ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອພິຄາດ ສະຫະລັດ ຖືກໂຈມຕີອີກຄັ້ງໜຶ່ງ ຢູ່ນອກຊາຍຝັ່ງປະເທດ ເຢເມນ


ເຮືອພິຄາດ USS Mason ເດີນທາງຜ່ານຄອງ ຊູແອສ ທີ່ເມືອງ Ismailia, ອີຈິບ, 12 ມີນາ, 2011.
ເຮືອພິຄາດ USS Mason ເດີນທາງຜ່ານຄອງ ຊູແອສ ທີ່ເມືອງ Ismailia, ອີຈິບ, 12 ມີນາ, 2011.

ນາຍພົນເຮືອລະດັບສູງຂອງ ສະຫະລັດ ຄົນໜຶ່ງກ່າວວ່າ ເຮືອຮົບ ສະຫະລັດ ອີກຄັ້ງໜຶ່ງ ໄດ້ຖືກໂຈມຕີໃນທະເລແດງ ໂດຍລູກສອນໄຟໄລຍະໄກຫຼາຍລູກ ທີ່ຍິງຈາກຊາຍຝັ່ງຂອງ ປະເທດ ເຢເມນ.

ຫົວໜ້າໜ່ວຍປະຕິບັດການນາວິກະໂຍທິນ ນາຍພົນ John Richardson ກ່າວວ່າເຮືອພິ ຄາດຂີປະນາວຸດນຳວິຖີ USS Mason ໄດ້ສົ່ງເຄື່ອງອີເລັກໂທຣນິກຫຼອກລວງເປົ້າໝາຍ ອອກໄປ ເພື່ອທຳລາຍການໂຈມຕີນັ້ນ ແລະ ບໍ່ໄດ້ຖືກຍິງໃນເຫດການໃນວັນເສົາວານນີ້ ຊຶ່ງ ເປັນການໂຈມຕີແບບດຽວກັນໃນຄັ້ງທີສາມຕໍ່ເຮືອພິຄາດ ສະຫະລັດ ຢູ່ໃນຂົງເຂດດັ່ງ ກ່າວ ໃນສັບປະດາທີ່ຜ່ານມາ.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ເຮືອພິຄາດສອງລຳຂອງ ສະຫະລັດ ບໍ່ວ່າຈະເປັນ ເຮືອ Mason ຫຼື ເຮືອປ້ອງກັນ USS Ponse ກໍບໍ່ໄດ້ຖືກຍິງໃນການໂຈມຕີວັນທີ 9 ຕຸລາ ທີ່ຜ່ານມາ, ແລະ ກ່າວວ່າ ເຮືອພິຄາດ Mason ແລະ ເຮືອລຳອື່ນໆຂອງ ສະຫະລັດ ບໍ່ໄດ້ ຮັບອັນຕະລາຍໃດໆ ຈາກການຍິງລູກສອນໄຟຄັ້ງຕໍ່ມາໃນວັນພຸດ ແລ້ວນີ້.

ໃນວັນເສົາວານນີ້, ເວັບໄຊທ໌ Military.com ໄດ້ກ່າວວ່າ ທ່ານ Richardson ໄດ້ກ່າວໃນ ເຮືອລຳໜຶ່ງທີ່ປະຈຳການໃນເມືອງທ່າເຮືອ Baltimore, ໄດ້ໃຫ້ຂໍ້ມູນ ກ່ຽວກັບ ການໂຈມຕີ ຄັ້ງຫຼ້າສຸດ ແລະ ບໍ່ໄດ້ກ່າວວ່າ ລູກສອນໄຟໄດ້ຖືກຍິງອອກຈັກລູກ.

ການໂຈມຕີເຮືອພິຄາດ Mason ແລະ ເຮືອປ້ອງກັນ USS Ponse ໃນວັນທີ 9 ຕຸລາທີ່ ຜ່ານມາ, ແລະ ການໂຈມຕີທີ່ໄດ້ຮັບຄວາມແຫຼວ ໃນວັນພຸດທີ່ຜ່ານມາ ໄດ້ກະຕຸ້ນໃຫ້ມີ ການລະດົມໂຈມຕີຕອບໂຕ້ຄືນ ດ້ວຍລູກສອນໄຟຈາກ ເຮືອຮົບອີກລຳໜຶ່ງ, ຊື່ວ່າ USS Nitze ໃນ ວັນພະຫັດທີ່ຜ່ານມາ. ການໂຈມຕີດັ່ງກ່າວຂອງ ສະຫະລັດ ໄດ້ແນເປົ້າໝາຍ ໃສ່ສະຖານທີ່ຕັ້ງເຣດາ ສາມແຫ່ງໃນ ເຢເມນ ເຊິ່ງເປັນເຂດ ແດນທີ່ຖືກຄວບຄຸມໂດຍ ພວກກະບົດ Houthi ທີ່ໄດ້ຮັບການໜູນຫຼັງ ໂດຍ ອີຣ່ານ.

ໃນວັນພະຫັດຜ່ານມາ, ອີຣ່ານ ໄດ້ສົ່ງເຮືອຮົບສອງລຳໄປທະເລແດງ, ແຕ່ໄດ້ຢືນຢັນວ່າ ເປັນການເຄື່ອນໄຫວທີ່ເພັ່ງເລັງໃສ່ການຕໍ່ຕ້ານໂຈນສະຫຼັດ ໃນເສັ້ນທາງການຂົນສົ່ງທີ່ມີ ຄວາມສຳຄັນ.

ກອງທັບ ສະຫະລັດ ໄດ້ສະໜອງໜ່ວຍສືບລັດຖະການລັບ ແລະ ພະລາທິການທາງທະ ຫານ ໃຫ້ກັບເຮືອບິນຮົບພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ, ເຊິ່ງໄດ້ເລີ່ມແນເປົ້າ ໃສ່ຈຸດຕ່າງໆຂອງ ພວກກະບົດ Houthi ຢູ່ໃນ ເຢເມນ ໃນຕົ້ນປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG