ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ແລະຣັດເຊຍ ມີຄວາມເຫັນ ຕ່າງກັນ ເປັນຫຍັງການຊ່ອຍເຫຼືອ ຈຶ່ງບໍ່ໄປເຖິງ Aleppo


ນັກເຄື່ອນໄຫວ ທີ່ເມືອງ Aleppo ປະທ້ວງ ຕໍ່ຕ້ານ ອົງການ ສປຊ ທີ່ບໍ່ສາມາດ ຈັດສົ່ງການຊ່ອຍເຫລືອ ໃຫ້ໄປຮອດ ເຂດຄວບຄຸມ ຂອງພວກຕໍ່ຕ້ານລັດຖະບານ.
ນັກເຄື່ອນໄຫວ ທີ່ເມືອງ Aleppo ປະທ້ວງ ຕໍ່ຕ້ານ ອົງການ ສປຊ ທີ່ບໍ່ສາມາດ ຈັດສົ່ງການຊ່ອຍເຫລືອ ໃຫ້ໄປຮອດ ເຂດຄວບຄຸມ ຂອງພວກຕໍ່ຕ້ານລັດຖະບານ.

ເຈົ້າໜ້າ​ທີ່ ທີ່ນະຄອນຫລວງວໍ​ຊິງ​ຕັນແລະ​ມົສກູ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ສະ​ແດງຄວາມ​ປະ ສົງ​ທີ່​ຈະ​ຂະຫຍາຍ​ການ​ຢຸດ​ຍິງທີ່​ມີ​ມາ​ເປັນ​ເວລາ​ນຶ່ງ​ອາທິດຢູ່​ໃນ​ຊີ​ເຣຍແລະ​ໃຫ້ການ​ຢືນ ຢັນວ່າ ການຈັດ​ສົ່ງ​ການ​ຊ່ອຍ​ເຫລືອ​ໄປ​ຍັງ​ເຂດ​ຕ່າງໆບໍ່​ທັນ​ເລີ້ມຂຶ້ນ​ເທື່ອແຕ່​ກໍ​ໄດ້​ຕົກລົງ​ກັນໃນ​ເລື້ອງ​ຄວາມ​ວິຕົກ​ກັງວົນ​ຕ່າງໆ ກ່ຽວ​ກັບ​ສະຖານະ​ການ​ທີ່​ພວມ​ຊຸດ​ໂຊມ ​ຢູ່​ໃນ​ປະ​ເທດ​ທີ່​ປະສົບ​ກັບ​ໄພ​ສົງຄາມ​ດັ່ງກ່າວ.

ລົດ​ບັນທຸກ 40 ຄັນ ທີ່​ລຳລຽງ​ເຄື່ອງ​ບັນ​ເທົາ​ທຸກ​ໄປ​ຍັງ​ເມືອງ Aleppo ຍັງ​ຈອດຢູ່​ກັບ​ທີ່ຢູ່​ດ່ານ​ກວດ​ພາສີ​ແຫ່ງ​ນຶ່ງ ​ໃນ​ເຂດ​ຊາຍ​ແດນ​ຕິດ​ກັບ​ເທີ​ກີ ແລະ​ສະຫະລັດໄດ້​ຖິ້ມ​ໂທດ​ໃສ່​ລັດຖະບານ​ຊີ​ເຣຍ ທີ່​ບໍ່​ອະນຸຍາດ ​ໃຫ້​ຂະ​ບວນລົດ​ຜ່ານ.

ຮູບນີ້ ຊຶ່ງນຳອອກເຜີຍແຜ່ໂດຍ ໜ່ວຍປົກປ້ອງພົນລະເຮືອນ ໝວກເຫລັກຂາວ ສະແດງໃຫ້ເຫັນວ່າ ພວກຜູ້ຊາຍ ຢືນຢູ່ຕາມຊາກຫັກພັງ ຫຼັງຈາກການໂຈມຕີທາງອາກາດ ຕໍ່ພາກຕາເວັນອອກ ຂອງເມືອງ Aleppo ເມື່ອວັນທີ 9 ກັນຍາ ຜ່ານມາ
ຮູບນີ້ ຊຶ່ງນຳອອກເຜີຍແຜ່ໂດຍ ໜ່ວຍປົກປ້ອງພົນລະເຮືອນ ໝວກເຫລັກຂາວ ສະແດງໃຫ້ເຫັນວ່າ ພວກຜູ້ຊາຍ ຢືນຢູ່ຕາມຊາກຫັກພັງ ຫຼັງຈາກການໂຈມຕີທາງອາກາດ ຕໍ່ພາກຕາເວັນອອກ ຂອງເມືອງ Aleppo ເມື່ອວັນທີ 9 ກັນຍາ ຜ່ານມາ

