ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນ ສະຫະລັດ ແລະ ຣັດເຊຍ ຟື້ນຟູ ຂໍ້ຕົກລົງ ໜ່ານຟ້າ ຊີເຣຍ


ເຮືອບິນຮົບ F-15E ຂອງກອງທັບອາກາດ ສະຫະລັດ ບິນຂ້າມປະເທດ ອີຣັກ ຫຼັງຈາກໄດ້ດຳເນີນການໂຈມຕີ
ທາງອາກາດໃນປະເທດ ຊີເຣຍ. 23 ກັນຍາ, 2014.
ເຮືອບິນຮົບ F-15E ຂອງກອງທັບອາກາດ ສະຫະລັດ ບິນຂ້າມປະເທດ ອີຣັກ ຫຼັງຈາກໄດ້ດຳເນີນການໂຈມຕີ ທາງອາກາດໃນປະເທດ ຊີເຣຍ. 23 ກັນຍາ, 2014.

ເຈົ້າໜ້າທີ່ລະດັບສູງຂອງກອງທັບ ສະຫະລັດ ແລະ ຣັດເຊຍ ກ່າວວ່າພວກເພິ່ນໄດ້ເຫັນ
ດີທີ່ຈະຟື້ນຟູຂໍ້ຕົກລົງໃນຄັ້ງທີ່ຜ່ານມາ ເຊິ່ງມີເຈຕະນາທີ່ຈະຫຼີກລ່ຽງ ທຸກໆເຫດການທາງ
ອາກາດ ໂດຍ ເຮືອບິນຮົບຈາກສອງປະເທດທີ່ບິນຢູ່ເທິງທ້ອງຟ້າຂອງປະເທດ ຊີເຣຍ.

ຖະແຫຼງການໃນ ວໍຊິງຕັນ ແລະ ມົສກູ ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ນາຍພົນ
Joseph Dunford ປະທານເສນາທິການຮ່ວມ ສະຫະລັດ ໄດ້ກ່າວທາງໂທລະສັບກັບ
ຄູ່ຮ່ວມຕຳແໜ່ງຈາກ ຣັດເຊຍ ຂອງທ່ານວ່າ ນາຍພົນ Valery Gerasimov ໄດ້ເວົ້າວ່າ ພວກເພິ່ນໄດ້ຕົກລົົົງກັນ ທີ່ຈະຟື້ນຟູຂໍ້ຕົກລົງສະບັບໜຶ່ງຢ່າງເຕັມທີ່ ກ່ຽວກັບ ການນຳໃຊ້
ໜ່ານຟ້າ ທີ່ຖືກໃຊ້ປະຕິບັດງານຈາກທ້າຍປີ 2015 ຫາ ຫຼາຍເດືອນຂອງປີກາຍນີ້.

ນາຍພົນອາວຸໂສທັງສອງທ່ານຍັງໄດ້ປຶກສາຫາລື ກ່ຽວກັບ ຂໍ້ຕົກລົງ Astana ຫຼ້າສຸດນີ້,
ເຊິ່ງ ຣັດເຊຍ, ເທີກີ ແລະ ອີຣ່ານ ໄດ້ເຫັນດີກັບຂໍ້ສະເໜີແຜນການຂອງວັງ Kremlin ເພື່ອຫຼຸດຜ່ອນຄວາມຮຸນແຮງໃນປະເທດ ຊີເຣຍ ຜ່ານ “ເຂດຫຼຸດຄວາມຮຸນແຮງ” ຂອງ ປະເທດທີ່ຖືກທຳລາຍໂດຍສົງຄາມນັ້ນ ບ່ອນທີ່ການປະທະກັນ ລະຫວ່າງພວກກະບົດ
ຊີເຣຍ ກັບ ກອງກຳລັງຕ່າງໆຂອງລັດຖະບານ ດາມາສກັສ ໄດ້ມີຄວາມຮຸນແຮງເປັນພິ
ເສດ.

ສະຫະລັດ ໄດ້ມີຕົວແທນເຂົ້າຮ່ວມໃນການເຈລະຈາດັ່ງກ່າວຢູ່ປະເທດ ກາຊັກສຖານ, ແຕ່ບໍ່ໄດ້ເຂົ້າຮ່ວມໃນການເຈລະຈາ, ສ່ວນໃຫຍ່ແມ່ນຍ້ອນມີການເຂົ້າຮ່ວມຂອງ ອີຣ່ານ.

ໂຄສົກທຳນຽບຫ້າແຈໃນນະຄອນຫຼວງ ວໍຊິງຕັນ ກ່າວວ່າ ທ່ານ Gerasimov ແລະ ທ່ານ Dunford “ໄດ້ຢືນຢັນຄຳໝັ້ນສັນຍາຂອງພວກເພິ່ນ ເພື່ອປະຕິບັດການຫຼຸດຜ່ອນ
ຄວາມຮຸນແຮງໃນ ຊີເຣຍ”
ແລະ ວ່າພວກເພິ່ນກໍໄດ້ຕົກລົງທີ່ຈະຍັງຄົງຈະຕິດຕໍ່ກັນຢູ່ຕໍ່
ໄປ.

ບັນດາເຈົ້າໜ້າທີ່ ຣັດເຊຍ ກ່າວວ່າ ເຂດ “ຫຼຸດຜ່ອນຄວາມຮຸນແຮງ” ໃນປະເທດ ຊີເຣຍ ໄດ້ມີຜົນບັງຄັບໃຊ້ໃນທ່ຽງຄືນວັນສຸກທີ່ຜ່ານມາ, ແລະ ວ່າເຂດດັ່ງກ່າວນັ້ນ ຕອນນີ້ໄດ້
ຖືກປິດໃຊ້ສຳລັບເຮືອບິນຈາກພັນທະມິດນຳໜ້າໂດຍ ສະຫະລັດ. ບໍ່ມີຂໍ້ມູນເພີ່ມເຕີມ
ກ່ຽວກັບວ່າ “ເຂດຫຼຸດຄວາມຮຸນແຮງ” ຈະຖືກປະຕິບັດແນວໃດ, ຫຼື ການຍົກເວັ້ນ ເຮືອບິນຈະຖືກບັງຄັບໃຊ້, ຖືກປະກາດອອກແນວໃດ, ແລະ ລາຍງານສະບັບອື່ນໆໄດ້ ເນັ້ນຄຳເວົ້າຂອງເຈົ້າໜ້າທີ່ ຣັດເຊຍ ວ່າຂໍ້ມູນອັນຄົບຖ້ວນ ກ່ຽວກັບ ແຜນການນັ້ນຈະບໍ່
ຖືກເປີດເຜີຍເປັນເວລາຢ່າງໜ້ອຍ 1 ເດືອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG