ສະຫະລັດ ຈະມອບ “ເງິນສະແດງຄວາມເສຍໃຈ” ສຳລັບຜູ້ທີ່ໄດ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບໃນການໂຈມຕີທາງດ້ານອາກາດ ຂອງສະຫະລັດ ທີ່ລະເບີດໄດ້ຕົກຢ່າງພິດພາດໃສ່ໂຮງໝໍຂອງ ທ່ານໝໍບໍ່ມີພົມແດນໃນເມືອງ Kunduz, ອັຟການິສຖານ ໃນວັນທີ 3 ຕຸລາທີ່ຜ່ານມານີ້.
ໂຄສົກກະຊວງປ້ອງກັນປະເທດ ທ່ານ Peter Cook ໄດ້ກ່າວວ່າ ທະຫານ ສະຫະລັດ ໃນ ອັຟການິສຖານ ຈະເຮັດວຽກກັບຜູູ້ທີ່ໄດ້ຮັບຜົນກະທົບເພື່ອພິຈາລະນາການໃຊ້ຈ່າຍທີ່ເໝາະສົມ. ທ່ານກ່າວວ່າ ຖ້າມີຄວາມຈຳເປັນ, ລັດຖະບານຈະຫາທາງແກ້ໄຂເພີ່ມເຕີມ ຈາກລັດຖະສະພາ.
ກ່ອນໜ້ານີ້, ທ່ານ Cook ໄດ້້ກ່າວວ່າ ຈຳນວນຂອງຄ່າໃຊ້ຈ່າຍແມ່ນ ຍັງບໍ່ທັນໄດ້ຖືກ ພິຈາລະນາເທື່ອ. ເງິນຈະຖືກຈ່າຍໃຫ້ “ປະຊາຊົນທີ່ ໄດ້ຮັບບາດເຈັບ ບໍ່ແມ່ນຈາກ ການຕໍ່ສູ້ ແລະ ຄອບຄົວຂອງປະຊາຊົນ ທີ່ຖືກຂ້າຕາຍ ທີ່ບໍ່ສ່ວນໃນການສູ້ຮົບ ເຊິ່ງເປັນຜົນຈາກການ ປະຕິບັດການຂອງທະຫານ ສະຫະລັດ.”
ກຸ່ມທາງການແພດ, ຮູ້ຈັກກັນໂດຍຄຳຫຍໍ້ໃນພາສາ ຝຣັ່ງ ຂອງພວກ ເຂົາເຈົ້າວ່າ MSF, ໄດ້ກ່າວວ່າການໂຈມຕີທາງອາກາດໄດ້ເຮັດໃຫ້ຄົນເຈັບ 10 ຄົນ ແລະ ສະມາຊິກພະນັກງານ MSF 12 ຄົນເສຍຊີວິດ. ມູນນິທິກຸສົນນີ້ໄດ້ກ່າວໃນວັນພະຫັດທີ່ຜ່ານມາວ່າ 33 ຄົນແມ່ນຍັງສູນຫາຍຢູ່, ລວມມີຄົນໄຂ້ 9 ຄົນ ແລະ ສະມາຊິກພະນັກງານ 24 ຄົນ.
MSF ໄດ້ສິ້ນສຸດການປະຕິບັດການຂອງພວກເຂົາເຈົ້າໃນເມືອງ Kunduz ຫຼັງຈາກຖືກໂຈມ ຕີທາງອາກາດ ແລະ ໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນຢ່າງເປັນອິດສະຫຼະ ໃນການໂຈມຕີພາຍໃຕ້ສົນທິສັນຍາ Geneva. ກຸ່ມດັ່ງກ່າວເວົ້າວ່າ ການກວດສອບທີ່ດຳເນີນໂດຍ ສະຫະລັດ, ອັຟການິສຖານ ແລະ NATO ແມ່ນບໍ່ພຽງພໍ ແລະ ໄດ້ສະເໜີວ່າ ການໂຈມຕີມີຄ່າເທົ່າກັບອາຊະຍາກຳສົງຄາມ.
ສົນທິສັນຍາ Geneva ແມ່ນການຈັດຕັ້ງຂອງສົນທິສັນຍາສາກົນ ແລະ ລະບຽບການທີ່ກຳນົດພຶດຕິກຳຂອງຄວາມຂັດແຍ້ງທີ່ໃຊ້ອາວຸດ ແລະ ແນໃສ່ເພື່ອປົກປ້ອງປະຊາຊົນທີ່ບໍ່ໄດ້ເຂົ້າຮ່ວມໃນພາວະສົງຄາມ ແລະ ຜູ້ທີ່ບໍ່ໄດ້ມີສ່ວນຮ່ວມຕໍ່ສູ້ອີກຕໍ່ໄປ.