ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ອົບພະຍົບຊີເຣຍ ຫລາຍຮ້ອຍຄົນ ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າມາ ສະຫະລັດ


ເອກອັກຄະລັດຖະທູດສະຫະລັດ ທ່ານ Jordan Alice Wells ຢືນຖ່າຍຮູບກັບ ຄອບຄົວອົບພະຍົບຊີເຣຍ ທ້າວ Ahmad al Aboud.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສະຫະລັດ ​ໄດ້​ຢູ່​ຕາມ​ແນວທາງ​ເພື່ອ​ໃຫ້​ພົບ​ເປົ້າ​ໝາຍ​ຂອງ ປະທານາທິບໍດີ Barack Obama ​ໃນ​ການ​ອະນຸຍາດ​ເອົາ ອົບ​ພະຍົບຊິ​ເຣຍ 10,000 ຄົນ​ແກ່​ສົ​ກປີທີ່​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ກັນຍາຈະ​ມາ​ເຖິງ​ນີ້.

ທ່າ​ນນາງ Anne Richard ຮອງ​ລັດຖະມົນຕີ​ຕ່າງປະ​ເທດ ​ດ້ານ​ພົນລະ​ເມືອງ ອົບ​ພະຍົບ ​ແລະຄົນ​ເຂົ້າ​ເມືອງ ກ່າວ​ວ່າ “ພວກ​ເຮົາ​ອາດ​ຈະ​ເກີນ 10,000 ຄົນ​ແລະ​ສຳລັບ​ປີໜ້າ​ພວກ​ເຮົາ​ຈະ​ດຳ​ເນີນ​ຕ້ອນຮັບ​ຊາວ​ອົບ​ພະ​ຍົບຊິ​ເຣຍຈຳ​ນວນ​ຫລວງຫລາຍ ​ແຕ່​ມັນຍັງ​ໄວ​ເກີນ​ໄປ​ທີ່​ມີ​ເປົ້າ​ໝາຍ​ຕັ້ງ​ໂຕ​ເລກ.”

ປະຊາຊົນພາກັນປະທ້ວງ ຢູ້ທີ່ ເມືອງ Olympia ລັດ Washington ທີ່ສະຫະລັດຮັບເອົາອົບພະຍົບຊິເຣຍ.
ປະຊາຊົນພາກັນປະທ້ວງ ຢູ້ທີ່ ເມືອງ Olympia ລັດ Washington ທີ່ສະຫະລັດຮັບເອົາອົບພະຍົບຊິເຣຍ.

ຫລາຍ​ກວ່າ 80 ​ເປີ​ເຊັນ​ຂອງ​ຊາວ​ຊິ​ເຣຍ​ໄດ້​ຖືກ​ຮັບ​ເອົາ​ໃນ​ປີ​ນີ້​ໂດຍ​ສະຫະລັດ ທີ່​ມີ​ພວກ​ແມ່ຍິງ ​ແລະເດັກນ້ອຍ. ອົບ​ພະຍົບທັງ​ໝົດ​ຈາກ​ຊິ​ເຣຍຜູ້​ທີ່​ໄດ້​ຖືກ​ກວດ​ສອບ ​ເຈັດ​ເປີດ​ເຊັນ​ຂອງ​ຄຳ​ຮ້ອງ​ໄດ້​ຖືກ​ປະຕິ​ເສດ​ຮັບ​ຮູ້ ​ແລະອີກ 13 ​ເປີ​ເຊັນ​ຂອງ​ກໍລະນີ​ໄດ້​ຖືກ​ໂ​ຈະ​ໄວ້ ອ້າງ​ອີງຕາມ​ບັນ​ດາເຈົ້າ​ໜ້າ​ທີ່​ສະຫະລັດ.

ທ່ານ Leon Rodriquez ຫົວໜ້າ​ຫ້ອງການ ສັນຊາດ​ສະຫະລັດ ​ແລະການ​ບໍລິການ​ຄົນ​ເຂົ້າ​ເມືອງ (USCIS) ທີ່ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ຖືກ​ອົບ​ໂຮມການກວດ​ສອບ​ໃບ​ຄຳ​ຮ້ອງຢ່າງ​ເຄັ່ງ​ຄັດ ​ເພື່ອ​ຄໍ້າປະກັນ​ວ່າ ບໍ່​ມີ​ໃຜ​ເປັນ​ພວກ​ກໍ່​ການ​ຮ້າຍ ທີ່​ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍ​ໃນ​ຂອງ ສະຫະລັດ.

ພວກແມ່ຍິງຊີເຣຍພາກັນລໍຖ້າການຊ່ວຍເຫລືອເຄຶ້ອງລະດູໜາວ.
ພວກແມ່ຍິງຊີເຣຍພາກັນລໍຖ້າການຊ່ວຍເຫລືອເຄຶ້ອງລະດູໜາວ.

ທ່ານ Richard ກ່າວ​ວ່າ ການ​ດຳ​ເນີນ​ກວດກາ ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຕິຕຽນວ່າ ​ເຂັ້ມ​ງວດ​ເກີນ​ໄປ ​ແລະ​ອິດ​ເມື່ອ​ເກີນ​ໄປ.”

ທ່ານ Rodriquez ​ພ້ອມ​ດ້ວຍ ທ່ານ Richard ​ແລະ ທ່ານ Robert Carey ຂອງ​ຫ້ອງ ການຕັ້ງ​ຖິ່ນ​ຖານ​ອົບ​ພະຍົບ ​ແກ່​ກະຊວງ ສາທາລະນະ​ສຸກ ​ແລະ​ສັງຄົມສົງ​ເຄາະ ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ​ຢູ່​ກອງ​ປະຊຸມ​ທາງ​ໂທລະສັບ​ວ່າ “ຊາວ​ຊິ​ເຣຍຫລາຍ​ຮ້ອຍ​ຄົນ​ໄດ້​ຖືກ​ປະຕິ​ເສດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG