ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມອບປຶ້ມແບບຮຽນ ຊັ້ນ ປ.1 ແລະ ປ.2 ທົ່ວປະເທດໃຫ້ ລາວ


ທ່ານນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດ ຖ່າຍ​ຮູບ​ກັບ​ທ່ານ​ນາງ ປອ ສີ​ສຸກ ວົງ​ວິ​ຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ນັກ​ຮຽນ
ທ່ານນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດ ຖ່າຍ​ຮູບ​ກັບ​ທ່ານ​ນາງ ປອ ສີ​ສຸກ ວົງ​ວິ​ຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ນັກ​ຮຽນ

ເມື່ອ​ວັນ​ທີ 1 ມີ​ນາ​ທີ່​ຜ່ານ​ມາ, ທ່ານນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບປຶ້ມແບບຮຽນຂັ້ນ ປ.1 ແລະ ປ.2 ໃຫ້ແກ່ ທ່ານນາງ ປ.ອ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ທີ່ໂຮງຮຽນປະຖົມສົມບູນຫ້ວຍສະເຫງົ້າ, ເມືອງວັງ ວຽງ, ແຂວງວຽງຈັນ ເພື່ອສືບຕໍ່ການສະໜັບສະໜູນການສຶກສາຂອງ ສະຫະ ລັດ ອາເມລິກາ ປະຈຳ ສປປ ລາວ. ເຊິ່ງມີຜູ້​ເຂົ້າ​ຮ່ວມ​ປະມານ 100 ກວ່າ​ຄົນ, ​ໃນ​ນັ້ນ​ມີ​ຜູ້ຕາງໜ້າຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ (MOES), ກະຊວງ ການ ຕ່າງປະເທດ, ຮອງເຈົ້າແຂວງ ແຂວງວຽງຈັນ, ອົງການ​ພັດທະນາ​ສາກົນ ​ສະຫະ ລັດ​ອາ​ເມ​ລິ​ກາ (USAID), ອົງການຊ່ວຍເຫຼືອສາກົນ, ອົງການຣູມທູຣິດ ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ, ຄູ​ອາຈານ, ແລະ ນ້ອງໆນັກຮຽນ ກໍໄດ້​ເປັນສັກຂີພິຍານຂອງພິທີ​ມອບຮັບ​ປຶ້ມ​ແບບຮຽນ​ໃນ​ທົ່ວ​ປະ​ເທດ.

ທ່ານນາງ ແຮັດເຕີ ວາເຣຍອາວາ ຟັງ​ນັກ​ຮຽນ​ລາວ​ອ່ານ​ໜ​ັງ​ສື​ຢູ່ ໂຮງຮຽນປະຖົມສົມບູນຫ້ວຍສະເຫງົ້າ, ເມືອງວັງ ວຽງ, ແຂວງວຽງຈັນ
ທ່ານນາງ ແຮັດເຕີ ວາເຣຍອາວາ ຟັງ​ນັກ​ຮຽນ​ລາວ​ອ່ານ​ໜ​ັງ​ສື​ຢູ່ ໂຮງຮຽນປະຖົມສົມບູນຫ້ວຍສະເຫງົ້າ, ເມືອງວັງ ວຽງ, ແຂວງວຽງຈັນ

ການຊ່ວຍເຫຼືອດັ່ງກ່າວ ແມ່ນສະໜັບສະໜູນຈາກອົງການ USAID ໂດຍຜ່ານ ໂຄງການຮຽນອ່ານ, ທີ່ປຶ້ມແບບຮຽນ ວິຊາ ພາສາລາວ ຂັ້ນ ປ.1 ແລະ ປ.2, ແລະ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ຂັ້ນ ປ.2 ລວມທັງ ຫຼາຍກວ່າ 700,000 ຫົວ, ພ້ອມທັງ ປຶ້ມຄູ່ມືຄູ ແລະ ປື້ມນິທານທີ່ມີຄຸນນະພາບສູງທັງໝົດ 122,000 ຫົວ. ສື່ການຮຽນການສອນເຫຼົ່ານີ້ ຖືກອອກແບບເພື່ອເສີມຂະ ຫຍາຍ ການສິດສອນໃນຫ້ອງຮຽນ, ການຝຶກອົບຮົມຄູ, ແລະ ການມີສ່ວນຮ່ວມ ຂອງຊຸມຊົນ. ໂຄງການຮຽນອ່ານ ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ, ເພື່ອສົ່ງເສີມ ວັດທະນະທໍາການອ່ານຂອງເດັກນ້ອຍ, ໄດ້ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານໃນ ສປປ ລາວ, ໂດຍສະເພາະແມ່ນ ເດັກນ້ອຍທີ່ບໍ່ເວົ້າພາສາລາວ ມາແຕ່ກໍາເນີດ ແລະ ເດັກພິການ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG