ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມຫົວກຸດ ແລະ ນ້ຳຖ້ວມ ໄດ້ສັງຫານ 14 ຄົນ ໃນພາກໃຕ້ ແລະ ຕາເວັນຕົກຕອນກາງ ສຫລ


ພວກພະນັກງານຈຸນຶ່ງ ກຳລັງສ້ອມແປງ ຄວາມເສຍຫາຍ ຕໍ່ສາຍໄຟຟ້າ ທີ່ນະຄອນ Oklahoma City ລັດໂອກລາໂຮມາ, ວັນທີ 29 ເມສາ 2017.
ພວກພະນັກງານຈຸນຶ່ງ ກຳລັງສ້ອມແປງ ຄວາມເສຍຫາຍ ຕໍ່ສາຍໄຟຟ້າ ທີ່ນະຄອນ Oklahoma City ລັດໂອກລາໂຮມາ, ວັນທີ 29 ເມສາ 2017.

ຢ່າງໜ້ອຍ 14 ຄົນ ໄດ້ເສຍຊີວິດຍ້ອນລົມຫົວກຸດຫຼື tornado ແລະພາຍຸອື່ນໆ ຫຼາຍຫົວ
ທີ່ໄດ້ພັດຖະຫຼົ່ມ ລັດເທັກຊັສ ອາແຄນຊໍ ມີສຊູຣີ ແລະ ມິສສິດສິບປີ້ ຢູ່ທາງພາກໃຕ້ຂອງ
ສະຫະລັດ.

​ພາກຕາເວັນອອກຂອງລັດເທັກຊັສ ​ແມ່ນ​ເຂດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍໜັກທີ່ສຸດ ຈາກ
ລົມຫົວກຸດ ຫຼາຍຫົວຕິດຕໍ່ກັນ ທີ່ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີວິດ ແລະ ປະໄວ້ແຕ່
ອັນທີ່ບັນດາເຈົ້າທີ່ເອີ້ນວ່າ ເສັ້ນທາງຂອງ “ຄວາມເສຍຫາຍຢ່າງຮ້າຍແຮງ.”

​ເຈົ້າໜ້າ​ທີ່​ກ່າວ​ວ່າ ການເສຍຊີວິດຂອງທັງ 4 ຄົນນີ້ ແມ່ນໄດ້ເກີດຂຶ້ນໃນພື້ນທີ່ ທາງພາກ
ຕາເວັນອອກຂອງນະຄອນດາລລັສ. ໜ່ວຍ​ດັບ​ໄຟ ໃນທ້ອງຖິ່ນກ່າວວ່າ ຢ່າງໜ້ອຍ ອີກ
50 ຄົນ ໄດ້ຮັບບາດເຈັບ.

ຢູ່ລັດອາແຄນຊໍ ທີ່​ຕັ້ງຢູ່​ໃກ້​ຄຽງ​ນັ້ນ ມີຢ່າງໜ້ອຍ 5 ຄົນ ໄດ້ເສຍຊີວິດ ດັ່ງທີ່ທາງການ
ໄດ້ກ່າວ.

ແມ່ເຖົ້າຄົນນຶ່ງ ອາຍຸ 65 ປີ ໄດ້ເສຍຊີວິດຍ້ອນຕົ້ນໄມ້ລົ້ມທັບໃນເມືອງ DeWitt ລັດ
ອາແຄນຊໍ ອີງຕາມເຈົ້າໜ້າທີ່ຕຳຫຼວດ. ຢູ່ໃນຊຸມຊົນ ເມືອງ Springdale ເດັກນ້ອຍ
ຜູ້ຍິງ ອາຍຸ 10 ປີ ໄດ້ຖືກນ້ຳຖ້ວມຊຸໄປ ແລະ ໄດ້ເສຍຊີວິດ.

ເຈົ້າໜ້າທີ່ຕຳຫຼວດ ຍັງໄດ້ຊອກຫາພວກເດັກນ້ອຍສອງຄົນ ທີ່ໄດ້ຫາຍສູນໄປ ຊຶ່ງພວກ
ເຂົາອາດຈະຢູ່ໃນລົດຄັນນຶ່ງ ທີ່ຖືກນ້ຳຖ້ວມຊຸໄປນັ້ນ.

ຕຳຫຼວດທາງຫຼວງ ຂອງລັດມີສຊູຣີ ກ່າວວ່າ ແມ່ເຖົ້າອາຍຸ 72 ປີ ໄດ້ຈົມນ້ຳຕາຍ ເຖິງ
ແມ່ນວ່າ ສາມີຂອງນາງ ໄດ້ພະຍາຍາມຊ່ອຍເອົານາງອອກມາຈາກລົດ ໃນຂະນະ
ດຽວກັນ ນາງໄດ້ຖືກນ້ຳ ທີ່ກຳລັງໄຫລມາຢ່າງແຮງຊຸໄປ ໃນວັນເສົາຜ່ານມານີ້.

ຢູ່ທີ່ລັດມິສສິສສິບປີ້ ມີລາຍງານວ່າ ຄົນຜູ້ນຶ່ງ ໃນເມືອງ Durant ໄດ້ເສຍຊີວິດ ຫຼັງຈາກ
ຕົ້ນໄມ້ຕົ້ນນຶ່ງ ລົ້ມທັບເຮືອນ.

ກົມຄຸ້ມຄອງພາວະສຸກເສີນ ຂອງລັດມິສສິສສິບປີ້ ໄດ້ກ່າວວ່າ ລົມພາຍຸໃນຊ່ວງ ທ້າຍ
ສັບປະດາ ທີ່​ຜ່ານ​ມານີ້ ໄດ້ເຮັດໃຫ້ປະຊາຊົນ 23,000 ຄົນບໍ່ມີໄຟຟ້າໃຊ້.

US Severe Weather
please wait
Embed

No media source currently available

0:00 0:00:55 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG