ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ສະຫະລັດ ແລະ ຍີ່ປຸ່ນ ພິຈາລະນາວ່າຈະເອົາ ມາດຕະການລົງໂທດ ເພີ່ມເຕີມຕໍ່ ເກົາຫຼີເໜືອ


ພວກປະທ້ວງ ເກົາຫຼີໃຕ້ ຮ້ອງຄຳຂວັນ ໃນລະຫວ່າງ ການ ຊຸມນຸມກ່າວປະນາມ ການທົດລອງລະເບີດນິວເຄລຍຄັ້ງ ຫຼ້າສຸດຂອງ ເກົາຫຼີເໜືອ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 10 ກັນຍາ, 2016.

ສະຫະລັດ ກຳລັງພິຈາລະນາຢູ່ວ່າຈະເອົາມາດຕະການລົງໂທດແຕ່ຝ່າຍດຽວເພີ່ມເຕີມ ຕໍ່ກັບ ເກົາຫຼີເໜືອ ຫລັງຈາກການທົດລອງລະເບີດນິວເຄລຍຄັ້ງທີ່ໃຫຍ່ທີ່ສຸດ ແລະ ກໍເປັນຄັ້ງທີ 5 ຂອງ ເກົາຫຼີເໜືອ.

ຜູ້ແທນພິເສດຂອງ ສະຫະລັດ ສຳລັບນະໂຍບາຍ ຕໍ່ເກົາຫຼີເໜືອ ທ່ານ Sung Kim ໄດ້ ກ່າວໃນນະຄອນຫຼວງ ໂຕກຽວ ວ່າ, “ນອກຈາກການດຳເນີນການຂອງ ສະພາຄວາມ ໝັ້ນຄົງ ອົງການສະຫະປະຊາຊາດແລ້ວ,” ທັງ ສະຫະລັດ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຕ່າງກໍ ກຳລັງພິຈາ ລະນາຢູ່ວ່າຈະດຳເນີນການຝ່າຍດຽວ, ສອງຝ່າຍ ແລະ ອາດເປັນໄປໄດ້ ທັງ 3 ຝ່າຍຕໍ່ ພຽງຢາງ.

ກ່ອນໜ້ານີ້, ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ເລີ່ມຄົ້ນຫາວັດຖຸກຳມັນຕະພາບລັງສີ.

ມີຫຼາຍປະເທດສະແດງຄວາມເປັນຫ່ວງກ່ຽວກັບຄວາມສາມາດທາງດ້ານອາວຸດນິວເຄລຍ ຂອງ ເກົາຫຼີເໜືອ, ດັ່ງເຈົ້າໜ້າທີ່ ເກົາຫຼີໃຕ້ ຄົນໜຶ່ງໄດ້ກ່າວວ່າ “ມັນມີຄວາມກ້າວໜ້າ ຍິ່ງຂຶ້ນ ສູ່ລະດັບທີ່ຂ້ອນຂ້າງສູງ ແລະ ໃນລະດັບທີ່ໄວຂຶ້ນ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

XS
SM
MD
LG