ກຳລັງແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ກ່າວວ່າ ທະຫານຊີເຣຍທີ່ໄດ້ຮັບ
ການໜູນຫລັງ ຈາກຣັດເຊຍ ໄດ້ຂ້າມແມ່ນ້ຳຢູເຟຣຕິສ ທີ່ເມືອງ Deir el-Zour ໃນ
ຄວາມພະຍາຍາມເພື່ອເຂົ້າຄວບຄຸມ ເມືອງດັ່ງກ່າວຂອງຊີເຣຍ ຊຶ່ງເປັນການເຄື່ອນ
ໄຫວທີ່ອາດຈະພາໃຫ້ເກີດການປະເຊີນໜ້າ ກັບກຳລັງທີ່ໄດ້ຮັບການສະໜັບສະໜູນ
ຈາກສະຫະລັດ ໃນພາກຕາເວັນອອກຂອງເມືອງນີ້.
ພັນເອກ Ryan Dillion ໂຄສົກຂອງກຳລັງແນວໂຮມ ພາຍໃຕ້ການນຳພາ ຂອງ
ສະຫະລັດ ກ່າວຕໍ່ວີໂອເອ ໃນວັນອັງຄານວານນີ້ວ່າ “ພວກເຮົາໃຫ້ການຢືນຢັນ
ໄດ້ວ່າ ກຳລັງຂອງຣັດເຊຍແລະອຳນາດການປົກຄອງຊີເຣຍໄດ້ຂ້າມໄປທາງຝັ່ງ
ຕາເວັນອອກຂອງແມ່ນ້ຳຢູເຟຣຕິສແລ້ວ. ພວກຣັດເຊຍໄດ້ໃຫ້ການສະໜັບສະໜູນ
ທາງອາກາດຕໍ່ການປະຕິບັດງານຂອງທະຫານຊີເຣຍ ເພື່ອເຂົ້າຄວບຄຸມດິນແດນ
ທີ່ຢູ່ອ້ອມແອ້ມເມືອງ Deir el-Zour ຄືນ.”
ການໂຈມຕີເພື່ອເຂົ້າຍຶດເອົາເມືອງ Deir el-Zour ຊຶ່ງເປັນນຶ່ງໃນທີ່ໝັ້ນອັນເຂັ້ມແຂງ
ຂອງກຸ່ມຫົວຮຸນແຮງລັດອິສລາມໃນຊີເຣຍ ເລີ້ມຂຶ້ນໃນຕົ້ນເດືອນນີ້. ກອງທັບທີ່ໄດ້ຮັບ
ການສະໜັບສະໜູນໂດຍ ກຳລັງທະຫານບ້ານຊີໄອທ໌ ແລະ ກຳລັງທາງອາກາດຂອງ
ຣັດເຊຍ ໄດ້ບຸກຄືບໜ້າຈາກກ້ຳຕາເວັນຕົກຂອງເມືອງດັ່ງກ່າວ ແລະ ທັບມ້າງການປິດ
ລ້ອມ ເຂດຄວບຄຸມຂອງລັດຖະບານຊີເຣຍ ທີ່ເມືອງ Deir el-Zour ເປັນເວລາ 3 ປີ
ໂດຍກຸ່ມລັດອິສລາມ.
ໃນຂະນະດຽວກັນ ກຳລັງປະຊາທິປະໄຕຊີເຣຍ ຫຼື SDF ທີ່ໄດ້ຮັບການໜຸນຫຼັງ ໂດຍ
ສະຫະລັດກໍເລີ້ມການປະຕິບັດງານ ຈາກກ້ຳຕາເວັນອອກຂອງເມືອງດັ່ງກ່າວ ພວກ
ເຂົາເຈົ້າໄດ້ບຸກຄືບໜ້າຢ່າງວ່ອງໄວ ໂດຍເຂົ້າຄວບຄຸມ ພື້ນທີ່ 300 ກິໂລແມັດມົນທົນ
ທີ່ຕັ້ງເລາະຕາມແຄມຝັ່ງຕາເວັນອອກ ຂອງແມ່ນ້ຳຢູເຟຣຕິສ.
ແມ່ນ້ຳຢູເຟຣຕິສ ຊຶ່ງໄຫຼຜ່ານທາງກາງຂອງເມືອງ ແມ່ນເປັນເສັ້ນແບ່ງເຂດແດນ ຂອງ
ທັງສອງຝ່າຍ ແລະຖືວ່າເປັນສ່ວນນຶ່ງ ຂອງເຂດປອດການປະທະ ລະຫວ່າງ ກຳລັງ
ແນວໂຮມພາຍໃຕ້ການນຳພາ ຂອງສະຫະລັດ ແລະ ຣັດເຊຍ ທີ່ຕັ້ງໃຈຈະແບ່ງເຂດ
ໃນການປະຕິບັດງານຂອງຕົນ ຢູ່ໃນປະເທດຊີເຣຍ ແລະປ້ອງກັນບໍ່ໃຫ້ເກີດການປະທະ
ກັນດ້ວຍຄວາມປະໝາດ.