ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ປິດສູນກາງປິ່ນປົວ ອີໂບລາ ຢູ່ ໄລບີເຣຍ


ພະນັກງານການແພດ ກຳລັງປະຕິບັດງານຢູ່ຄລິກນິກ ໃນນະຄອນຫຼວງ Monrovia ປະເທດໄລບີເຣຍ.
ພະນັກງານການແພດ ກຳລັງປະຕິບັດງານຢູ່ຄລິກນິກ ໃນນະຄອນຫຼວງ Monrovia ປະເທດໄລບີເຣຍ.

ບັນດາ​ເຈົ້າ​ໜ້າ​ທີ່ ສາທາລະນະ​ສຸກ ສະຫະ​ລັດ ກຳ​ລັງ​ປິດ​ສູນ​ກາງ​ປິ່ນປົວ ທີ່​ເຂົາ​ເຈົ້າ​ໄດ້​ຕັ້ງ​ຂື້ນ​ມາ ຢູ່​ໃນໄລ​ບີ​ເຣຍ ໃນຂະນະທີ່​ເກີດວິ​ກິດ​ການອີໂບລາ ຮ້າຍ​ແຮງ​ສຸດໃນປີ​ກາຍ​ນີ້ ແຕ່ໃນເວລານີ້​ປ​ະ​ເທດ​ດັ່ງກ່າວ​ ພວມກຽມທີ່​ຈະປະກາດວ່າ ຕົນ ປອດຈາກເຊື້ອໄວຣັສ​ອີໂບລາແລ້ວ​.

​32 ມື້​ໄດ້​ຜ່ານພົ້ນ​ໄປ​ ໃນໄລ​ບີ​ເຣຍ ໂດຍປາດ​ສະ​ຈາກກໍລະນີ​
ໃໝ່ຂອງເຊື້ອອີ​ໂບ ລາ​. ຖ້າ​ຫາກ​ມັນ​ຍັງເປັນຈັ່ງຊີ້ ​ໄປຈົນ​ຮອດ
​ວັນ​ທີ 9 ເດືອນພຶ​ດສະພາແລ້ວ ອົງ ການ​ອະນາ​ໄມ​ໂລກກໍມີທ່າ
ທາງວ່າ ​ຈະ​ປະກາດ​ໃຫ້ໄລ​ບີ​ເຣຍ​ເປັນປະເທດທີ່ປອດ ​ຈາກ
ເຊື້ອອີ​ໂບລາ.

ປີ​ກາຍ​ນີ້ ລັດຖະບານ​ ສະຫະລັດ ​ໄດ້​ສົ່ງ​ທະຫານກວ່າ 2000ຄົນ​ໄປ​ຕໍ່ສູ້​ກັບ ​ເຊື້ອ​ອີໂບລາ
​ຢູ່​ໄລບີເຣຍ ໂດຍໄດ້​ຕັ້ງສູນ​ກາງ​ປິ່ນປົວຂຶ້ນ​ປະມານ 15 ແຫ່ງ. ກອງ​ທະຫານອາເມຣິກັນ
​ໄດ້​ຖືກຖອນ​ກັບຄືນປະເທດ​ໃນ​ເດືອນ​ກຸມພາຜ່ານມາ ​ໃນ​ຂະນະ​ທີ່ຈຳນວນກໍລະນີການລະ
ບາດ​ໄດ້ຫລຸດ​ລົງ.

ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ​ເຊື້ອ​ໄວຣັສອີໂບລາ ​ໄດ້​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່່າ
10,000 ​ຄົນ ສ່ວນ​ໃຫຍ່​ຢູ່ບັນດາປະເທດອາ​ຟຣິກາ​ຕາ​ເວັນ​ຕົກທີ່ ປະກອບດ້ວຍກີ​ນີ ​ໄລ​ບີ
​ເຣຍ ​ແລະ​ຊີເອຣາ​ເລອອນ. ຢ່າງ​ໜ້ອຍ 24,340 ຄົນ​ໄດ້​ຕິດ​ເຊື້ອ​ອີ​ໂບລາ ນັບ​ຕັ້ງ​ແຕ່ໄດ້
ເກີດລະບາດ ຢູ່ອາ​ຟຣິກາ​ຕາ​ເວັນ​ຕົກ ຊຶ່ງເລີ້ມ​ຂຶ້ນໃນເດືອນ​ທັນວາ ປີ 2013.

​ໄລ​ບີ​ເຣຍ ​ເປັນປະເທດທີ່ມີຜູ້ຄົນ​ເສຍຊີວິດ​ຫລາຍທີ່ສຸດ ຈາກ​ການລະ​ບາດ​ເຊຶ້ອ ອີ​ໂບລາ
ໂດຍມີໂຕເລກ​ຫລາຍ​ກວ່່າ 4,600 ຄົນ.

Post-Ebola Economic Recovery Underway, West African Nations Say
please wait

No media source currently available

0:00 0:02:52 0:00

XS
SM
MD
LG