ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໂອບາມາ ຍົກເລີກ ມາດຕະການ ລົງໂທດ ຕໍ່ ໄລບີເຣຍ


ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ແລະ ປະທານາທິບໍດີ ໄລບີເຣຍ ທ່ານນາງ Ellen Johnson Sirleaf ເຂົ້າຮ່ວມໃນການປຶກສາຫາລືທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ກ່ຽວກັບ ຄວາມກ້າວໜ້າໃນ ອາຟຣິກາຕາເວັນຕົກ ຕໍ່ໂຣກລະບາດ ອີໂບລາ, 15 ເມສາ, 2015.
ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ແລະ ປະທານາທິບໍດີ ໄລບີເຣຍ ທ່ານນາງ Ellen Johnson Sirleaf ເຂົ້າຮ່ວມໃນການປຶກສາຫາລືທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ກ່ຽວກັບ ຄວາມກ້າວໜ້າໃນ ອາຟຣິກາຕາເວັນຕົກ ຕໍ່ໂຣກລະບາດ ອີໂບລາ, 15 ເມສາ, 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຍົກເລີກ ມາດຕະການລົງໂທດຂອງ ສະຫະລັດ ຕໍ່ Liberia ໃນວັນພະຫັດ ວານນີ້.

ໂຄສົກທຳນຽບຂາວ ທ່ານ Ned Price ໄດ້ອ້າງເຖິງສິ່ງທີ່ທ່ານເອີ້ນ “ຄວາມກ້າວໜ້າທີ່ໃຫຍ່ໂຕ” ຂອງ Liberia ຕັ້ງແຕ່ໄດ້ປະກົດອອກ ມາຈາກສົງຄາມກາງເມືອງໃນປີ 2003, ລວມທັງຄຳໝັ້ນສັນຍາ ຂອງພວກເຂົາເຈົ້າຕໍ່ປະຊາທິປະໄຕ ແລະ ການພັດທະນາດ້ານ ການເມືອງ ແລະ ສະຖາບັນເສດຖະສາດ.

ທ່ານ Price ໄດ້ກ່າວວ່າ “Liberia ໄດ້ເຮັດວຽກເພື່ອເອົາຊະນະບໍ່ພຽງແຕ່ເປັນຮອຍແປ້ວ ຂອງສົງຄາມ ແຕ່ຍັງກໍຍັງມີສິ່ງທ້າທາຍຂອງການຕອບຮັບຕໍ່ໂລກລະບາດ ອີໂບລາ ທີ່ບໍ່ ເຄີຍມີ ມາກ່ອນ ໃນເວລາທີ່ປະຊາຊົນ Liberia ກຳລັງຢູ່ໃນລະຫວ່າງກາງການທ້ອນໂຮມ ປະຊາທິປະໄຕ, ສ້າງສາເສດຖະກິດຂອງພວກເຂົາເຈົ້າ, ລົງທຶນໃນການ ສ້າງພື້ນຖານ ໂຄງລ່າງ ແລະ ເສີມຂະຫຍາຍການບໍລິການຮັກສາຄວາມປອດໄພຂອງພວກ ເຂົາເຈົ້າ.”

ແຕ່ທຳນຽບຂາວກ່າວວ່າ ຍັງມີຫຼາຍຢ່າງທີ່ຕ້ອງເຮັດໃຫ້ສຳເລັດໃນ Liberia ລວມມີການມອບ ໂອນຄວາມຮັບຜິດຊອບດ້ານຄວາມໝັ້ນຄົງຈາກພາລະກິດ ຂອງອົງການສະຫະປະຊາຊາດ ໃຫ້ກັບທະຫານ Liberia ປີໜ້າ, ແລະ ການເລືອກຕັ້ງປະທານາທິບໍດີໃນປີ 2017.

ທ່ານ Pice ໄດ້ກ່າວວ່າ “Liberia ແລະ ປະຊາຊົນຂອງພວກເຂົາເຈົ້າແມ່ນຈະຮັບມືກັບສິ່ງ ທ້າທາຍຕ່າງໆ.”

ອະດີປະທານາທິບໍດີ George W. Bush ໄດ້ວາງມາດຕະການລົງໂທດຕໍ່ Liberia ໃນປີ 2004 ກ່າວວ່າ ຂໍ້ຕົກລົງສັນຕິພາບ ແລະ ການຢຸດຍິງເພື່ອສິ້ນສຸດ ສົງຄາມກາງເມືອງ ແມ່ນບໍ່ ໄດ້ຖືກປະຕິບັດຢ່າງເຕັມທີ່. ທ່ານ Bush ກໍຍັງໄດ້ກ່າວ ວ່າ Liberia ໄດ້ເຂົ້າຮ່ວມໃນການຄ້າ ຂາຍອາວຸດ ແລະ ຂາຍໄມ້ແປຮູບຢ່າງຜິດ ກົດໝາຍທີ່ເປັນການຈັດຫາແຫຼ່ງທຶນໃຫ້ກັບສົງຄາມ ຕ່າງໆໃນທົ່ວພາກພື້ນ ອາຟຣິກາ ຕາເວັນຕົກ.

ມາດຕະການລົງໂທດທີ່ໄດ້ແນເປົ້າໃສ່ອະດີເຈົ້າໜ້າທີ່ອາວຸໂສຂອງລັດຖາບານ Liberia ແລະ ຄອບຄົວຂອງພັນທະມິດທີ່ໃກ້ຊິດຂອງອະດີດປະທານາທິບໍດີ Charles Taylor.

ທ່ານ Charles Taylor ໄດ້ເປີດສົງຄາມເຢັນໃນປີ 1989 ເຊິ່ງນຳໄປສູ່ການຍຶດ ອຳນາດທີ່ໄດ້ ໂຄ່ນລົ້ມປະທານາທິບໍດີໃນເວລານັ້ນທ່ານ Samuel Dow. ທ່ານ Taylor ໄດ້ຖືກເລືອກເປັນ ປະທານາທິບໍດີໃນປີ 1997 ເຊິ່ງໄດ້ນຳໄປສູ່ສົງຄາມ ເປັນຄັ້ງທີ 2 ທີ່ໄດ້ສິ້ນສຸດລົງເມື່ອທ່ານ Taylor ໄດ້ຫຼົບໜີອອກຈາກປະເທດ.

ທ່ານໄດ້ຖືກຕັດສິນຈຳຄຸກ 50 ປີໃນປີ 2012 ສຳລັບກະຕຸ້ນໃຫ້ເກີດສົງຄາມ ແລະ ການກະທຳ ທີ່ໂຫດຮ້າຍໃນປະເທດ Sierra Leone ທີ່ຢູ່ໃກ້ຄຽງ.

XS
SM
MD
LG