ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ປະນາມ ການຮຸກຮານ ຂອງ ຣັດເຊຍ ໃນພາກຕາເວັນອອກ ຢູເຄຣນ


ເອກອັກຄະລັດຖະທູດສະຫະລັດ ຄົນໃໝ່ປະຈຳ ສປຊ ທ່ານນາງ Nikki Haley.
ເອກອັກຄະລັດຖະທູດສະຫະລັດ ຄົນໃໝ່ປະຈຳ ສປຊ ທ່ານນາງ Nikki Haley.

ເອກ​ອັກຄະ​ລັດຖະທູດສະຫະລັດ​ຄົນ​ໃໝ່​ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ເອົາ​ທ່າ​ທີ​ຢ່າງແຂງ​ຂັນ ຕໍ່​ການ​ປະຕິບັດ​ງານທາງ​ທະຫານຂອງຣັດ​ເຊຍ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ Ukraine ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍປະນາມ “ການຮຸກ​ຮານ” ຂອງ​ມົສກູ ​ແລະ​ກ່າວ​ວ່າ ການ​ລົງ​ໂທດ​ຂອງສະຫະລັດ ທີ່​ພົວພັນ​ກັບ​ເຂດ Crimea ນັ້ນ ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ.

ທ່ານ​ນາງ Nikki Haley ກ່າວ​ຕໍ່​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດທີ່​ທ່ານນາງເຂົ້າ ຮ່ວມ​ປະຊຸມເປັນ​ເທື່ອທຳ​ອິດນັບ​ແຕ່​ໄດ້​ຖືກແຕ່ງຕັ້ງ​ໃນ​ອາທິດ​ແລ້ວ​ນີ້ໃຫ້​ເປັນເອກ​ອັກຄະ​ລັດຖະທູດຂອງ​ທ່ານ Trump ປະ​ຈຳ​ສະຫະ​ປະຊາ​ຊາດ ​ໂດຍ ກ່າວ​ວ່າ “ຂ້າພະ​ເຈົ້າຕ້ອງ​ໄດ້​ປະນາມ​ການ​ກະທຳ​ທີ່​ຮຸກ​ຮານ​ຂອງ​ຣັດ​ເຊຍ.”

ທ່ານ​ນາງ Haley ກ່າວ​ວ່າ “ພວກ​ເຮົາ​ຕ້ອງການ​ຄວາມ​ສຳພັນ​ທີ່​ດີ​ຂຶ້ນ ​ກັບຣັດ​ເຊຍ. ແຕ​ແນວ​ໃດ​ກໍ​ຕາມ ສະພາບ​ການ​ຮ້າຍ​ແຮງ ​ຢູ່ໃນພາກ​ຕາ​ເວັນ​ອອກ​ຂອງ Ukraine ​ແມ່ນ​ສິ່ງ​ນຶ່ງ​ທີ່​ຕ້ອງການ​ ການ​ປະນາມ​ທີ່​ຈະ​ແຈ້ງ ​ແລະ​ ​ຢ່າງ​ແຮງ​ຕໍ່​ການ​ປະ​ພຶດຂອງຣັດ​ເຊຍ.”

ທ່ານ​ນາງ Haley ກ່າວ​ວ່າ ການ​ລົງ​ໂທດຂອງສະຫະລັດ ​ຕໍ່ຣັດ​ເຊຍ ​ທີ່​ໄດ້​ພ​ະ ໜວກ​ເອົາ​ແຫລມ Crimean ຂອງ Ukraine ນັ້ນ​ແມ່ນ​ຍັງ​ຈະ​ດຳ​ເນີນຕໍ່​ໄປ​ຈົນ​ ​ກວ່າ​ວ່າດິນແດນດັ່ງກ່າວ​ຈະກັບ​ຄືນໄປ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ Kyiv.

ທ່ານ​ນາງ​ໄດ້​ກ່າວ​ເພີ້​ມອີກ​ວ່າ “ສະຫະລັດ​ຈະ​ສືບ​ຕໍ່​ການ​ປະນາມ ​ແລະຮຽກ​ຮ້ອງ​ໃຫ້ຣັດ​ເຊຍ ​ຍຸຕິ​ການຍຶດຄອງ​ແຫຼມ Crimea ​ໃນ​ທັນທີ. Crimea ​ແມ່ນ​ພາກ ສ່ວນ​ນຶ່ງຂອງ Ukraine.”

​ໃນ​ໄລຍະ​ຫລາຍ​ເດືອນ​ ຂອງ​ການ​ໂຄສະ​ນາ​ຫາ​ສຽງ​ປະທານາທິບໍດີນັ້ນ ທ່ານ Donald Trump ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜູ້ນຳຣັດ​ເຊຍ ທ່ານ Vladimir Putin ​ແລະ​ມີ​ຄໍາ​ຖາມ​ຫລາຍ​ຢ່າງ​ກ່ຽວ​ກັບ​ວ່າ ຣັດ​ເຊຍ ​ໄດ້​ແຊກ​ແຊງ​ຢູ່ ​ໃນ​ການ​ເລືອກ​ຕັ້ງ​ສະຫະລັດ ​ເພື່ອ​ທຳລາຍ​ຜູ້​ສະໝັກ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton. ນີ້ໄດ້​ປ່ອຍ​ໃຫ້​ບັນດາ​ຜູ້​ສັງ​ເກດ​ການ​ນະ​ໂຍບາຍ​ຕ່າງປະ​ເທດສົງໄສ​ວ່າ ລັດຖະບານ​ທ່ານ Trump ​ຈະ​ເອົາ​ທ່າ​ທີຢ່າງ​ເດັດດ່ຽວ​ກັບ​ມົສກູຫຼືບໍ່. ຄຳ​ຖະ​ແຫຼງ ຂອງ​ທ່ານ​ນາງ Harley ​ປາກົດ​ວ່າ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດຖະບານ​ຍັງ​ບໍ່​ທັນ​ກະກຽມ​ທີ່​ຈະ​ທຳ​ການຟື້ນ​ຟູ​ຄວາມ​ສຳພັນ ​ກັບ​ມົສ​ກູເທື່ອ.

​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້ ກະຊວງ​ການ​ເງິນສະຫະລັດ​ໄດ້​ປະກາດທີ່​ຈະ​ຜ່ອນຜັນ​ການ​ຈຳກັດ​ຮັດແຄບ​ຈຳນວນ​ນຶ່ງ​ ​ໃນ​ການ​ເຮັດ​ທຸລະ​ກິດ​ກັບ​ອົງການ​ສືບ ລັບ ຫຼື FSB ຂອງ​ລັດ​ເຊຍ ​ເຖິງ​ແມ່ນວ່າ​ໄດ້​ມີ​ການ​ລົງ​ໂທດ​ຕໍ່​ອົງການ​ດັ່ງກ່າວ ທີ່​ພົວພັນໂຈມ​ຕີ​ທາງ​ອິນ​ເຕີ​ແນັດ ທີ່​ໄດ້ມີ​ຂຶ້ນ ໂດຍ​ອະດີດປະທານາທານາ​ທິບໍດີ Barack Obama.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG