ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຊຸກຍູ້ ພັນທະມິດ ຮ່ວມກັນ ປະຕິບັດງານ ທຳລາຍ ກຸ່ມລັດ​ອິສລາມ


ນັກລົບລີເບຍ ພາກັນຊອກຄົ້ນຫາ ພວກນັກຕໍ່ສູ້ກຸ່ມລັດອິສລາມ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ ໃນເມືອງ Sirte.
ນັກລົບລີເບຍ ພາກັນຊອກຄົ້ນຫາ ພວກນັກຕໍ່ສູ້ກຸ່ມລັດອິສລາມ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ ໃນເມືອງ Sirte.

ເຈົ້າ​ໜ້າ​ທີ່ສະຫະລັດ ​ແມ່ນ​ໄດ້​ຊຸກຍູ້​ໃຫ້​ກຸ່ມພັນທະ​ມິດ​ທີ່​ຖືກ​ຄັດ
​ເລືອກມາ​ນັ້ນ ຂະຫຍາຍ​ການ​ກວດກາ​ກຳກັບຂອງ​ພວກ​ເຂົາ​ເຈົ້າ
​ໃຫ້ກວ້າງອອກ​ໄປ​ກາຍ​ຊິ​ເຣຍ​ແລະ​ອີຣັກ ​ໃນ​ຄວາມ​ພະຍາຍາມ
​ຮ່ວມ​ກັນ​ຂອງ​ໂລກ ​ທີ່​ຈະ​ທຳລາຍ ພວກກໍ່​ການ​ຮ້າຍ​ລັດ​ອິສລາມ.

​ຍ້ອນແຮງ​ກະ​ຕຸ້ນ​ ຈາກຄວາມ​ແຂງ​ແກ່ນ​ທີ່​ເພີ້ມທະວີ​ຂຶ້ນຂອງ
ກຸ່ມ​ລັດ​ອິສລາມ​ໃນລີ​ເບຍ ພ້ອມ​ທັງ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​
ໃນ​ນະຄອນຫຼວງ​ປາຣີ ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່
ສະຫະລັດ​ຈຶ່ງ​ໄດ້​ມອງ​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ຢ່າງ​ແຈ່ມ​ແຈ້ງຕໍ່
​ການ​ຂະຫຍາ​ຍການ​ເອົາ​ບາດກ້າວ ​ທີ່​ຮອບດ້ານ​ຫຼາຍ​ຂຶ້ນ.

ນັກ​ການ​ທູດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທ່ານ​ນຶ່ງກ່າວ​ຕໍ່ VOA ໂດຍ​ຂໍ​ສະຫງວນຊື່​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ໂອ້​ລົມ​ກັນ​ກ່ຽວ​ກັບ​ເລື້ອງ​ນີ້. ພວກ​ເຂົາ​ເຈົ້າ​ປຶກສາ​ຫາລື​ກ່ຽວ​ກັບ​ຝ່າ​ຍພວກ​ເຂົາ​ເຈົ້າ​ແລ້ວ.”

ພົນລະເຮືອນແລະເຈົ້າໜ້າທີ່ຮັກສາຄວາມສະງົບ ຢືນຢູ່ໃນເຫດການໂຕມຕີ ໃນນະຄອນ Tripoli, ລີເບຍ, 12 ມີນາ, 2015.
ພົນລະເຮືອນແລະເຈົ້າໜ້າທີ່ຮັກສາຄວາມສະງົບ ຢືນຢູ່ໃນເຫດການໂຕມຕີ ໃນນະຄອນ Tripoli, ລີເບຍ, 12 ມີນາ, 2015.

ການ​ປຶກສາ​ຫາລື ​ໄດ້​ກາຍ​ມາ​ເປັນ​ເລື້ອງທີ່​ຮີບ​ດ່ວນ​ຫຼາຍຂຶ້ນ
ໃນ​ຂະນະ​ທີ່​ໜ່ວຍສືບ​ລັບ ສະ​ແດງ​ໃຫ້​ເ​ຫັນ ​ເຖິງຈຳ​ນວນ​ທີ່​
ເພີ້ມຂຶ້ນຂອງ​ພວກ​ນັກລົບກຸ່ມລັດ​ອິສລາມ ​ແລະ​ພວກທີ່​ຖືກ​ເກນ
​ມາ​ນັ້ນ ​ກຳລັງ​ເຄື່ອນ​ຍ້າຍ​ເຂົ້າ​ໄປ​ໃນ​ລີ​ເບຍ ຈາກ​ທົ່ວ​ເຂດ​
ອາ​ຟຣິກາ​ເໜືອ ບາງ​ເຂດ​ຂອງອາ​ຟຣິກາຕາ​ເວັນ​ອອກ ​ແລະເຂດ
Sahel.

ລີ​ເບຍ ​ໄດ້​ກາຍ​ມາ​ເປັນ​ທີ່​ພັກ​ພິງ​ໃນ​ອັນທີ່​ເຈົ້າ​ໜ້າ​ທີ່​ໜ່ວຍສືບ​ລັບສະຫະລັດ​ຖື​ວ່າ ​ເປັນ​ເຄືອ ຂ່າຍ​ຂອງກຸ່ມລັດ​ອິສລາມ ທີ່​ເປັນອັນຕະລາຍ​ຮ້າຍແຮງ ​ໂດຍ​ມີ​ນັກ​ລົບ​ປະມານ 5 ພັນ​ຄົນ
ຊຶ່ງ​ໄດ້​ຂະຫຍາຍການ​ຄວບ​ຄຸມຢ່າ​ງສະ​ໜ່ຳສະ​ເໝີ ​ຈາກ​ທີ່​ໝັ້ນ​ຂອງ​ກຸ່ມ​ໃນ​ເມືອງ Sirte. ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ກະ​ປະ​ມານ​ວ່າ​ມີ​ນັກ​ລົບ​ຂອງກຸ່ມລັດ​ອິສລາມ 50 ຄົນ​ ​ໄດ້​ເປີດ​ສາກ​ໂຈມ​ຕີ​ ​ເມືອງ Ben Guerdan ທີ່​ຕັ້ງຢູ່​ໃນ​ເຂດ​ຊາຍ​ແດນ​ລີ​ເບຍ​ຕິດ​ກັບຕູ​ນີ​ເຊຍ ທີ່ໄດ້ສັງຫານ 55 ຄົນ​ນັ້ນ.

ກຸ່ມຕໍ່ສູ້ຫົວຮຸນແຮງ ທີ່ເອີ້ນວ່າ ກຸ່ມລັດອິສລາມ ຢືນຢູ່ໃນເຂດອິນຕິໂອເປຍ ທີ່ນັບຖືສາສະໜາຄຣິສ ລີເບຍ, 19 ເມສາ, 2015.
ກຸ່ມຕໍ່ສູ້ຫົວຮຸນແຮງ ທີ່ເອີ້ນວ່າ ກຸ່ມລັດອິສລາມ ຢືນຢູ່ໃນເຂດອິນຕິໂອເປຍ ທີ່ນັບຖືສາສະໜາຄຣິສ ລີເບຍ, 19 ເມສາ, 2015.

ເຈົ້າ​ໜ້າ​ທີ່ອະ​ວຸ​ໂນ​ທາງທະຫານຂອງສະຫະລັດ ​ໄດ້​ລະບຸ​ວ່າ ມີ​ອັງກິດ ຝຣັ່ງ ອີ​ຕາ​ລີ ​ເຢຍ ຣະມັນ ​ແລະ​ສ​ເປນ ແມ່ນພາຄີ​ທີ່​ສຳຄັນ ​ໃນ​ການ​ຕໍ່ສູ້​ກັບກຸ່ມລັດ​ອິສລາມ ໃນ​ລີ​ເບຍ.

ຜູ້​ບັນຊາ​ການ​ກອງທັບ​ສະຫະລັດ​ໃນ​ອາ​ຟຣິກາ ​ນາຍ​ພົນ David
Rodriguez ​ໄດ້​ເຕືອນ​ຄະນະ​ກຳມະການກອງທັບຂອງ​ສະພາສູງ
​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້​ວ່າ “ພວກ​ເຮົາໃນ​ຖານະ​ທີ່ເປັນ​ສ່ວນ​ນຶ່ງ
​ຂອງ​ປະຊາ​ຄົມນາໆ​ຊາດ ຈະຕ້ອງ​ໄດ້​ກະ​ທຳ​ໃຫ້​ຫຼາຍ​ໄປ​ກວ່າ​ນີ້.”

ທ່ານ​ຍັງ​ກ່າວ​ເພີ້​ມຕື່ມ​ວ່າ “​ປະຊາ​ຄົມນາໆ​ຊາດ ຕ້ອງ​ໄດ້​ເອົາ​
ບາດກ້າວ​ຢ່າງ​ຈິງ​ຈັງ ​ເພື່ອ​ຍຸດຕິ​ການ​ຂະຫຍາຍ​ການ​ປະຕິບັດ​ງານ​ນີ້ ລົດ​ຄວາມ​ແຂງ​ແກ່​ນ​ຂອງ​ພວກເຂົາ​ລົງ ​ແລະ​ໃນ​ທີ່​ສຸດ​ພວກ​ເຮົາກໍຈະ​ເອົາຊະນະ​ພວກເຂົາ​ໄດ້.”

XS
SM
MD
LG