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ “ລົດເຫລົ່ານັ້ນ ຄວນ​ເຂົ້າ​ໄປ​ເຖິງ​ຊີ​ເຣຍ​ແລ້​ວ​ແລະ​ການ​ຊ່ອຍເຫລືອ​ຄວນ​ຖືກ​ສົ່ງ​ໄປ​ໂດຍມີຫຼືບໍ່​ມີ​ການຈັດ​ແຈງ​ທີ່​ມາ​ຈາກ​ເຈ​ນີວາ ມັນແມ່ນ​ລັດຖະບານ​ຊີ​ເຣຍທີ່​ຂັດຂວາງ​ບໍ່​ໃຫ້​ຂະ​ບວນລົດ​ເຄື່ອນ​ຍ້າຍ.”

​ເຈົ້າໜ້າ​ທີ່​ສະຫະ​ປະຊາ​ຊາດກ່າວ​ວ່າ ​ເງື່ອນ​ໄຂ​ກໍ​ຄື​ວ່າ​ສະພາບ​ການ​ຍັງ​ບໍ່​ມີ​ຄວາມ ປອດ ​ໄພ​ພຽງພໍທີ່​ຈະຂ້າມ​ເຂົ້າ​ໄປ​ໃນ​ຊີ​ເຣຍ.

ທ່ານ Jens Laerke ​ໂຄສົກ​ຂອງ​ອົງການ​ມະ​ນຸດ​ສະ​ທຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ “ພວກ​ເຮົາ​ຮູ້​ວ່າ​ມີ​ຢ່າງ​ໜ້ອຍ 250 ພັນ​ຄົນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ເມື​ອງ Aleppo ຊຶ່ງ​ອາດ​ຈະ​ເປັນ​ຈຳນວນ​ທັງ​ໝົດຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ບໍ່ໃນ​ຮູບ​ໃດກໍ​ຮູບ​ນຶ່ງ. ພວກ​ເຮົາ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ໄປ ​ຫຼາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້ ພ​ວກ​ເຮົາ​ແນ່ ນອນ​ບໍ່ພໍ​ໃຈ ພວກ​ເຮົາ​ຮູ້​ດີ​ວ່າ ໝົດ​ທັງ​ໂລກ​ກຳລັງ​ຈັບ​ຕາ​ເບິ່ງ​ຢູ່.”

ຂະບວນລົດບັນທຸກເອກກະຊົນເທີກີ ກຽມທີ່ຈະຂ້າມຊາຍແດນ ເຂົ້າໄປໃນຊີເຣຍ
ຂະບວນລົດບັນທຸກເອກກະຊົນເທີກີ ກຽມທີ່ຈະຂ້າມຊາຍແດນ ເຂົ້າໄປໃນຊີເຣຍ

ທະຫານ​ລັດຖະບານ​ຊີ​ເຣຍ​ໄດ້​ຖອນ​ໂຕ​ອອກ​ໄປ​ຈາກ​ເມືອງ Aleppo ​ແຕ່​ຫລັງ​ຈາກ​ນັ້ນກໍ​ຖືກໂຈມຕີດ້ຍປືນ​ໃຫຍ່​ຈາກ​ພວກ​ຕໍ່ຕ້ານ ​ເຮັດ​ໃຫ້​ພວກ​ທະຫານ​ເຫລົ່ານັ້ນຕ້ອງ​ໄດ້​ກັບຄືນ​ໄປ​ຍັງ​ທີ່​ໝັ້ນ​ເກົ່າ​ຂອງ​ພວກ​ເຂົາ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ຣັດ​ເຊຍ​ທີ່​ຍັງ​ຖິ້ມ​ໂທດ​ໃສ່ ​ວໍ​ຊິງ​ຕັນ​ວ່າ ບໍ່​ໃຊ້​ອິດ​ທິພົນ​ຂອງ​ຕົນ ​ເພື່ອ​ຄວບ​ຄຸມ​ການລະ​ເມີດຢຸດ​ຍິງ​ ໂດຍ​ພວກ​ຕໍ່ຕ້ານ​ກຸ່ມ​ຕ່າງໆ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG