ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຫຼຸດພະນັກງານ ປະຈຳ ສະຖານທູດ ທີ່ຄິວບາ


ສະຖານທູດ ສຫລ ທີ່ນະຄອນຮາວານາ ປະເທດຄິວບາ.
ສະຖານທູດ ສຫລ ທີ່ນະຄອນຮາວານາ ປະເທດຄິວບາ.

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຕົນໄດ້ເຮັດການຕັດສິນ ໃຈຢ່າງເປັນ
ການຖາວອນແລ້ວ ທີ່ຈະຕັດພະນັກງານ ປະຈຳສະຖານທູດສະຫະລັດ ຢູ່ທີ່ປະເທດ
ຄິວບາ 6 ເດືອນຫຼັງຈາກສະຫະລັດ ໄດ້ຮຽກໂຕພວກເຈົ້າໜ້າທີ່ການທູດຈຳນວນນຶ່ງ ກັບຄືນປະເທດ ລຸນຫລັງທີ່ມີການກ່າວຫາ ກ່ຽວກັບ “ເຫດການທີ່ມີຜົນກະທົບຕໍ່ສຸຂະ
ພາບ” ທີ່ສະຖານທູດຢູ່ນະຄອນຫຼວງຮາວານາ.

ກະຊວງການຕ່າງປະເທດ ໄດ້ປະກາດກ່ຽວກັບການຕັດສິນໃຈຂອງຕົນ ໃນວັນສຸກ
ວານນີ້ ສອງມື້ກ່ອນທີ່ເສັ້ນຕາຍ ໃນການສົ່ງພວກນັກການທູດ ກັບຄືນໄປຮາວານາ
ຫຼືຕັດພະນັກງານທາງການທູດລົງຢ່າງເປັນການຖາວອນ.

ໃນປີກາຍນີ້ ພວກນັກການທູດສະຫະລັດຢູ່ຄິວບາກ່າວວ່າ ຕົນໄດ້ສູນເສຍຄວາມ
ຈຳ ເຈັບຫົວ ແລະອາການອື່ນໆ ທີ່ອະທິບາຍບໍ່ໄດ້ຈຳນວນນຶ່ງຊຶ່ງໃນທີ່ສຸດກໍມີຜົນ
ກະທົບຕໍ່ຊາວອາເມຣິກັນ ຢ່າງໜ້ອຍ 24 ຄົນ ທີ່ສະຖານທູດສະຫະລັດ ດັ່ງກ່າວ.

ກະຊວງການຕ່າງປະເທດໄດ້ຖອນພະນັກງານການທູດຂອງຕົນ 60 ເປີເຊັນມາ
ຈາກນະຄອນຮາວານາ ໃນຂະນະທີ່ສະຫະລັດ ເລີ້ມການສືບສວນກ່ຽວກັບເຫດ
ການດັ່ງກ່າວ. ສະຫະລັດບໍ່ໄດ້ຖິ້ມໂທດໃສ່ຄິວບາ ກ່ຽວກັບບັນຫາທີ່ເກີດຂຶ້ນ ແຕ່
ກໍເວົ້າວ່າ ໄດ້ມີການເອົາມາດຕະການ ເພື່ອປົກປ້ອງສຸຂະພາບແລະຄວາມປອດ
ໄພ ພະນັກງານການທູດແລະຄອບຄົວເຂົາເຈົ້າ.

ສະຖານທູດສະຫະລັດທີ່ນະຄອນຮາວານາໄດ້ເວລານີ້ ແມ່ນຖືວ່າເປັນ “ສະຖານ
ທູດທີ່ບໍ່ມີຜູ້ຕິດຕາມໄປຢູ່ນຳໄດ້” ຊຶ່ງໝາຍຄວາມວ່າ ພວກນັກການທູດ ທີ່ໄປເຮັດ
ວຽກຢູ່ ນະຄອນຮາວານາ ຈະບໍ່ສາມາດເອົາຄອບຄົວໄປຢູ່ນຳເຂົາເຈົ້າໃນປະເທດ
ຄິວບາໄດ້.

ປັດຈຸບັນນີ້ສະຖານທູດສະຫະລັດໄດ້ໃຫ້ການບໍລິການແບບສຸກເສີນເທົ່ານັ້ນຕໍ່ປະ
ຊາຊົນຊາວອາເມຣິກັນ. ຊາວຄິວບາທີ່ຕ້ອງການຂໍວີຊ່າມາຍັງສະຫະລັດຕ້ອງໄດ້
ໄປຂໍຢູ່ສະຖານທູດສະຫະລັດ ຢູ່ໃນປະເທດອື່ນ.

ການຕັດສິນໃຈຫຼຸດເຈົ້າໜ້າທີ່ການທູດຢ່າງເປັນການຖາວອນທີ່ນະຄອນຮາວານາ
ແມ່ນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຄວາມສຳພັນລະຫວ່າງສະຫະລັດກັບຄິວບາ
ໃນຊ່ວງເວລາທີ່ສຳຄັນ ຊຶ່ງເປັນຊ່ວງເວລາທີ່ຄາດກັນວ່າ ປະທານາທິບໍດີ ຣາອູລ
ກາສໂຕຣຈະອອກຈາກຕຳແໜ່ງໃນເດືອນໜ້ານີ້ຊຶ່ງຈະເປັນການເຂົ້າກຳຕຳແໜ່ງ ຂອງຜູ້ນຳຄົນໃໝ່ຢູ່ໃນປະເທດເກາະດັ່ງກ່າວ ເປັນເທື່ອທຳອິດ ໃນຮອບເກືອບ 6
ທົດສະວັດ.

ທ່ານຣາອູລ ກາສໂຕຣ ໄດ້ເຂົ້າກຳອຳນາດ ແທນອ້າຍຂອງທ່ານ ຄື ທ່ານຟິແດລ
ກາສໂຕຣ ໃນປີ 2008 ຫລັງຈາກທ່ານຟີແດລໄດ້ກຳອຳນາດມາ 49 ປີທັງໃນຕຳ
ແໜ່ງນາຍົກລັດຖະມົນຕີ ແລະປະທານາທິບໍດີຂອງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG