ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລົງໂທດ ຣັດເຊຍ ທີ່ແຊກແຊງ ເຂົ້າໃນ ການເລືອກຕັ້ງ ແລະປະນາມ ການໂຈມຕີ ຢູ່ ອັງກິດ


ລັດຖະມົນຕີການເງິນສະຫະລັດ ທ່ານສະຕີເວີນ ມນຸຈີນຖະແຫລງຕໍ່ນັກຂ່າວ ທີ່ທຳນຽບຂາວ.
ລັດຖະມົນຕີການເງິນສະຫະລັດ ທ່ານສະຕີເວີນ ມນຸຈີນຖະແຫລງຕໍ່ນັກຂ່າວ ທີ່ທຳນຽບຂາວ.

ຣັດ​ເຊຍ​ຈະ​ເພີ້​ມລາຍ​ຊື່​ຊາວ​ອາ​ເມຣິກັນ ​ເຂົ້າ​ຢູ່​ໃນ “ບັນຊີ​ດຳ​” ຂອງ​ຕົນ ​ໃນ​ການ​ຕອບ​
ໂຕ້ ​ຕໍ່​ການ​ລົງ​ໂທດຄັ້ງ​ໃໝ່ ​ຕໍ່ຣັດ​ເຊຍ​ ທີ່ຖືກກ່າວຫາວ່າ ແຊກແຊງເຂົ້າໃນການ
ເລືອກ​ຕັ້ງ.

ອົງກາ​ນຂ່າວ RIA ​ໂນ​ໂວ​ສຕີ ຂອງຣັດ​ເຊຍ ​ໄດ້ອ້າງຄຳ​ເວົ້າ ​ຮອງ​ລັດຖະມົນຕີ​ຕ່າງ
ປະ​ເທດ ທ່ານ​ເຊີ​ເກ ຣີຢັບກັອຟ ​ໃນວັນ​ສຸກມື້​ນີ້​ວ່າ ຣັດ​ເຊຍ​ກຳລັງ​ກະກຽມ​ການ​ລົງ​ໂທດ
​ຕໍ່ “ກຸ່ມ​ນັກສະ​ແດງ​ອາ​ເມ​ຣິກັນ​ຈຸໃໝ່” ​ແລ​ະອາດ​ເປັນ​ໄດ້ທີ່ຈະເອົາ“​ບາດກ້າວ​ເພີ້ມຕື່ມ.”

ອົງການ​ຂ່າວ RIA ລາຍ​ງານວ່າ ທ່ານຣີຢັບກັອຟ​ໄດ້​ກ່າວ​ຫາ​ສະຫະລັດວ່າ ຂົ່ມຂູ່​ຕໍ່
ສະຖຽນລະພາບຂອງ​ໂລກ ​ແຕ່​ກໍເວົ້າ​ວ່າ ​ມົສກູ​ຍັງ​ຕ້ອງການ​ຮັກສາ​ ການ​ສົນ ທະນາ
ຫາລື​ກັບ​ວໍຊິ​ງຕັນໄວ້ ​ເຖິງ​ແມ່ນ​ໄດ້​ຖືກ​ບັງຄັບ​ໃຫ້​ເອົາ​ມາດຕະການຕອບໂຕ້ ​ເນື່ອງ​
ຈາກວ່າ “ຄວາມ​ດື້ດຶງທາງ​ການ​ເມືອງ​ຂອງອາ​ເມຣິກັນ.”

​ໃນ​ວັນ​ພະຫັດ​ວານ​ນີ້ ລັດຖະບານ​ທ່ານ​ທຣໍາ​ໄດ້​ປະກາດ​ການ​ລົງ​ໂທດ​ຕໍ່​ຊາວ​ຣັດ​ເຊຍ
19 ຄົນ ​ແລະ​ 5 ​ບໍລິສັດ​ ໂດຍ​ກ່າວ​ຫາ​ວ່າ​ ແຊກແຊງເຂົ້າໃນການ​ເລື​ອກ ຕັ້ງ​ໃນ​ສະຫະ|
ລັດ ​ປີ 2016.

ນອກນັ້ນ ສະຫະລັດ​ຍັງ​ໄດ້ຮ່ວມ​ ການ​ປະ​ນາ​ມຢ່າງແຮງຂອງສາກົນ​ ຕໍ່ຣັດ​ເຊຍ​ທີ່ໄດ້​ໃຊ້ອາວຸດເຄມີທຳລາຍປະສາດ ໂຈມຕີຢູ່​ໃນ​ອັງກິດ ທີ່​ມີການ​ຖີ້ມ​ໂທດ ​ໃສ່ ມົສກູນັ້ນ.

After Britain, US Imposes New Sanctions Against Russia
please wait

No media source currently available

0:00 0:02:13 0:00

ເມື່ອ​ນັກ​ຂ່າວ​ຖາມ ໃນ​ວັນ​ພະຫັດ​ວານ​ນີ້ ​ກ່ຽວ​ກັບ​ການ​ໂຈມ​ຕີ​ດ້ວຍ​ສານພິດ ທີ່​ແນ​ເປົ້າ​
ໝາຍ​ໃສ່​ອະດີດ​ນັກ​ສືບທີ່ເຮັດວຽກໃຫ້​ສອງ​ຝ່າຍ​ທີ່ເມືອງ​ໂຊລສເບີຣີນັ້ນ ປະທານາທິບໍ
ດີທຣໍາ​ໄດ້​ຕອບ​ວ່າ “​ເບິ່ງ​ແລ້ວ​ຄື​ວ່າຣັດ​ເ​ຊຍ​ຢູ່​ເບື້ອງ​ຫຼັງ”

ກອງບັນຊາການຮັກສາຄວາມປອດໄພ ລັດຖະບານກາງ ຕຶກສີຂີ້ເທົ່າ ຢູ່ນະຄອນມົສກູ ທີ 30 ທັນວາ, 2016.
ກອງບັນຊາການຮັກສາຄວາມປອດໄພ ລັດຖະບານກາງ ຕຶກສີຂີ້ເທົ່າ ຢູ່ນະຄອນມົສກູ ທີ 30 ທັນວາ, 2016.

ທ່ານ​ໄດ້ກ່າວເຖິງ ການ​ພະຍ​າມລອບ​ສັງຫານເມື່ອ​ວັນ ທີ 4 ​ເດືອນມີນາຜ່ານມາຕໍ່
ອະດີດນັກ​ສືບວ່າ​ເປັນ​ “​ເລື້ອງທີ່ເສົ້າ​ສະຫ​ລົດ​ໃຈ​ທີ່​ສຸດ​." ທ່ານ​ກ່າວ​ວ່າ ​ສະຫະລັດ
​ກຳລັງ​ຖືເອົາ​ເລື່ອງດັ່ງ​ກ່າວ “ເປັນ​ເລື່ອງ​ຮ້າຍ​ແຮງ ດັ່ງ​ທີ່​ຂ້າພ​ະ​ເຈົ້າ​ຄິດ ​ຄືກັບ​ຫຼາຍໆ
​ຄົນ.” ທ່ານ​ທຣໍາປາກົດ​ວ່າ ​ລັງ​ເລ​ໃຈ​ກ່ອນໜ້ານີ້ ທີ່​ຈະ​ຕິຕຽນປະທານາທິບໍດີຣັດ​ເຊຍ
ທ່ານວະລາດີເມຍ ປູ​ຕິນ ຫຼື​ເອົາ​ບາດ​ກ້າວ​ຢ່າງ​ເຂັ້ມ​ແຂງ​ຕໍ່​ຣັ​ດ​ເຊ​ຍ.

ເຄື່ອງຄອມພິວເຕີໜ່ວຍນຶ່ງ ສະແດງໃຫ້ເຫັນພາກສ່ວນນຶ່ງຂອງເຄັດລັບ ທີ່ເປັນໄວຣັສ ອີງຕາມເຈົ້າໜ້າທີຢູເຄຣນ ຂອງອົງການຮັກສາຄວາມປອດໄພ ISSP ທີ່ນະຄອນກິອັຽບ.
ເຄື່ອງຄອມພິວເຕີໜ່ວຍນຶ່ງ ສະແດງໃຫ້ເຫັນພາກສ່ວນນຶ່ງຂອງເຄັດລັບ ທີ່ເປັນໄວຣັສ ອີງຕາມເຈົ້າໜ້າທີຢູເຄຣນ ຂອງອົງການຮັກສາຄວາມປອດໄພ ISSP ທີ່ນະຄອນກິອັຽບ.

ໃນ​ວັນ​ພະຫັດ​ວານ​ນີ້ ລັດຖະບານ​ສະຫະລັດ ​ໄດ້​ຮ່ວມກັບ​ປະເທດ​ອັງກິດ ຝຣັ່ງ ​ແລະ
ເຢຣະມັນ ​ໃນ​ການ​ໃຫ້ຄວາມສະໜັບສະໜູນຕໍ່ລອນ​ດອນທີ່ລົງຄວາມ​ເຫັນ ວ່າ ຣັດ​ເຊຍ
​ເປັນ​ຜູ້ຮັບຜິດຊອບ ​ຕໍ່​ການ​ໂຈມ​ຕີ​ແກັສທຳລາຍ​ປະສາດ. ຖະແຫຼງ ການ​ຮ່ວ​ມ ກ່າວ​ວ່າ
“ບໍ່​ມີ​ການອະທິບາຍທີ່ມີເຫດຜົນອື່ນໃດ” ​ແລະ “ຄວາມລົ້ມແຫລວ​ຂອງຣັ​ດ​ເຊຍ ທີ່​ຈະ
ແກ້ໄຂຕໍ່ການຮ້ອງຂໍທີ່​ຖືກ​ຕ້ອງ​ໂດ​ຍລັດຖະບານ​ຂອງ​ລາດ​ຊະ​ອານາ​ຈັກ​ອັງກິດ ທີ່​ເນັ້ນ
​ໜັກ​ເພີ້ມຕື່ມຕໍ່​ຄວາມ​ຮັບຜິດຊອບ​ຂອງຣັດ​ເຊຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG