ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ກ່າ​ວວ່າ ກອງ​ທັບ ​ມຽນ​ມາ ປະ​ຕິ​ບັດ ຕາມ​ແຜນ ສັງ​ຫານ​ໝູ່ ແລະ​​ກໍ່​ການ​ຮ້າຍ ຕໍ່​​ຊາວໂຣ​ຮິງ​ຢາ​


ຜູ້​ບັນ​ຊາ​ການກອງ​ທັບ​ມ​ຽນ​ມາ ທ່ານ​ນາຍ​ພົນ ມິນ ອັງ ຮ​ລຽງ (Min Aung Hlaing) (ກາງ) ທີ່​ເຫັນ​ມາ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ເພື່ອ​ຊົມ​ການ​ຝຶກ​ຊ້ອມ​ທາງ​ທະ​ຫານ​ຂອງເຂດແຫຼມ ອາ​ຢີ​ຢາ​ວະ​ດີ (Ayeyarwaddy Delta) ມ​ຽນ​ມາ, 3 ກຸມ​ພາ 2018.
ຜູ້​ບັນ​ຊາ​ການກອງ​ທັບ​ມ​ຽນ​ມາ ທ່ານ​ນາຍ​ພົນ ມິນ ອັງ ຮ​ລຽງ (Min Aung Hlaing) (ກາງ) ທີ່​ເຫັນ​ມາ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ເພື່ອ​ຊົມ​ການ​ຝຶກ​ຊ້ອມ​ທາງ​ທະ​ຫານ​ຂອງເຂດແຫຼມ ອາ​ຢີ​ຢາ​ວະ​ດີ (Ayeyarwaddy Delta) ມ​ຽນ​ມາ, 3 ກຸມ​ພາ 2018.

ກອງ​ທະ​ຫານ​ມຽນ​ມາ ໄດ້​ປະ​ຕິ​ບັດ​ຕາມ​ແຜນ​ການ​ປຸກ​ລະ​ດົມ ເພື່ອສັງ​ຫານ​ໝູ່ ແລະກໍ່​ການ​ຮ້າຍ ຕໍ່ຊາວມຸ​ສ​ລິມໂຣ​ຮິງ​ຢາ​, ອີງ​ຕາມກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດກ່າວ​ໄວ້ ແຕ່​ກໍ​ບໍ່​ເຖິງ​ຂັ້ນ​ກັບ​ທີ່​ຈະ​ເອີ້ນ​ວ່າເປັນການ​ຂ້າ​ລ້າງ​ເຊື້ອ​ຊາດເຜົ່າ​ພັນ ຫຼື​ການກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ.

“ຄວາມ​ຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້ໃນລັດ​ຣາ​ໄຄ​ນ໌​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ແມ່ນຮ້າຍແຮງ, ​ຂະ​ໜາດ​ໃຫຍ່ ​ກວ້າງຂວາງ ແລະ​ ​ເບິ່ງ​ຄື​ວ່າ ຕັ້ງໃຈ​ທີ່​ຈະ​ທຳ​ການ​ກໍ່​ການ​ຮ້າຍ ​ໃສ່​ພົນ​ລະ​ເມືອງ ແລະຂັບ​ໄລ່​ຊາວ​ໂຣ​ຮິງ​ຢາ​ທີ່​ອາ​ໄສ​ຢູ່​ທີ່​ນັ້ນ” ນັ້ນ​ຄື​ລາຍ​ງານ​ສະ​ບັບ​ໃໝ່ ຂອງຫ້ອງ​ການ​ສືບ​ລັບແລະຄົ້ນ​ຄ້​ວາ ທີ່​ໄດ້​ກ່າວ​ໄວ້.

ພວກ​ສືບ​ສວນ ໄດ້​ໂອ້​ລົ​ມກັບ ພວກ​ຜູ້​ຊາຍແລະ​ພວກ​ແ​ມ່​ຍິງຊາວ​ໂຣ​ຮິງ​ຢາ​ ຈຳ​ນວນ
1 ພັນ​ຄົນ ​ ທີ່​ຫ​ລົບໜີ​ໄປ​ຍັງ​ປະ​ເທດ​ບັງ​ກາ​ແດັ​ສ.

ພວກ​ເຂົາ​ເຈົາ​ກ່າວ​ວ່າ ພວກ​ທະ​ຫານຊາວ​ມຽນ​ມາ ຍິງ​ແລະ​ສັງ​ຫານ​ພວກ​ທາ​ລົກ ແລະ​ພວກ​ເດັກ​ນ້ອຍ ແລະ​ພວກ​ຜູ້​ຊາຍ​ທີ່​ບໍ່​ຕິດອາ​ວຸດ ນຳ​ເອົາ​ພວກ​ຊາກ​ສົບຖິ້ມ​ລົງ​ໄປ​ໃນ​ຂຸມ​ຮວມ​ກັນ. ພວກ​ເຄາະ​ຮ້າຍ​ບາງ​ຄົນ ແມ່ນ​ຖືກ​ຈູດ​ໄຟ​ເຜົາ​ທັງ​ເປັນ.

ຊາວ​ອົບ​ພະ​ຍົບ​ໂຮ​ຮິງ​ຢາ ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ທີ່​ສູນ​ກຸດ​ຕາ​ປາ​ລົງ (Kutupalong) ເພື່ອ​ເປັນ​ຂີດ​ໝາຍ​ນຶ່ງ​ປີ ຄົບ​ຮອບ ການ​ອົບ​ພະ​ຍົບ​ໜີ​ອອກ​ຈາກ​ມຽນ​ມາ, ໃນ Cox's Bazar, ບັງ​ກາ​ແດ​ຊ, 25 ສິງ​ຫາ 2018.
ຊາວ​ອົບ​ພະ​ຍົບ​ໂຮ​ຮິງ​ຢາ ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ທີ່​ສູນ​ກຸດ​ຕາ​ປາ​ລົງ (Kutupalong) ເພື່ອ​ເປັນ​ຂີດ​ໝາຍ​ນຶ່ງ​ປີ ຄົບ​ຮອບ ການ​ອົບ​ພະ​ຍົບ​ໜີ​ອອກ​ຈາກ​ມຽນ​ມາ, ໃນ Cox's Bazar, ບັງ​ກາ​ແດ​ຊ, 25 ສິງ​ຫາ 2018.

​ພວກ​ແມ່​ຍິງ ໄດ້​ລາຍ​ງານ​ວ່າ ພວກ​ຕົນ ໄດ້​ຖືກ​ຂົ່ມ​ຂືນ​ຊຳ​ເລົາ​ເປັນ​ໝູ່​ຈາກ​ພວກ​ທະ​ຫານ.

ໃນ​ການສືບ​ສວນ​ກ່ອນ​ໜ້າ​ນີ້ ການ​ສືບ​ສວນສອບ​ສວນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ວ່າ ການ​ເອົາ​ບາດ​ກ້າວ​ຂອງກອງ​ທັບ​ມຽນ​ມາ ແມ່ນ​ໄດ້​ກະ​ທຳ​ໄປ “ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ຂ້າ​ລ້າງ​ເຜົ່າ​ພັນ” ແລະ​ຮຽກ​ຮ້ອງ​ໃຫ້ນຳຜູ້​ບັນ​ຊາ​ການ​ສູງ​ສຸດ ມາ​ລົງ​ໂທດ.

ລາຍ​ງານ​ດັ່ງ​ກ່າວ​ນີ້ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ສະ​ຫະ​ລັດ ໄດ້​ປະ​ກາດ​ທີ່​ຈະ​ໃຫ້​ເງິນ 185 ລ້ານ​ໂດ​ລາ ໃນ​ການ​ຊ່ອຍ​ເຫຼືອ ຊາວ​ໂຣ​ຮິງ​ຢາ. ເງິນ​ສ່ວນ​ໃຫຍ່​ນີ້ ຈະ​ສົ່ງໄປສູນ​ອົບ​ພະ​ຍົບ ໃນ​ບັງ​ກາ​ແດັ​ສ ທີ່​ຮັບ​ເອົາ​ພວກ​ອົບ​ພະ​ຍົບ​ພວກ​ນີ້, ຊຶ່ງ​ພວກ​ຜູ້​ຄົນ​ສ່ວນ​ໃຫຍ່​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ ບໍ່​ເຊື່ອ​ວ່າ ຈະ​ສາ​ມາດ​ກັບ​ຄືນ​ເມືອ​ບ້ານ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ຢູ່​ໄດ້​ຢ່າງ​ປອດ​ໄພ.

ມີຊາວ​ໂຣ​ຮິງ​ຢາ ຫຼາຍກວ່າ 700 ພັນ​ຄົນ ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ ໄດ້​ພາ​ກັນ​ຫລົບ​ໜີເອົາ​ຕົວ​ລອດ ຕອນ​ທີ່​ພວກ​ທະ​ຫານ​ເລີ້ມ​ທຳ​ກັນ​ປະ​ຫັດ​ປະ​ຫານ​ພວກ​ເຂົາ​ເຈົ້າ
ຫຼັງ​ຈາກ​ທີ່ກຸ່ມ​ຫົວ​ຮຸນ​ແຮງຊາວ​ໂຣ​ຮິງ​ຢາ ທຳ​ການ​ໂຈມ​ຕີ​ຄ້າຍຕຳ​ຫຼວດ​ມຽນ​ມາ ໃນ​ປີ​ກາຍ​ນີ້.

ຊາວ​ໂຣ​ຮິງ​ຢາ ແມ່ນ​ໄດ້​ຈົ່ມ​ວ່າ ມາ​ດົນ​ນານ​ແລ້ວ ພວກ​ຕົນໄດ້​ຖືກປະ​ຫັດ​ປະ​ຫານໃນ​ມ​ຽນ​ມາ ຊຶ່ງ​ຮວມ​ທັງ​ການ​ບໍ່ໃ​ຫ້​ສັນ​ຊາດ​ນຳ.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

XS
SM
MD
LG