ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ບໍລິສັດ ແລກປ່ຽນເງິນຕາ ຂອງເຢເມນ

ຕຶກຂອງກະຊວງການເງິນ ໃນນະຄອນຫຼວງວໍຊິງຕັນ, ດີຊີ
ຕຶກຂອງກະຊວງການເງິນ ໃນນະຄອນຫຼວງວໍຊິງຕັນ, ດີຊີ

ສະຫະລັດ ໄດ້ວາງມາດຕະການລົງໂທດ ຕໍ່ບໍລິສັດແລກປ່ຽນເງິນຕາຕ່າງປະເທດ ຂອງເຢເມນ ແລະ ອ້າຍນ້ອງສອງຄົນ ທີ່ເປັນເຈົ້າຂອງ ຊຶ່ງໄດ້​ເຮັດທຸລະກິດ ກັບ
ກຸ່ມກໍ່​ການ​ຮ້າຍ al-Qaida ໃນແຫຼມອາຣາເບຍ ຫຼືເອີ້ນຫຍໍ້ວ່າ AQAP.

ຊັບສິນຢູ່ໃນສະຫະລັດ ຂອງບໍລິສັດແລກປ່ຽນເງິນຕາຕ່າງປະເທດ al-Omgy ແລະ ສອງອ້າຍນ້ອງ ທີ່ເປັນເຈົ້າຂອງນັ້ນ ແມ່ນໄດ້ຖືກກັກໄວ້ ແລະ ປັດຈຸບັນນີ້ ໄດ້ຫ້າມບໍ່​ໃຫ້ຊາວອາເມຣິກັນ ເຮັດທຸລະກິດກັບບໍລິສັດດັ່ງກ່າວ.

ທ້າວ Nasr al-Ansi, ຜູ້ນຳ ຂະແໜງໜຶ່ງຂອງກຸ່ມກໍ່ການຮ້າຍ al-Qaida ໃນແຫຼມອາຣາເບຍ, ແມ່ນເຫັນໄດ້ໃນໂທລະພາບ ຢູ່ທີ່ຮ້ານຄ້າແຫ່ງໜຶ່ງ, ຊຶ່ງຜູ້ກ່ຽວກຳລັງ ກ່າວຖະແຫລງສົ່ງຂ່າວສານ ທີ່ກຸ່ມ AQAP ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີຕໍ່ ວາລະສານ Charlie Hebdo ຂອງຝຣັ່ງ ໃນນະຄອນຫຼວງ Sana'a, ຂອງເຢເມນ, ວັນທີ 14 ມັງກອນ 2015.

ທ່ານ Adam Szubin ເຈົ້າໜ້າທີ່ຂັ້ນສູງ ຮັກສາການດ້ານການກໍ່ການຮ້າຍ ຂອງ ກະຊວງການເງິນ ໄດ້ກ່າວໃນວັນອັງຄານວານນີ້ວ່າ “ບໍລິສັດ ແລກປ່ຽນເງິນຕາ ຕ່າງປະເທດ al-Omgy ແລະ ພວກເຈົ້າຂອງ ບໍລິສັດ ມີຄວາມຮັບຜິດຊອບ​ ໃນການອຳນວຍຄວາມສະດວກທາງດ້ານການເງິນ ແລະ ໃຫ້ການສະໜັບ
ສະໜູນກຸ່ມ AQAP ໃນການໂຈມຕີກໍ່​ຄວາມ​ຮຸນ ​ແຮງນັ້ນ. ກະຊວງການເງິນ ຈະສືບຕໍ່ປະສານງານກັບ ພັນທະມິດຂອງພວກເຮົາ ເພື່ອປົກປ້ອງ ລະບົບ
ການເງິນ ຂອງສາກົນດ້ວຍການເຜີຍແບ ແລະ ເອົາມາດຕະການຕໍ່ຕ້ານ ພວກທີ່ໃຫ້ການສະໜັບສະໜູນ ຕໍ່ກຸ່ມ AQAP.”

ກະຊວງການເງິນ ກ່າວອີກວ່າ ບໍລິສັດດັ່ງກ່າວ ມີບັນຊີຂອງກຸ່ມ al-Qaida ລວມທັງ ເງິນທີ່ພວກເຂົາຂູດຮີດມາຈາກທຸລະກິດທັງຫຼາຍ ຂອງຊາວເຢເມນ ນຳດ້ວຍ.

ກະຊວງການ​ເງິນກ່າວຕື່ມວ່າ ສອງອ້າຍນ້ອງ ທີ່​ເຮັດທຸລະກິດແລກ ປ່ຽນເງິນຕາ ຕ່າງປະເທດ ຄື ທ້າວ Said Salih ແລະ ທ້າວMuhammad Salih Abd-Rabbuh al-Omgy ຍັງມີສ່ວນພົວພັນ ໃນການເກນເອົາພວກນັກລົບ ແລະ ລັກລອບຂົນສົ່ງ ອາວຸດຕ່າງໆ ໃຫ້ແກ່ກຸ່ມ AQAP.

ເມື່ອບໍ່ດົນມານີ້ ສະຫະລັດອາຣັບເອເມີເຣັສ ໄດ້ວາງມາດຕະການລົງໂທດແບບດຽວ
ກັນນີ້ ຕໍ່ຄອບຄົວ ສອງອ້າຍນ້ອງ al-Omgy ແລະ ທຸລະກິດຂອງພວກເຂົາ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG