ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຂໍໃຫ້ ອົງການໆຄ້າໂລກ ແກ້ໄຂ ເລື່ອງ ເງິນອຸດໜຸນ ຂອງ ອິນເດຍ


ຄົນງານຜູ້ນຶ່ງ ພວມເລືອກເຄື່ອງນຸ່ງ ທີ່ໂຮງງານຕັດຫຍິບ ແອັສທີ ທີ່ເມືອງທີຣຸປຸຣະ ລັດທະມິລນາດູ ໃນພາກໃຕ້ອິນເດຍ.
ຄົນງານຜູ້ນຶ່ງ ພວມເລືອກເຄື່ອງນຸ່ງ ທີ່ໂຮງງານຕັດຫຍິບ ແອັສທີ ທີ່ເມືອງທີຣຸປຸຣະ ລັດທະມິລນາດູ ໃນພາກໃຕ້ອິນເດຍ.

ຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດ ທ່ານຣໍເບີດ ໄລທາຍເຊີ (Robert Ligh-
thizer ກ່າວວ່າ ສະຫະລັດຈະທ້າທາຍການໃຫ້ເງິນອຸດໜຸນ ຂອງລັດຖະບານອິນເດຍ
ຕໍ່ການສົ່ງອອກ ໂດຍກ່າວວ່າ ເປັນການສ້າງຄວາມເສຍຫາຍໃຫ້ແກ່ພວກຄົນງານອາ
ເມ ຣິກັນ.

ທ່ານໄລທາຍເຊີກ່າວໃນວັນພຸດວານນີ້ວ່າ ທ່ານໄດ້ຮ້ອງຂໍ “ໃຫ້ມີການປຶກສາຫາລືເພື່ອ ແກ້ໄຂບັນຫາຂັດແຍ້ງ” ກັບລັດຖະບານອິນເດຍ ຢູ່ທີ່ອົງການໆຄ້າໂລກ ຍ້ອນວ່າ ການ ໃຫ້ເງິນອຸດໜຸນດັ່ງກ່າວ ເຮັດໃຫ້ອິນເດຍ ສາມາດຂາຍສິນຄ້າຂອງຕົນ ໃນລາຄາທີ່ຖືກ
ກ່ອນ.

ທ່ານກ່າວວ່າ “ຜູ້ຕາງໜ້າທາງດ້ານການຄ້າ ຂອງສະຫະລັດ ຈະສືບຕໍ່ຖືວ່າ ຄູ່ການຄ້າ
ຂອງພວກເຮົາ ຮັບຜິດຊອບ ໃນການຈັດຕັ້ງປະຕິບັດຢ່າງແຂງຂັນ ກ່ຽວກັບສິດທິຂອງ
ສະຫະລັດພາຍໃຕ້ຂໍ້ຕົກລົງການຄ້າຂອງພວກເຮົາແລະດ້ວຍການຊຸກຍູ້ໃຫ້ມີການຄ້າ ທີ່ຍຸຕິທຳແລະສົມສ່ວນ ໂດຍຜ່ານທຸກກົນໄກເຄື່ອງມືທີ່ມີຢູ່ ຮວມທັງອົງການໆຄ້າໂລກ
ນຳດ້ວຍ.”

ການປະກາດດັ່ງກ່າວນີ້ ແມ່ນການເອົາບາດກ້າວຫລ້າສຸດ ໃນການບຸກທາງດ້ານການ
ຄ້າຂອງປະທານາທິບໍດີ ດໍໂນລ ທຣຳ. ທຳນຽບຂາວໄດ້ປະກາດກ່ຽວກັບການເກັບພາ
ສີ ຕໍ່ເຫລັກກ້າ ແລະອາລູມີນຽມ ທີ່ນຳເຂົ້າພ້ອມທັງການນຳເຂົ້າ ແຜ່ນຮັບແສງຕາເວັນ ແລະຈັກຊັກເຄື່ອງນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG