ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປະກາດພາວະ ສຸກເສີນ ໃນລັດ Missouri ຂະນະ ທີ່ແມ່ນ້ຳສາຍຕ່າງໆ ສືບຕໍ່ສູງຂຶ້ນ


ໃນພາບຈາກດ້ານເທິງນີ້, ລະດັບຂອງນ້ຳສູງຂຶ້ນ ຈົນຮອດຫລັງຄາເຮືອນຫລັງໜຶ່ງ ໃນຄຸ້ມ Valley Park, ລັດ Missouri, ຢູ່ໃກ້ໆກັບ ນະຄອນ St. Louis, ວັນທີ 31 ທັນວາ 2015.
ໃນພາບຈາກດ້ານເທິງນີ້, ລະດັບຂອງນ້ຳສູງຂຶ້ນ ຈົນຮອດຫລັງຄາເຮືອນຫລັງໜຶ່ງ ໃນຄຸ້ມ Valley Park, ລັດ Missouri, ຢູ່ໃກ້ໆກັບ ນະຄອນ St. Louis, ວັນທີ 31 ທັນວາ 2015.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ປະກາດ
ພາວະສຸກເສີນ ໃນເຂດທີ່ຖືກນ້ຳຖ້ວມຂອງລັດ Missouri ໃນ
ວັນເສົາວານນີ້ ອັນເປັນການເຄື່ອນໄຫວທີ່ຈະອະນຸມັດການຊ່ອຍ
ເຫຼືອຂອງລັດຖະບານ ເພື່ອຊ່ອຍລັດດັ່ງກ່າວຟື້ນຕົວຄືນ ຈາກໄພ
ນ້ຳຖ້ວມຢ່າງໃຫຍ່ ທີ່ໄດ້ເອົາຊີວິດຢ່າງໜ້ອຍ 20 ກວ່າຄົນ ແລະ
ກົດດັນໃຫ້ຫຼາຍພັນຄົນ ຕ້ອງໄດ້ຍົກຍ້າຍອອກຈາກພື້ນທີ່ ແລະ
ເຮັດໃຫ້ພື້ນທີ່ປູກຝັງ ອັນກວ້າງໃຫຍ່ຈົມຢູ່ໃຕ້ນ້ຳ.

ການປະກາດເມື່ອວັນເສົາວານນີ້ ຍັງໄດ້ອະນຸຍາດໃຫ້ ອົງການ
ຄຸ້ມຄອງການຊ່ອຍເຫຼືອສຸກເສີນຂອງລັດຖະບານກາງ ປະສານ
ງານຄວາມພະຍາຍາມໃນການບັນເທົາທຸກເຂດປະສົບໄພພິບັດ.
ການຊ່ອຍເຫຼືອເກີດຂຶ້ນໃນຂະນະທີ່ ບັນດາເຈົ້າໜ້າທີ່ໃນລັດ Missouri ແລະ ລັດ Illinois
ທີ່ໃກ້ຄຽງ ໄດ້ໄປກວດສອບເບິ່ງເຂດຕ່າງໆ ທີ່ໄດ້ຮັບຜົນກະທົບຢ່າງໜັກທີ່ສຸດ ເພື່ອສຳ
ຫຼວດເບິ່ງຄວາມເສຍຫາຍ ຂອງເຮືອນຊານບ້ານຊ່ອງ ແລະ ທົ່ວເມືອງຕ່າງໆທັງໝົດ ຢູ່ໃນ
ເຂດໃຈກາງຂອງອາເມຣິກາ.

ພາບດ້ານເທິງ ຈາກເຮືອບິນເຮລິຄອບເຕີ UH-60 Black Hawk ຂອງໜ່ວຍພິທັກຊາດລັດ Missourສະແດງໃຫ້ເຫັນຜົນກະທົບ ຂອງໄພນ້ຳຖ້ວມໃນມະຫາສະມຸດປາຊີຟິກ, ລັດ Missouri, ວັນທີ 30 ທັນວາ 2015.
ພາບດ້ານເທິງ ຈາກເຮືອບິນເຮລິຄອບເຕີ UH-60 Black Hawk ຂອງໜ່ວຍພິທັກຊາດລັດ Missourສະແດງໃຫ້ເຫັນຜົນກະທົບ ຂອງໄພນ້ຳຖ້ວມໃນມະຫາສະມຸດປາຊີຟິກ, ລັດ Missouri, ວັນທີ 30 ທັນວາ 2015.

ທ່ານ Jay Nixon ຜູ້ປົກຄອງລັດ Missouri ເວົ້າວ່າ “ມັນເກືອບຄືກັບວ່າ ເຈົ້າຢູ່ໃນດວງ
ດາວດວງອື່ນ”
ໃນຂະນະທີ່ທ່ານຢືນຢູ່ເທິງກອງຊາກຫັກພັງຕ່າງໆ ຂອງເມືອງ Eureka
ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ທີ່ຕັ້ງຢູ່ທາງພາກຕາເວັນຕົກຂອງເມືອງ St. Louis
ຫ່າງກັນປະມານ ຊົ່ວໂມງໜຶ່ງຖ້າຂັບລົດໄປ. ແລະ ອັນນີ້ ທ່ານເວົ້າອີກວ່າ “ເປັນພຽງສ້ຽວ
ນ້ອຍໆອັນໜຶ່ງ ຂອງເສັ້ນວິນາດຕະກຳ.”

ໄພນ້ຳຖ້ວມ ໄດ້ເກີດຂຶ້ນຍ້ອນນ້ຳຝົນທີ່ຕົກລົງມາເປັນເວລາ 3 ມື້ລຽນຕິດ ຫຼາຍກວ່າ 25
ຊັງຕີແມັດ ເມື່ອສັບປະດາຜ່ານມາ ທີ່ເຮັດໃຫ້ຕາຝັ່ງຂອງແມ່ນ້ຳ Mississippi, ແມ່ນ້ຳ
Meramec ແລະແມ່ນ້ຳ Missouri ພັງທະລາຍ.

ພາຍໃນວັນເສົາວານນີ້ ທາງຫຼວງຫລັກສອງສາຍ ໄດ້ເປີດຄືນໃໝ່ ຢູ່ທາງພາກໃຕ້ ແລະ
ພາກຕາເວັນຕົກຂອງເມືອງ St. Louis ແລະ ປະຊາຊົນບາງສ່ວນຂອງເມືອງນັ້ນ ໄດ້ຮັບ
ອະນຸຍາດໃຫ້ກັບຄືນໄປເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ.

ແຕ່ບັນດານັກພະຍາກອນອາກາດ ໄດ້ເຕືອນວ່າ ສ່ວນອື່ນໆທາງພາກໃຕ້ຂອງອາເມຣິກາ
ຍັງຈະປະເຊີນໜ້າກັບໄພນ້ຳຖ້ວມຢູ່ ໃນຂະນະທີ່ນ້ຳຢູ່ໃນແມ່ນ້ຳຕ່າງໆ ຢູ່ເຂດອື່ນໆໃນຂົງ
ເຂດ ຈະສືບຕໍ່ສູງຂຶ້ນເລື້ອຍໆ ໃນວັນເສົາວານນີ້.

US Weather
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG