ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂັ້ນຕອນ ການຮັບເອົາ ອົບພະຍົບ ທີ່ເຄັ່ງຄັດຂຶ້ນ ຈະບໍ່ເຮັດໃຫ້ ສະຫະລັດ ປອດໄພກວ່າເກົ່າ


ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ກົວລາລຳເປີ. 22 ພະຈິກ, 2015.
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ກົວລາລຳເປີ. 22 ພະຈິກ, 2015.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວເນັ້ນຢ້ຳການຄ້ານຂອງ ທ່ານໃນວັນອາທິດມື້ນີ້ເພື່ອຮຽກຮ້ອງວ່າ ການເພີ່ມການຂັດຂວາງ ຕໍ່ກນຮັບເອົາອົບພະຍົບຈາກ ອີຣັກ ແລະ ຊີເຣຍ ນັ້ນຈະບໍ່ເຮັດໃຫ້ ປະເທດມີຄວາມປອດໄພຂຶ້ນແຕ່ຢ່າງໃດ ແລະ ສິ້ນສຸດໂຄງການ ອົບພະຍົບຢ່າງເອົາຈິງເອົາຈັງ “ສຳລັບພວກຄົນຜູ້ທີ່ຕ້ອງການ ມັນຢ່າງເຕັມທີ່ນັ້ນ.”

ທ່ານໄດ້ກ່າວຕໍ່ນັກຂ່າວໃນນຄອນຫຼວງ ກົວລາລຳເປີ ວ່າທ່ານເຂົ້າ ໃຈວ່າເປັນຫຍັງບັນດາສະມາຊິກສະພາຈິ່ງເຄື່ອນໄຫວຢ່າງໄວວາ ກ່ຽວກັບຮ່າງກົດໝາຍປະເພດນັ້ນ ຫຼັງຈາກການໂຈມຕີກໍ່ການຮ້າຍ ໃນ ປາຣີ, ແຕ່ທ່ານຫວັງວ່າປະຊາຊົນຈະເຂົ້າໃຈວ່າ ອົບພະຍົບທີ່ ໄດ້ເດີນທາງມາຮອດ ສະຫະລັດ ແມ່ນຄົນທີ່ໄດ້ຮັບການສຶບສວນສອບສວນຢ່າງຮອບຄອບທີ່ ສຸດແລ້ວ.

ທ່ານໄດ້ກ່າວວ່າ “ມັນມີຄວາມແຕກຕ່າງ ລະຫວ່າງການລະມັດລະວັງ ແລະ ການມີຄວາມ ເປັນຫ່ວງ ແລະ ໃຫ້ຍຶດເອົາມັນຢ່າງຈິງຈັງ ແລະ ໃຫ້ມີຄວາມລະມັດລະວັງລ່ວງໜ້າ ແລະ ໃນບາງກໍລະນີປ່ຽນແປງການຈັດລະບຽບດ້ານຄວາມປອດໄພ ດັ່ງທີ່ພວກເຮົາໄດ້ເຮັດມາ ຕົວຢ່າງໃນດ້ານການບິນນັ້ນ. ມັນມີຄວາມແຕກຕ່າງລະຫວ່າງການໃຊ້ກົດບັງຄັບຂອງກົດ ໝາຍຢ່າງສະຫຼາດ ແລະ ທະຫານ ແລະ ການສືບລັບ ແລະ ຍອມຈຳນົນຕໍ່ຊະນິດຂອງ ຄວາມຢ້ານກົວທີ່ນຳພວກເຮົາໄປສູ່ການລະຖິ້ມຄຸນຄ່າຂອງພວກເຮົາ, ລະຖິ້ມວິທີການ ດຳລົງຊີວິດຂອງພວກເຮົາ, ເພື່ອລະຖິ້ມ ແລະ ປ່ຽນແປງວິທີທີ່ພວກເຮົາປະຕິບັດຕໍ່ກັນ ແລະກັນ."

ໃນວັນເສົາວານນີ້ ທ່ານປະທານາທິບໍດີ ໄດ້ໄປຢ້ຽມຢາມ ໂຮງຮຽນໃນນະຄອນຫຼວງຂອງ ມາເລເຊຍ ເຊິ່ງເປັນບ່ອນທີ່ນັກຮຽນຫຼາຍຄົນແມ່ນອົບພະຍົບຈາກ ມຽນມາ ແລະ ໄດ້ກ່າວວ່າ ພວກເຂົາເຈົ້າແມ່ນ "ບໍ່ສາມາດແຍກຄວາມແຕກຕ່າງຈາກເດັກນ້ອຍ ອາເມຣິກາ ໄດ້.” ທ່ານ ໄດ້ກ່າວຕໍ່ພວກເຂົາເຈົ້າໃນວັນອາທິດມື້ນີ້ ໃນການໃຫ້ຄຳເຫັນກ່ຽວກັບ ການໃຊ້ຊິວິດຢູ່ຢ່າງ ຖືກຕ້ອງຕໍ່ຄ່ານິຍົມຂອງຄົນ ອາເມລິກັນ.

XS
SM
MD
LG