ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມການຄ້າ ອາເມຣິກາລາຕິນ ໄດ້ຢຸດ ການເປັນສະມາຊິກ ຂອງ ເວເນຊູເອລາ ໄວ້ຊົ່ວຄາວ


ລັດຖະມົນຕີການຕ່າງປະເທດຂອງກຸ່ມການຄ້າ ອາເມຣິກາລາຕິນ, ຈາກຊ້າຍ, ທ່ານ Jorge Faurie ຈາກປະເທດ ອາເຈັນຕີນາ, ທ່ານ Eladio Loizaga ປາຣາກວາຍ, Aloysio Nunes ຈາກ ບຣາຊິລ, ຜູ້ປົກຄອງເມືອງ ຊາວ ປາວໂລ ທ່ານ Joao Doria, ແລະ ລັດຖະມົນຕີການຕ່າງປະເທດ ອູຣູກວາຍ ທ່ານ Rodolfo Nin Novoa, ກ່າວຄຳປາໄສຕໍ່ສື່ມວນຊົນໃນເມືອງ ຊາວ ປາວໂລ, ບຣາຊິລ. 5 ສິງຫາ, 2017.
ລັດຖະມົນຕີການຕ່າງປະເທດຂອງກຸ່ມການຄ້າ ອາເມຣິກາລາຕິນ, ຈາກຊ້າຍ, ທ່ານ Jorge Faurie ຈາກປະເທດ ອາເຈັນຕີນາ, ທ່ານ Eladio Loizaga ປາຣາກວາຍ, Aloysio Nunes ຈາກ ບຣາຊິລ, ຜູ້ປົກຄອງເມືອງ ຊາວ ປາວໂລ ທ່ານ Joao Doria, ແລະ ລັດຖະມົນຕີການຕ່າງປະເທດ ອູຣູກວາຍ ທ່ານ Rodolfo Nin Novoa, ກ່າວຄຳປາໄສຕໍ່ສື່ມວນຊົນໃນເມືອງ ຊາວ ປາວໂລ, ບຣາຊິລ. 5 ສິງຫາ, 2017.

ກຸ່ມການຄ້າ ອາເມຣິກາລາຕິນ ໄດ້ຢຸດການເປັນສະມາຊິກຂອງ ເວເນຊູເອລາ ໄວ້ຊົ່ວ
ຄາວ, ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ “ສະພາ ລັດຖະທຳມະນູນ” ທີ່ຫາກໍຖືກເລືອກໃໝ່
ໄດ້ຂັບໄລ່ຫົວໜ້າໄອຍະການ ຂອງປະເທດອອກຈາກຕຳແໜ່ງ.

ລຸນຫຼັງການປະຊຸມກັນ ໃນສູນກາງດ້ານການເງິນຂອງ ບຣາຊິລ, ທີ່ ເມືອງ ຊາວ ປາວໂລ
ແລ້ວ, ລັດຖະມົນຕີການຕ່າງປະເທດຂອງ ບຣາຊິລ ທ່ານ Aloysio Ferreira ກໍໄດ້ກ່າວ
ຕໍ່ບັນດານັກຂ່າວວ່າ ພວກເຮົາໄດ້ ເວົ້າວ່າ: “ຢຸດບັນຫານີ້, ເຊົາຂ້າປະຊາຊົນ, ຢຸດການ
ກວາດລ້າງ. ມັນ ເປັນໄປບໍ່ໄດ້ທີ່ຈະລົງໂທດປະຊາຊົນດ້ວຍການທໍລະມານແນວນັ້ນ.”

ການຢຸດຊົ່ວຄາວ ແມ່ນບໍ່ມີກຳນົດ. ເຊິ່ງ ເວເນຊູເອລາ ໄດ້ເຂົ້າຮ່ວມໃນ ກຸ່ມດັ່ງກ່າວມາ
ເມື່ອປີ 2012 ແລະ ເຄີຍຖືກລະງັບຊົ່ວຄາວກ່ອນໜ້ານີ້ ສຳລັບການບໍ່ສາມາດທີ່ຈະຮັກ
ສາຄຳໝັ້ນສັນຍາຂອງເຂົາເຈົ້າໄດ້.

ໃນຂະນະດຽວກັນ, ສະພາລັດຖະທຳມະນູນ, ທີ່ປະກອບມີພັນທະມິດ ຈຳນວນຫຼາຍ
ຂອງປະທານາທິບໍດີ Nicolas Maduro ກໍໄດ້ລົງຄະແນນ ສຽງເພື່ອປົດຫົວໜ້າໄອຍະ
ການ ທ່ານນາງ Luisa Ortega ໃນວັນ ເສົາວານນີ້ອອກຈາກຕຳແໜ່ງ ແລະ ໄດ້ທຳການສາບານຕົວທ່ານ Tarek William Saab ເຂົ້າຮັບຕຳແໜ່ງແທນທ່ານນາງ. ທ່ານ Saab
ກ່ອນໜ້ານີ້ ໄດ້ເປັນຜູ້ກວດກາດ້ານສິດທິມະນຸດຂອງສະພາ ເວເນຊູເອລາ, ແຕ່ ອົງການ
ສະຫະປະຊາຊາດ ເມື່ອບໍ່ດົນມານີ້ ໄດ້ຕ້ອງຕິທ່ານ ຍ້ອນບໍ່ສາມາດປ້ອງກັນການລ່ວງ
ລະເມີດດ້ານສິດທິມະນຸດ.

ຫຼັງຈາກການລົງຄະແນນສຽງ, ສະມາຊິກກອງກຳລັງທະຫານຂອງ ເວເນຊູເອລາ ຫຼາຍ
ສິບຄົນ ກໍໄດ້ປິດລ້ອມຫ້ອງການຂອງທ່ານນາງ Ortega ແລະ ປະຕິເສດ ບໍ່ໄດ້ທ່ານນາງ
ຜ່ານເຂົ້າໄປໄດ້.

ທ່ານນາງ Ortega ກ່າວວ່າ ພວກທະຫານ “ໄດ້ໂຈມຕີ” ເພິ່ນ ດ້ວຍໂລ້ກຳບັງການຈະ
ລາຈົນ ເພື່ອປ້ອງກັນບໍ່ໃຫ້ເພິ່ນເຂົ້າໄປໃນອາຄານດັ່ງກ່າວ.

ທ່ານນາງໄດ້ກ່າວຕໍ່ນັກຂ່າວວ່າ “ນີ້ແມ່ນຜະເດັດການ.”

ຄາດວ່າຈະມີການໄລ່ທ່ານນາງ Ortega ອອກຈາກຕຳແໜ່ງໃນໄວໆນີ້. ພວກສະມາຊິກ
ຂອງສະພາລັດຖະທຳມະນູນເວົ້າວ່າ ມັນແມ່ນບູລິມະສິດທຳອິດຂອງເຂົາເຈົ້າ.

ສະພາໄດ້ເຂົ້າປະຈຳການຢ່າງເປັນທາງການໃນວັນສຸກທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG