ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ອາເມລິກາ ສຶບຕໍ່ ໃຫ້ທຶນຊ່ວຍເຫຼືອ ແກ່ການເກັບກູ້ລະເບີດ ບໍ່ທັນແຕກ ທີ່ແຂວງ ຊຽງຂວາງ


ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ຣີນາ ບິດເຕີ, ກາງ, ເປັນສັກຂີພິຍານໃນພິດທີເຊັນສັນຍາບົດບັນທຶກຄວາມ
ເຂົ້າໃຈໃນການໃຫ້ທຶນຊ່ວຍເຫຼືອການເກັບກູ້ລະເບີດບໍ່ທັນແຕກ
ໃນແຂວງ ຊຽງຂວາງ, ນະຄອນຫຼວງ ວຽງຈັນ. 30 ມິຖຸນາ 2017.
ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ຣີນາ ບິດເຕີ, ກາງ, ເປັນສັກຂີພິຍານໃນພິດທີເຊັນສັນຍາບົດບັນທຶກຄວາມ ເຂົ້າໃຈໃນການໃຫ້ທຶນຊ່ວຍເຫຼືອການເກັບກູ້ລະເບີດບໍ່ທັນແຕກ ໃນແຂວງ ຊຽງຂວາງ, ນະຄອນຫຼວງ ວຽງຈັນ. 30 ມິຖຸນາ 2017.

ໃນວັນສຸກທີ່ຜ່ານມາ, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ
ທ່ານນາງ ຣີນາ ບິດເຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານ ໃນພິທີເຊັນສັນຍາ ບົດ
ບັນທຶກລົງນາມຄວາມເຂົ້າໃຈລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນ
ຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ (ຄຊກລ) ທ່ານ ພູຂຽວ ຈັນທະສົມບູນ
ຫົວໜ້າຫ້ອງການ ຄຊກລ ແລະ ທ່ານນາງ Blossum Gilmour ຫົວຫນ້າອົງການເກັບ
ກູ້ລະເບີດແມັກ ປະຈໍາ ສປປ ລາວ. ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງການ ຄຊກລ, ນະຄອນ
ຫລວງວຽງຈັນ ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ກະຊວງແຮງ
ງານ ແລະ ສະຫວັດດີການສັງຄົມ ພ້ອມທັງອຳນາດການປົກຄອງທ້ອງຖິ່ນຂອງແຂວງ
ຊຽງຂວາງ ກໍ່ໄດ້ເຂົ້າຮ່ວມງານເຊັນບົດບັນທຶກດັ່ງກ່າວ.

ລັດຖະບານ ສະຫະລັດ ອາເມຣິກາ ໄດ້ມອບທຶນການຊ່ວຍເຫຼືອແກ່ ອົງການ​ເກັບ​ກູ້​ລະ​
ເບີດແມັກ ປະຈໍາ ສປປ ລາວ ເພື່ອໃຊ້ເຂົ້າໃນການສຳຫຼວດ ແລະ ການເກັບກູ້ລະເບີດບໍ່
ທັນແຕກ (UXO) ໃນສາມຕົວເມືອງເປົ້າໝາຍທີ່ແຂວງຊຽງຂວາງ. ທຶນດັ່ງກ່າວຈະຖືກ
ໃຊ້ເຂົ້າໃນການສໍາຫຼວດທີ່ບໍ່ເປັນວິຊາການເຊິ່ງກວມເອົາ 94 ໝູ່ບ້ານ ແລະ ການສໍາ
ຫຼວດທາງດ້ານວິຊາການເຊິ່ງກວມເອົາເນື້ອທີ່ປະມານ 46,860,000 ຕາແມັດ. ທຶນດັ່ງ
ກ່າວຍັງຈະໄດ້ໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກໃນເນື້ອທີ່ຫຼາຍກວ່າ 3,408,000ຕາແມັດ ໃນເຂດເມືອງ ໜອງແຮດ, ເມືອງຄູນ ແລະ ເມືອງ ຜະໄຊ.

ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ທ່ານນາງ ຣີນາ ບິດເຕີ ໄດ້ກ່າວໃນພິທີ
ເຊັນສັນຍາວ່າ: ການມອບທຶນການຊ່ວຍເຫຼືອ ແມ່ນເປັນການປະກອບສ່ວນເຂົ້າໃນການ
ພັດທະນາ ສປປ ລາວ. ນີ້ບໍ່ແມ່ນພຽງແຕ່ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ
ໃນຊຸມຊົນທີ່ຫ່າງໄກສອກຫຼິກເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນເຂົ້າໃນການພັດ
ທະນາເສດຖະກິດໃນເຂດຫ່າງໄກສອກຫຼີກຢູ່ ສປປ ລາວ. ທ່ານນາງໄດ້ກ່າວອີກວ່າ:
ແຂວງຊຽງຂວາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ ແລະ ປະຊາຊົນ ອາເມຣິກາ ມີຄວາມພາກພູມໃຈໃນການໃຫ້ການສະໜັບສະໜູນ (ຄຊກລ)
ໃນການເຮັດວຽກຮ່ວມກັບ ອົງການເກັບກູ້ລະເບີດ ແມັກ ໃນການເສີມສ້າງການພັດທະນາ.

XS
SM
MD
LG