ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ກຸ່ມລັດອິສລາມ ຕ້ອນພວກ ພົນລະເຮືອນ ເຂົ້າໄປໃນຕຶກ ແລ້ວລະເບີດຕຶກ


ພວກຍາດພີ່ນ້ອງແລະເພື່ອນຝູງພາກັນ ຂຸດຂຸມຝັ່ງສົບພົນລະ
ເຮືອນ 2 ຄົນ ທີ່ໄດ້ຖືກສັງຫານໃນການໂຈມຕີທາງອາກາດ ໃນຂະນະທີ່ ສູ້ລົບລະຫວ່າງ ກອງກຳລັງ ອີຣັກ ແລະກຸ່ມລັດ
ອິສລາມ, ໃນ Mosul, ອີຣັກ, 25 ມີນາ, 2017.
ພວກຍາດພີ່ນ້ອງແລະເພື່ອນຝູງພາກັນ ຂຸດຂຸມຝັ່ງສົບພົນລະ ເຮືອນ 2 ຄົນ ທີ່ໄດ້ຖືກສັງຫານໃນການໂຈມຕີທາງອາກາດ ໃນຂະນະທີ່ ສູ້ລົບລະຫວ່າງ ກອງກຳລັງ ອີຣັກ ແລະກຸ່ມລັດ ອິສລາມ, ໃນ Mosul, ອີຣັກ, 25 ມີນາ, 2017.

ພວກນັກລົບກຸ່ມລັດອິສລາມ ໄດ້ເລີ່ມບັງຄັບ​ໃຫ້ພົນລະເຮືອນໃນເມືອງ Mosul ເຂົ້າໄປຢູ່​ຕາມຕຶກຕ່າງໆເພື່ອທຳການລະເບີດ ອີງ​ຕາ​ມຄຳ​ເວົ້າຜູ້ບັນຊາການທະຫານສະຫລັດ. ກົນລະຍຸດທີ່ວ່ານີ້ ສາມາດ​ໃຫ້ການອະທິບາຍໄດ້ວ່າ ເປັນຫຍັງຈຶ່ງ​ມີ​ຜູ້ຄົນລົ້ມຕາຍເປັນ
ຈຳນວນຫຼວງຫຼາຍ ​ໃນ​ເມືອງ​ແຫ່ງ​ນີ້ຂອງ​ອີຣັກ.

ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ພວກເຂົ້າເຈົ້າ​ໄດ້ສັງ​ເກດ
​ເຫັນ​ເປັນ​ເທື່ອ​ທຳ​ອິດ​ວ່າ ກຸ່ມລັດອິສລາມ ໄດ້ຕ້ອນຜູ້ຄົນເຂົ້າໃນຕຶກ ທີ່ມີ​ການຫ້າງ​ລະ​ເບີດ
​ໄວ້​ແລ້ວ ​ໃນ​ການສູ້ລົບກັນໃນຫວ່າງມໍ່ໆມານີ້ ​ເພື່ອ​ຍາດ​ເອົາ​ການຄວບຄຸມພາກຕາເວັນຕົກ
ຂອງເມືອງ Mosul ຊຶ່ງເປັນຫົວເມືອງໃຫຍ່ ທາງພາກເໜືອຂອງອີຣັກ ບ່ອນທີ່ກຸ່ມລັດ
ອິສລາມ ຍັງຄວບ​ຄຸມ​ຫລາຍໆເຂດຢູ່ນັ້ນ.

ໃນຖານະ​ທີ່​ເປັນຫຼັກຖານຂອງ​ທິສດີ​ກ່ຽວ​ກັບ​ກົນລະຍຸດຂອງກຸ່ມລັດອິສລາມ ເຈົ້າໜ້າທີ່
ຂັ້ນສູງທ່ານ​ນຶ່ງ ໄດ້ບອກກັບພວກນັກຂ່າວທຳນຽບຫ້າແຈ ກ່ຽວກັບພາບວີດີໂອຂອງ
ສະໜາມລົບ ຈາກ​ເຂດພາກຕາເວັນຕົກຂອງເມືອງ Mosul ທີ່ສະແດງໃຫ້ເຫັນວ່າ ພວກພົນລະເຮືອນ ໄດ້ພາກັນຫລົບໜີອອກຈາກຕຶກອາຄານ ບ່ອນທີ່ການໂຈມຕີທາງ
ອາກາດຂອງສະຫະລັດ ຍິງສັງຫານ​ພວກ​ມື​ປືນຢູ່ເທິງຫຼັງຄາ ແຕ່ບໍ່ໄດ້ທຳລາຍຕຶກອາຄານ ແຕ່ຢ່າງໃດເລີຍ.

ພວກພໍ່ແມ່ພີ່ນ້ອງ ພາກັນຫາມສົບຂອງພົນລະເຮືອນ ທີ່ໄດ້ຖືກສັງຫານໃນການໂຈມຕີທາງອາກາດ ໃນຂະນະທີ່ສູ້ລົບລະຫວ່າງກອງກຳລັງອີຣັກ ແລະກຸ່ມລັດອິສລາມ, ໃນ Mosul, ອີຣັກ, 17 ມີນາ, 2017.
ພວກພໍ່ແມ່ພີ່ນ້ອງ ພາກັນຫາມສົບຂອງພົນລະເຮືອນ ທີ່ໄດ້ຖືກສັງຫານໃນການໂຈມຕີທາງອາກາດ ໃນຂະນະທີ່ສູ້ລົບລະຫວ່າງກອງກຳລັງອີຣັກ ແລະກຸ່ມລັດອິສລາມ, ໃນ Mosul, ອີຣັກ, 17 ມີນາ, 2017.

ເຈົ້າໜ້າທີ່ຂັ້ນສູງ ໄດ້ກ່າວວ່າ ພວກນັກລົບກຸ່ມລັດອິສລາມ ປະຕິບັດຕໍ່ພົນລະເຮືອນ
ໃນເຂດທີ່​ພວກ​ເຂົາ​ຄວບ​ຄຸມນັ້ນແມ່ນ​ເທົ່າ​ກັບ​ເປັນ​ການບໍ່ຄຳນຶ່ງເຖິງ “ຊີວິດຂອງມະນຸດ
ເລີຍ.”

ພົນໂທ Stephen Townsend ຜູ້ບັນຊາການສູງສຸດ ກຳລັງພາກພື້ນດິນຂອງ​ສະຫະລັດ
ໃນອີຣັກ ແລະຊີເຣຍ ຍັງໄດ້ບອກກັບບັນດານັກຂ່າວວ່າ ກອງກຳລັງຕໍ່ຕ້ານ​ພວກ​ກໍ່​ການ
​ຮ້າຍ​ຂອງອີຣັກ ໄດ້ພົບເຫັນແລະປົດຄະ​ນວນ ລະເບີດທີ່ຫ້າງໄວ້ ​ໃນ​ຕຶກ 2 ຫຼັງ ໃນຮອບ
ສັບປະດາທີ່ຜ່ານມາ. ພວກທະຫານອີ​ຣັກ ໄດ້ຊ່ອຍຊີວິດຜູ້ຄົນມາໄວ້ 25 ຄົນ ທີ່ຖືກຈັບໄປ
ເປັນຕົວປະກັນ ໃນການເຫດການນຶ່ງ ແລະຊ່ອຍຊີວິດ ອີກ 45 ຄົນ ໃນອີກເຫດການ​ນຶ່ງນັ້ນ.

ຂໍ້ມູນຕ່າງໆກ່ຽວກັບກົນລະຍຸດອັນໃໝ່ຂອງກຸ່ມລັດອິສລາມ ມີຂຶ້ນທ່າມກາງການສືບສວນ​ເບິ່ງເຫດການທີ່ໄດ້ມີ ພົນລະເຮືອນປະມານ 100 ຄົນ ເສຍຊີວິດ ໃນຕຶກທີ່ຖະຫຼົ່ມລົງມາ
ໃນເມືອງ Mosul ທີ່ມີຂຶ້ນໃນເວລາດຽວກັນທີ່ນັກບິນອາເມຣິກັນທຳການໂຈມຕີທາງ
ອາກາດຕໍ່ຝ່າ​ຍກົງກັນຂ້າມ ຄືກຸ່ມລັດອິສລາມ ໃນຂົງເຂດ.

ນາຍພົນ Joseph Votel ຜູ້ບັນຊາການ Centcom ຂອງສະຫະລັດ ໃຫ້ການຕໍ່ ຄະນະກຳມະການກອງທັບ ຂອງສະພາຕ່ຳ ທີ່ວໍຊີງຕັນ, 9 ມີນາ, 2017.
ນາຍພົນ Joseph Votel ຜູ້ບັນຊາການ Centcom ຂອງສະຫະລັດ ໃຫ້ການຕໍ່ ຄະນະກຳມະການກອງທັບ ຂອງສະພາຕ່ຳ ທີ່ວໍຊີງຕັນ, 9 ມີນາ, 2017.

ພົນເອກ Joshep Votel ຜູ້ບັນຊາການ Centcom ຂອງສະຫະລັດ ອະທິບາຍຕໍ່ລັດຖະ
ສະພາ ໃນວັນພຸດວານນີ້ ກ່ຽວ​ກັບການຕໍ່ສູ້ກັບກຸ່ມລັດອິສລາມ ໄດ້ປ່ຽນ​ແປງໄປ​ແບບ​ໃດ
ໃນ​ເຂດ​ເທດສະບານ​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງໜາແໜ້ນທາງພາກ​ຕາ​ເວັນ​ຕົກ​ຂອງ​
ເມືອງ​ໂມ​ຊູ​ລນັ້ນ.

ພວກນັກລົບ ກຸ່ມລັດອິສລາມ “ເຂົ້າໃຈເຖິງຄວາມອ່ອນໄຫວຂອງພວກເຮົາ ຕໍ່ການ
ບາດເຈັບລົ້ມ ຕາຍຂອງພົນລະເຮືອນ ແລະພວກເຂົາຈຶ່ງສວຍ​ໃຊ້​ເລື່ອງ​ດັ່ງກ່າວ​ນີ້,”

ຊຶ່ງທ່ານ Votel ໄດ້ກ່າວ​ຕ່ກອງ​ປະຊຸມຄະນະກຳມະການກອງທັບຂອງສະພາ​ຕ່ຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພໍ່ຜູ້ນຶ່ງ ຫຼັງຈາກທີ່ລູກຊາຍໄດ້ເສຍຊີວິດຈາກການໂຈມຕີທາງອາກາດ ໃນຂະນະທີ່ສູ້ລົບລະຫວ່າງກອງກຳລັງອີຣັກ ແລະກຸ່ມລັດອິສລາມ, ໃນ Mosul, ອີຣັກ, 17 ມີນາ, 2017.
ພໍ່ຜູ້ນຶ່ງ ຫຼັງຈາກທີ່ລູກຊາຍໄດ້ເສຍຊີວິດຈາກການໂຈມຕີທາງອາກາດ ໃນຂະນະທີ່ສູ້ລົບລະຫວ່າງກອງກຳລັງອີຣັກ ແລະກຸ່ມລັດອິສລາມ, ໃນ Mosul, ອີຣັກ, 17 ມີນາ, 2017.

XS
SM
MD
LG