ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ລາຍງານວ່າ ມີການຈ້າງຄົນ ເຂົ້າເຮັດວຽກ ແຕ່ 126,000 ຄົນ ໃນເດືອນແລ້ວ


US Reports Drop in Hiring for March
please wait

No media source currently available

0:00 0:01:51 0:00

ບັນດາບໍລິສັດຕ່າງໆຂອງສະຫະລັດ ໄດ້ວ່າຈ້າງພວກຄົນງານໃນ
ລະດັບທີ່ຊ້າທີ່ສຸດໃນຮອບ 3 ປີກວ່າໆ ໃນເດືອນມີນາຜ່ານມານີ້ ໂດຍມີຍອດສຸດທິຂອງວຽກງານໃໝ່ ແຕ່ພຽງ 126,000 ໜ້າວຽກ
ເທົ່ານັ້ນ.

ລາຍງານ ຂອງກະຊວງແຮງງານ ທີ່ນຳອອກເຜີຍແຜ່ ໃນວັນສຸກ
ວານນີ້ ຍັງແຈ້ງໃຫ້ຊາບວ່າ ອັດຕາຄົນຫວ່າງງານ ຍັງຄົງທີ່ ຢູ່ໃນ
ລະດັບ 5.5 ເປີເຊັນ.

ຂໍ້ມູນທາງດ້ານເສດຖະກິດ ໄດ້ສ້າງຄວາມປະຫລາດໃຈ ໃຫ້ແກ່
ພວກນັກເສດຖະສາດຫລາຍໆຄົນ ທີ່ໄດ້ທຳນາຍວ່າ ອາດຈະມີການວ່າຈ້າງໃນວຽກການ
ໃໝ່ ຫຼາຍເປັນສອງເທົ່າ. ທ່ານ Jason Furman ທີ່ປຶກສາທາງດ້ານເສດຖະກິດຂອງທຳ
ນຽບຂາວກ່າວວ່າ ສະພາບອາກາດໜາວຈັດ ແລະການຊັກຊ້າລົງ ຂອງເສດຖະກິດໂລກ
ແມ່ນມີຜົນກະທົບຕໍ່ຂໍ້ມູນດັ່ງກ່າວ.

ໃນຂະນະທີ່ການວ່າຈ້າງຄົນງານໄດ້ເພີ້ມຂຶ້ນ ໃນພາກສ່ວນການຮັກສາສຸຂະພາບ ການບໍ
ລິການທຸລະກິດ ແລະຮ້ານອາຫານກໍຈິງ ແຕ່ການວ່າຈ້າງ ກໍໄດ້ຫລຸດລົງ ໃນປະເພດບໍ່ແຮ່ ຊຶ່ງຮວມທັງອຸດສາຫະກຳນ້ຳມັນທີ່ໄດ້ຮັບຄວາມເສຍຫາຍຍ້ອນລາຄານ້ຳມັນດິບຕົກຕ່ຳລົງ.

ຂໍ້ມູນທີ່ນຳອອກເຜີຍແຜ່ໃນມື້ວານນີ້ ສະແດງໃຫ້ເຫັນວ່າ ຈຳນວນຄົນອາເມຣິກັນທີ່ຫວ່າງ ງານບໍ່ມີການປ່ຽນແປງຫຍັງຫລາຍຄືຢູ່ໃນລະດັບ 8 ລ້ານ 6 ແສນຄົນ. ຈຳນວນຜູ້ຄົນທີ່ບໍ່ ມີວຽກການເຮັດ ໄດ້ຫລຸດລົງ 1 ລ້ານ 8 ແສນຄົນ ຈາກລະດັບຂອງປີກາຍນີ້ ໃນຂະນະທີ່ ອັດຕາຄົນຫວ່າງງານໄດ້ຫລຸດລົງ 1.1 ເປີເຊັນ ຈາກ ໄລຍະດຽວກັນນັ້ນ.

ນອກນັ້ນ ພວກເຈົ້າໜ້າທີ່ ຍັງໃຫ້ຂໍ້ສັງເກດວ່າ ມີ 6 ລ້ານ 7 ແສນຄົນ ຢູ່ໃນສະຫະລັດ ໄດ້ ເຮັດວຽກບໍ່ເຕັມເວລາແຕ່ກໍຢາກເຮັດການຫລືມີເງິນເດືອນທີ່ເຕັມເວລາ.

XS
SM
MD
LG