ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ໄດ້ບອກ ພວກທີ່ຮຽນຈົບ ມະຫາວິທະຍາໄລວ່າ ຕ້ອງໄດ້ເຮັດວຽກ ຫຼາຍຂຶ້ນອີກ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສໃນພິທີມອບ ປະລິນຍາ ຕໍ່ພວກນັກສຶກສາ ຮຽນຈົບປີ 2016 ຈາກມະຫາວິທະຍາໄລ Howard ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ພຶດສະພາ 2016.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວຄຳປາໄສໃນພິທີມອບ ປະລິນຍາ ຕໍ່ພວກນັກສຶກສາ ຮຽນຈົບປີ 2016 ຈາກມະຫາວິທະຍາໄລ Howard ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ພຶດສະພາ 2016.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວຄຳປາໄສໃນພິທີມອບ ປະລິນ ຍາ ທີ່ເປັນຕາຂຶ້ນໃຈ ຢູ່ທີ່ມະຫາວິທະຍາໄລ Howard ຂອງຊາວຜິວດຳ ທີ່ເປັນປະຫວັດ ສາດ ໃນວັນເສົາວານນີ້ ໂດຍບອກພວກທີ່ຮຽນຈົບທັງຫຼາຍ ວ່າ ມີຄວາມສຳພັນດ້ານເຊື້ອ ສາຍ ໄດ້ມີການປັບປຸງດີຂຶ້ນ ຕະຫຼອດ 3 ທົດສະວັດຜ່ານມາ ແຕ່ຍັງຕ້ອງໄດ້ເຮັດວຽກ ຫຼາຍຂຶ້ນອີກ.

ນາງ Ciearra Jefferson ສະເຫຼີມສະຫຼອງ ການຮຽນຈົບ ກັບເພື່ອນນັກຮຽນປີດຽວກັນ ຫຼັງຈາກ ປະທານາທິບໍດີ Barack Obama ໄດ້ກ່າວຄຳປາໄສ ເນື່່ອງໃນການມອບໃບປະກາດສະນີຍະບັດ ຢູ່ທີ່ ມະຫາວິທະຍາໄລ Howard ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ພຶດສະພາ 2016.
ນາງ Ciearra Jefferson ສະເຫຼີມສະຫຼອງ ການຮຽນຈົບ ກັບເພື່ອນນັກຮຽນປີດຽວກັນ ຫຼັງຈາກ ປະທານາທິບໍດີ Barack Obama ໄດ້ກ່າວຄຳປາໄສ ເນື່່ອງໃນການມອບໃບປະກາດສະນີຍະບັດ ຢູ່ທີ່ ມະຫາວິທະຍາໄລ Howard ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ພຶດສະພາ 2016.

ທ່ານໂອບາມາ ໄດ້ບອກ ພວກນັກສຶກສາທີ່ຮຽນຈົບ ໃນປີ 2016 ດ້ວຍການເບິ່ງກັບຄືນ ໄປຍັງປີ 1983 ວ່າ “ອາເມຣິກາ ຄັນວັດແທກເບິ່ງທຸກສິ່ງທຸກຢ່າງແລ້ວ ກໍແມ່ນວ່າ ດີຂຶ້ນ ຫຼາຍກວ່າ ທີ່ມັນເຄີຍເປັນ ໃນເວລາທີ່ຂ້າພະເຈົ້າ ຮຽນຈົບຈາກມະຫາວິທະ ຍາໄລ.” ແຕ່ຫາກວ່າ ປະທານາທິບໍດີ ອາເມຣິກັນ ເຊື້ອສາຍອາຟຣິກາ ຄົນທຳອິດຂອງປະເທດ ໄດ້ກ່າວຕໍ່ໄປວ່າ ການແບ່ງແຍກສີຜິວ ແລະ ຄວາມບໍ່ສະເໝີພາບ ຍັງຄົງມີຢູ່ຕໍ່ໄປ ໃນຂະ ນະທີ່ທ່ານໄດ້ຊີ້ໃຫ້ເຫັນ ຄວາມແຕກຕ່າງກັນ ໃນການວ່າງງານ ໃນຄ່າຈ້າງ ແລະ ໃນລະ ບົບຍຸຕິທຳດ້ານອາຍາ.

ທ່ານຍັງໄດ້ບອກພວກຮຽນຈົບ ຢູ່ໃນນະຄອນຫຼວງວໍຊິງຕັນ ວ່າ ຖ້າພວກເຈົ້າ ຢາກເຫັນ ການ ປ່ຽນແປງແລ້ວ ພວກເຈົ້າ ບໍ່ຄວນຈະ “ຍ່າງຜ່ານຊີວິດໄປ ໃນລະຫວ່າງນອນລັບຢູ່” ແຕ່ຕ້ອງມີສ່ວນຮ່ວມຢ່າງແຂງຂັນ ໃນລະບົບປະຊາທິປະໄຕ.

ທ່ານກ່າວວ່າ “ໃນປີ 2012 ຊາວອາເມຣິກັນ ເກືອບ 2 ໃນ 3 ຄົນໃດ ໄດ້ອອກມາໃຊ້ສິດ ອອກສຽງ. ແລະ ຕໍ່ຈາກນັ້ນມາ ໃນປີ 2014 ພຽງ 2 ໃນ 5 ໄດ້ອອກມາໃຊ້ສິດອອກ ສຽງ.” ແລ້ວທ່ານ ຖາມວ່າ “ເຈົ້າຄິດບໍ່ວ່າ ມັນໄດ້ເຮັດໃຫ້ມີຄວາມແຕກຕ່າງ ຢູ່ໃນລັດ ຖະສະພາ ທີ່ຂ້າພະເຈົ້າ ຕ້ອງໄດ້ຕົກລົງຜ່ານໄປ?”

ທ່ານປະທານາທິບໍດີ ໄດ້ບອກພວກຊາວໜຸ່ມ ວ່າ ພວກເຂົາເຈົ້າ ບໍ່ຄວນມີຂໍ້ແກ້ໂຕເລີຍ ໃນການທີ່ຈະບໍ່ໄປໃຊ້ສິດອອກສຽງ.

ທ່ານໄດ້ກ່າວຕື່ມວ່າ “ພວກເຈົ້າບໍ່ຕ້ອງໄດ້ສ່ຽງຊີວິດຂອງພວກເຈົ້າ ທີ່ຈະໄປປ່ອນບັດ ເລືອກຕັ້ງ ພວກຄົນອື່ນໆ ໄດ້ອອກໄປເຮັດໃຫ້ພວກເຈົ້າແລ້ວ” ໃນຂະນະທີ່ທ່ານ ໄດ້ ຊຸກຍູ້ໃຫ້ ພວກທີ່ໄດ້ຮຽນຈົບ 2,300 ຄົນ ຢູ່ໃນນະຄອນຫຼວງ Washington ໃຫ້ໄປໃຊ້ ສິດອອກສຽງ ບໍ່ພຽງແຕ່ໃຫ້ແກ່ປະທານາທິບໍດີ ແຕ່ໃນ ການເລືອກຕັ້ງທຸກໆລະດັບ.

Obama Howard Commencement
please wait

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG