ກອງທັບສະຫະລັດກ່າວວ່າ ການໂຈມຕີທາງອາກາດຂອງຕົນໄດ້ສັງຫານພວກຫົວຮຸນ
ແຮງອາລກາອີດາ 5 ຄົນ ໃນພາກກາງປະເທດເຢເມນ.
ຖະແຫຼງການ ຂອງກອງກຳລັງສະຫະລັດ ໃນພາກຕາເວັນອອກກາງ ກ່າວໃນວັນສຸກ
ວານນີ້ວ່າ ການໂຈມຕີທາງອາກາດຊຶ່ງມີຂຶ້ນໃນວັນທີ 20 ພະຈິກທີ່ແຂວງບາຍດາໄດ້
ສັງຫານທ້າວມູຈາຮີດ ອາລ-ດານີ ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາອີດາພ້ອມດ້ວຍ
ລູກນ້ອງອີກ 4 ຄົນ.
ຖະແຫຼງການກ່າວຕື່ມວ່າ ທ້າວອາລ-ດານີ ເປັນຜູ້ຮັບຜິດຊອບໃນການວາງແຜນແລະ
ໂຈມຕີກໍ່ການຮ້າຍຕໍ່ກຳລັງເຢເມນແລະກຳລັງແນວໂຮມ. ຖະແຫຼງການເວົ້າວ່າ ຜູ້ກ່ຽວ
ມີອິດທິພົນທີ່ສຳຄັນ ຕໍ່ກຸ່ມອາລກາອີດາ ໃນແຫຼມອາຣາເບຍ ຮວມທັງມີຄວາມສຳພັນ
ທີ່ໃກ້ຊິດກັບຜູ້ນຳອະວຸໂສຄົນອື່ນໆ.
ເຢເມນ ກຳລັງເກີດສົງຄາມກາງເມືອງ ທີ່ດຳເນີນມາໄດ້ 3 ປີແລ້ວ ຊຶ່ງອຳນວຍໃຫ້ກຸ່ມ
ຫົວຮຸນແຮງຕ່າງໆຮວມທັງກຸ່ມອາລກາອີດາແລະພວກເຄືອຂ່າຍຂອງກຸ່ມລັດອິສລາມ ມີໂອກາດຂະຫຍາຍການປະຕິບັດງານຂອງຕົນ.
ບັນຫາຂັດແຍ້ງໃນເຢເມນ ເຮັດໃຫ້ມີຜູ້ເສຍຊີວິດ 10,000 ຄົນ ແລະອີກຫຼາຍລ້ານ
ຄົນຕ້ອງກງານຄວາມຊ່ອຍເຫລືອທາງດ້ານມະນຸດສະທຳ.
ໃນຕົ້ນອາທິດນີ້ ອະດີດປະທານາທິບໍດີເຢເມນ ທ່ານອາລີ ອັບດຸລລາ ຊາເລ ໄດ້ຖືກ
ສັງຫານໂດຍພວກກະບົດຮູຕີ ທີ່ໜຸນຫລັງໂດຍອີຣ່ານ ຊຶ່ງເປັນພັນທະມິດ ທີ່ບໍ່ຄ່ອຍ
ສະບາຍໃຈ ແລະກາຍເປັນສັດຕູນັ້ນ. ການສັງຫານດັ່ງກ່າວໄດ້ເຮັດໃຫ້ເຢເມນເກີດ
ຄວາມຮຸນແຮງຂຶ້ນຕື່ມທີ່ພາໃຫ້ເກີດການສູ້ລົບກັນທີ່ຮຸນແຮງທີ່ສຸດນັບແຕ່ບັນຫາຂັດ
ແຍ້ງໄດ້ເລີ້ມຂຶ້ນໃນປີ 2014.