມ່​ບົດ​ສ້າງ​ຂື້ນ​ແມ່ນ​ແນ​ໃສ່ ​ເພື່ອແກ້​ໄຂ​ບັນຫາ​ທີ່​ເກີດ​ຂື້ນ​ໃນ​ປັດຈຸບັນ ​ແລະ​ກໍ​ຄື​ໃນ​
ລະຍະ​ຜ່ານ​ມາ ຕໍ່​ບັນຫາ​ຜູ້​ທີ່​ເຄີຍ​ສູບ​ຝິ່ນ ຜູ້​ຕິດ​ຢາ​ເສບ​ຕິດ ​ແລະ​ກຸ່​ມຄົນ​ອື່ນໆ ທີ່​ໄດ້ຮັບ
ຜົນ​ກະທົບ​ຈາກ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ​ເພື່ອ​ໃຫ້​ສາມາດປະຕິບັດ​ໄດ້​ຕາມ​ເປົ້າ​ໝາຍ
ທາງ​ຄະນະ​ທິມງານ ຈຶ່ງ​ເຂົ້າຖິງ​ບັນດາ​ກຸ່ມ​ຄົນທີ່​ໄດ້​ຮັບ​ຜົນ​ກະທົບ​ເພື່ອ​ໃຫ້ພວກ​ເຂົາເຈົ້າ​
ເຫຼົ່າ ​ນັ້ນ ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ເມີນ​ຜົນຄັ້ງ​ນີ້.

ຄະນະ​ທິມງານ​ປະ​ເມີນ​ຜົນ ຈະ​ໄດ້​ພົບ​ປະ​ຫາລື​ກັນ​ອີກ ​ໃນ​ເດືອນ​ກັນຍານີ້.

The U.S. government sponsored an August 10-23 regional assessment mission by the United Nations Office on Drugs and Crime (UNODC) to help inform the design of the Lao Drug Control Master Plan 2016-2020. The mission was led by Dr. Bounpone Sirivong, Deputy Head of the Lao Commission for Drug Control and Supervision along with Mr. Marcus Baltzer, a consultant with UNODC.

As part of the assessment, LCDC together with UNODC held a series of meetings with local government officials across Laos including the Provincial Committee for Drug Control and Supervision, the Provincial Public Health Department, and the Provincial Drug Control Police, Provincial Justice Department. They also met with law enforcement officials at the Xong Mek border crossing. The meeting addressed implementation of the previous comprehensive national drug control master plan from 2009-2015, focusing on achievements, lessons learned, and challenges faced. These recommendations will help LCDC draft the comprehensive drug control master plan for 2016-2020.

“The consultative process will help LCDC ensure that the Drug Control Master Plan will meet the needs of all stakeholders in ways that are practical and cost effective” said Mr. Kou Chansina, Chairman of LCDC. The Master Plan aims to address the day-to-day realties of current and former opium farmers, of drug users, and of people who are affected by the flow of illicit drugs, said Mr. Kou.

The assessment group plans to meet again in September.

XS
SM
MD
LG