ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະແດງ ຄວາມຜິດຫວັງ ທີ່ເທີກີ ຈັບກຸມ ພະນັກງານ ກົງສຸນຂອງຕົນ


US Diplomatic Row with Turkey Deepens Over Detained Consulate Staffers
please wait

No media source currently available

0:00 0:02:13 0:00

ຄວາມຂັດແຍ້ງທາງການທູດ ສະຫະລັດ ກັບ ເທີກີ ຮຸນແຮງຂຶ້ນ ກ່ຽວກັບ ການກັກຂັງພະນັກງານສະຖານກົງສຸນ.

ສະຫະລັດ ກ່າວວ່າ ເຂົາເຈົ້າ “ຜິດຫວັງຫຼາຍ” ກັບການຈັບກຸມພະນັກງານທ້ອງຖິ່ນສອງ
ຄົນຂອງສະຖານທູດ ສະຫະລັດ ໂດຍລັດຖະບານ ເທີກີ, ໃນຂະນະທີ່ຄວາມເຄັ່ງຕຶງລະ
ຫວ່າງສອງປະເທດໄດ້ເພີ່ມສູງຂຶ້ນ ລຸນຫຼັງທີ່ທັງສອງປະເທດໄດ້ຢຸດການບໍລິການໃນ
ອອກວີຊາທີ່ບໍ່ແມ່ນຄົນເຂົ້າເມືອງທັງໝົດ.

ໃນສັບປະດາທີ່ຜ່ານມາ, ເຊິ່ງເປັນຄັ້ງທີສອງໃນປີນີ້, ບັນດາເຈົ້າໜ້າທີ່ ເທີກີ ໄດ້ຈັບສະ
ມາຊິກພະນັກງານທ້ອງຖິ່ນຂອງສະຖານທູດສະຫະລັດ. ເອກອັກຄະລັດຖະທູດ ສະຫະ
ລັດ ທ່ານ John Bass ຕໍ່ມາໄດ້ປະກາດຢຸດການຂໍວີຊາທັງໝົດທີ່ບໍ່ແມ່ນປະເພດຄົນ
ເຂົ້າເມືອງ. ເທີກີ ກໍໄດ້ຕອບໂຕ້ຄືນດ້ວຍການປະກາດຢຸດການບໍລິການອອກວີຊາຂອງ
ເຂົາເຈົ້າເອງໃນ ສະຫະລັດ ເຊັ່ນກັນ.

ໃນວັນອັງຄານວານນີ້, ກະຊວງການຕ່າງປະເທດ ໄດ້ຢືນຢັນວ່າ ພະນັກງານສະຖານ
ທູດ ສະຫະລັດ ຄົນທີສາມໄດ້ຖືກຮຽກຕົວໄປພົບໂດຍບັນດາເຈົ້າໜ້າທີ່ ເທີກີ ໃນທ້າຍ
ສັບປະດາທີ່ຜ່ານມາ. ພະນັກງານຄົນດັ່ງກ່າວບໍ່ໄດ້ຖືກຈັບຢ່າງເປັນທາງການ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ Heather Nauert ໄດ້ກ່າວໃນ
ລະຫວ່າງກອງປະຊຸມຖະແຫຼງຂ່າວໃນວັນອັງຄານວານນີ້ວ່າ “ການກະທຳເຫຼົ່ານີ້ໄດ້ສ້າງ
ຄວາມລົບກວນຕໍ່ພວກເຮົາ.”

ທ່ານນາງ Nauert ຍັງໄດ້ປະຕິເສດຂໍ້ສະເໜີແນະຕ່າງໆທີ່ວ່າ ເອກອັກຄະລັດຖະທູດ
ສະຫະລັດ ທ່ານ Bass ໄດ້ດຳເນີນການຝ່າຍດຽວ ໃນການຫ້າມບໍລິການອອກວີຊາທີ່
ສະຖານທູດ ສະຫະລັດ ແລະ ສະຖານກົງສຸນແຫ່ງຕ່າງໆ ໃນທົ່ວປະເທດ ເທີກີ.

ທ່ານນາງ Nauert ໄດ້ກ່າວວ່າ “ບັນດາເອກອັກຄະລັດຖະທູດຂອງພວກເຮົາບໍ່ມັກທີ່ຈະ
ເຮັດສິ່ງຕ່າງໆໂດຍຝ່າຍດຽວ. ບັນຫານີ້ແມ່ນໄດ້ມີການປະສານງານກັບກະຊວງການ
ຕ່າງປະເທດ. ມັນໄດ້ມີການປະສານງານກັບທຳນຽບຂາວ ແລະ ໄດ້ປະສານງານກັບສະຖານທູດ.”

ບັນດາເຈົ້າໜ້າທີ່ກ່າວວ່າ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex
Tillerson ໄດ້ໂທລະສັບຫາລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Mevlut
Cavusoglu ໃນວັນເສົາທີ່ຜ່ານມາ. ຮອງລັດຖະມົນຕີກະຊວງການຕ່າງປະເທດ
ທ່ານ Tom Shannon ກໍໄດ້ລົມນຳຄູ່ຕຳແໜ່ງຝ່າຍເທີກີ ກ່ອນການປະກາດວ່າ
ລັດຖະບານ ສະຫະລັດ ຈະຢຸດການບໍລິການອອກວີຊາທີ່ບໍ່ແມ່ນຄົນເຂົ້າເມືອງໄວ້
ຊົ່ວຄາວທີ່ສະຖານທູດ ແລະ ກົງສຸນ ສະຫະລັດ ໃນທົ່ວປະເທດ ເທີກີ.

ທ່ານ Bass ໄດ້ກ່າວວ່າ ການຢຸດບໍລິການອອກວີຊາທີ່ບໍ່ແມ່ນຄົນເຂົ້າເມືອງຊົ່ວຄາວນັ້ນ
ຈະຫຼຸດຜ່ອນຈຳນວນ ຜູ້ເດີນທາງໄປສະຖານທູດ ແລະ ກົງສຸນ ສະຫະລັດ ໃນ ເທີກີ, ໃນ
ຂະນະທີ່ລັດຖະບານ ວໍຊິງຕັນ ກຳລັງປະເມີນຄຳໝັ້ນສັນຍາຕໍ່ຄວາມປອດໄພຂອງສະ
ຖານທີ່ການທູດ ແລະ ເຈົ້າໜ້າທີ່ ອາເມຣິກັນ ຂອງລັດຖະບານ ອັງກາຣາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG