ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສະໜອງທຶນ ໃນການບູລະນະແລະປົກປັກຮັກສາ ມໍລະດົກໂລກ ທົ່ງໄຫຫີນ ມູນຄ່າ 129,000 ໂດລາ


ພິທີເຊັນສັນຍາຮ່ວມໂຄງການບູລະນະແລະປົກປັກຮັກສາມໍລະດົກໂລກ ທົ່ງໄຫຫີນ ທີ່ແຂວງຊຽວຂວາງ ລະຫວ່າງ ສະຖານທູດສະຫະລັດ ໂດຍມີເອກອັກຄະລັດຖະທູດ ສະຫະລັດ ທ່ານ ດຣ. ປີເຕີ ເຮມອນ ແລະຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ທ່ານອຸ່ນທວງ ຂາວພັນ, ວັນທີ 28 ສິງຫາ 2021.
ພິທີເຊັນສັນຍາຮ່ວມໂຄງການບູລະນະແລະປົກປັກຮັກສາມໍລະດົກໂລກ ທົ່ງໄຫຫີນ ທີ່ແຂວງຊຽວຂວາງ ລະຫວ່າງ ສະຖານທູດສະຫະລັດ ໂດຍມີເອກອັກຄະລັດຖະທູດ ສະຫະລັດ ທ່ານ ດຣ. ປີເຕີ ເຮມອນ ແລະຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ທ່ານອຸ່ນທວງ ຂາວພັນ, ວັນທີ 28 ສິງຫາ 2021.

ດັ່ງທີ່ວີໂອເອລາວ ໄດ້ລາຍງານເມື່ອວັນທີ 10 ກໍລະກົດ ທີ່ຜ່ານມາ ທີ່ວ່າທົ່ງໄຫຫີນ ເປັນນຶ່ງໃນມໍລະດົກດ້ານວັດທະນະທຳທີ່ຕົກທອດມາຈາກບັນພະບຸລຸດຂອງ ລາວ ຊຶ່ງໃນປັດຈຸບັນນີ້ ກໍໄດ້ຖືກຮັບຮອງໃຫ້ເປັນມໍລະດົກທາງດ້ານວັດທະນະ ທຳຂອງໂລກ ຢ່າງເປັນທາງການແລ້ວໂດຍອົງການ UNESCO ແລະເປັນແຫ່ງທີສາມຂອງລາວ ນອກເໜືອຈາກນະຄອນຫຼວງພະບາງ ແລະປາສາດວັດພູ ໃນແຂວງຈຳປາສັກ.

ໃນຂະນະດຽວກັນ ເນື່ອງໃນໂອກາດປີແຫ່ງການສະເຫຼີມສະຫຼອງໂຄງການກອງທຶນທ່ານທູດຂອງສະຫະລັດ ເພື່ອການອະນຸລັກວັດທະນະທຳ ຫຼື ທີ່ເອີ້ນຫຍໍ້ວ່າ AFCP ໄດ້ຄົບຮອບ 20 ປີ ດັ່ງນັ້ນ ສະຖານທູດສະຫະລັດໃນນະຄອນຫຼວງວຽງຈັນ ໂດຍມີເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ດຣ. ປີເຕີ ເຮມອນ ໄດ້ປະກາດເຈຕະນາຂອງສະຫະລັດ ທີ່ຈະໃຫ້ທຶນຈຳນວນ 129,000 ໂດລາ ສຳລັບການອະນຸລັກໄຫຫີນບູຮານໃຫຍ່ໃນຍຸກສະໄໝກ່ອນປະຫວັດສາດ ຢູ່ທີ່ແຂວງຊຽງຂວາງ ອີງຕາມຖະແຫລງການສະບັບ ວັນທີ 28 ສິງຫາ 2021 ຈາກສະຖານທູດສະຫະລັດປະຈຳນະຄອນຫຼວງວຽງຈັນ.

ພ້ອມກັນນັ້ນ ທາງສະຖານທູດສະຫະລັດ ຮວມທັງເຈົ້າແຂວງໆຊຽງຂວາງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ ແລະບັນດາເຈົ້າໜ້າທີ່ຕາງໜ້າ ໃຫ້ກະຊວງການຕ່າງປະເທດ ແລະບັນດາເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງຈາກທັງສອງຝ່າຍ ໄດ້ຈັດພິທີລົງນາມໃນສັນຍາຮ່ວມໂຄງການດັ່ງກ່າວ ຢູ່ສະຖານທີ່ມໍລະດົກໂລກທົ່ງໄຫຫີນ ໃນແຂວງຊຽງຂວາງ ເມື່ອມໍ່ໆມານີ້ ຊຶ່ງທ່ານເອກອັກຄະລັດຖະທູດ ສະຫະລັດ ດຣ. ປີເຕີ ເຮມອນ ໄດ້ກ່າວໃນພິທີນີ້ວ່າ:

ທ່ານດຣ. ເຮມອນ ກ່າວຕື່ມອີກວ່າ “ໃນຂະນະທີ່ພວກເຮົາພວມສະເຫຼີມສະຫຼອງສາຍພົວພັນແບບກວມລວມ ລະຫວ່າງ ສະຫະລັດອາເມຣິກາແລະ ສປປ ລາວ ຄົບຮອບ 5 ປີ ແລະ ການສະເຫຼີມສະຫຼອງໂຄງການ AFCP ໃນ ສປປ ລາວ ຄົບຮອບ 20 ປີ, ພວກເຮົາມີຄວາມໝາຍໝັ້ນ ທີ່ຈະເຮັດວຽກຮ່ວມກັບປະຊາຊົນ ແລະລັດຖະບານ ສປປ ລາວ ໃນທຸກດ້ານ ໃນການປົກປັກຮັກສາ ແລະພັດທະ ນາເສດຖະກິດແລະສັງຄົມ.”

XS
SM
MD
LG