ຣັດເຊຍ ໄດ້ປະຕິເສດອີກຄັ້ງນຶ່ງ ຕໍ່ການວີໂຕຂອງສະພາຄວາມໝັ້ນຄົງອົງການ
ສະຫະປະຊາຊາດ ໃນວັນພຸດວານນີ້ ເພື່ອປົກປ້ອງທ່ານ Bashar al-Assad ຜູ້ນຳຜະເດັດການທີ່ປົກຄອງຊີເຣຍ ທີ່ນາໆຊາດພາກັນຕຳນິຕິຕຽນຍ້ອນການ
ໂຈມຕີທີ່ຮ້າຍແຮງອາວຸດເຄມີ.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ
Nikki Haley ເວົ້າວ່າ “ດ້ວຍການອອກສຽງຢັບຢັ້ງ ຣັດເຊຍໄດ້ກ່າວປະຕິເສດ ຕໍ່ການຮັບຜິດຊອບ, ກ່າວປະຕິເສດຕໍ່ການຮ່ວມມື ໃນການສືບສວນສອບສວນ
ທີ່ເປັນອິດສະຫຼະ ຂອງອົງການສະຫະປະຊາຊາດ ແລະຣັດເຊຍໄດ້ປະຕິເສດ ຕໍ່ມະຕິການແກ້ໄຂບັນຫາ ທີ່ຈະສົ່ງເສີມສັນຕິພາບໃນຊີເຣຍ,” ຊຶ່ງທ່ານນາງໄດ້
ບອກສະພາຄວາມໝັ້ນຄົງວ່າ “ຣັດເຊຍ ອີກຄັ້ງນຶ່ງເລືອກທີ່ຈະເຂົ້າຂ້າງທ່ານ
Assad,” ຊຶ່ງທ່ານນາງໝາຍເຖິງປະທານາທິບໍດີ Bashar al-Assad ນັ້ນ.
ໃນການລົງຄະແນນສຽງ 10 ສຽງທີ່ສະໜັບສະໜຸນ ແລະ 2 ສຽງຄັດຄ້ານ ແມ່ນ
Moscow ໄດ້ກີດກັນມາດຕະການທີ່ອອກໂດຍອັງກິດ ຝຣັ່ງ ແລະສະຫະລັດ.
ສ່ວນ ຈີນ ຊ່ຶງບໍ່ຄ່ອຍເຫັນແຍກໂຕອອກຈາກຣັດເຊຍນັ້ນ ບໍ່ອອກສຽງ ໃນຂະນະ
ທີ່ສະມາຊິກບໍ່ຖາວອນ ເຊັ່ນ Bolivia ໄດ້ອອກສຽງ ບໍ່ເຫັນດີ ແລະ Ethiopia
ກັບ Kazakhstan ແມ່ນເຂົ້າຮ່ວມກັບຈີນ ໃນການບໍ່ອອກສຽງ.
ຮ່າງຍະຕິດັ່ງກ່າວແມ່ນເພື່ອຫາທາງຕຳນິຕິຕຽນ ການໂຈມຕີດ້ວຍແກ໊ສ ແລະຈັດໃຫ້
ມີການສືບສວນສອບສວນທີ່ເຂັ້ມແຂງຂຶ້ນ ຕໍ່ການໂຈມຕີນັ້ນ. ກ່ອນໜ້ານີ້ ຮ່າງຍະຕິ
ທີ່ຄ້າຍຄືກັນ ໄດ້ຮັບຄວາມລົ້ມແຫຼວໃນວັນພະຫັດສັປດາແລ້ວນີ້.
ທ່ານນາງ Haley ກ່າວວ່າ “ຖ້າຫາກວ່າລະບອບການປົກຄອງທີ່ວ່ານີ້ ບໍລິສຸດ ຕາມທີ່
ຣັດເຊຍ ໄດ້ອ້າງໄປນັ້ນ ຍະຕິນີ້ ກໍຈະຜູກມັດພວກເຂົາ. ຖ້າຣັດເຊຍບໍ່ປະຕິບັດຕາມ ຣັດເຊຍກໍຈະສືບຕໍ່ຢູ່ໂດດດ່ຽວຕໍ່ໄປ.”
ທ່ານນາງ Haley ໄດ້ເຕືອນລະບອບຜະເດັດການຂອງທ່ານ Assad ໃນນະຄອນ
Damascus ວ່າ “ສະຫະລັດ ຈະສິ້ງຊອມເບິ່ງບົດບາດຂອງທ່ານຢ່າງໃກ້ຊິດຊອມ
ເບິ່ງມື້ທີ່ຄວາມໂອຫັງຂອງທ່ານ ແລະການບໍ່ເອົາຫົວຊາຕໍ່ຄວາມມີມະນຸດສະທຳ
ຈະໝົດລົງ. ຂ້າພະເຈົ້າຂໍແນະນຳວ່າ ໃຫ້ທ່ານເບິ່ງການລົງຄະແນນສຽງນີ້ຢ່າງ
ລະມັດລະວັງ ແລະຄວນປະຕິບັດຕາມຄຳເຕືອນນີ້.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