ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຕັ້ງກຳມະການ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບ ພາສີສິນຄ້າ ສົ່ງອອກ ຂອງ ຈີນ


ຄົນລົມກັນຢູ່ນອກສຳນັກງານໃຫຍ່ຂອງ ອົງການ ການຄ້າໂລກ (WTO) ໃນນະຄອນ ເຈນີວາ, ສວິດເຊີແລນ. 3 ມິຖຸນາ, 2016.
ຄົນລົມກັນຢູ່ນອກສຳນັກງານໃຫຍ່ຂອງ ອົງການ ການຄ້າໂລກ (WTO) ໃນນະຄອນ ເຈນີວາ, ສວິດເຊີແລນ. 3 ມິຖຸນາ, 2016.

ສະຫະລັດ ໄດ້ຈັດຕັ້ງຄະນະກຳມະການທີ່ອົງການ ການຄ້າໂລກ ເພື່ອ ​ແກ້​ໄຂຄວາມຂັດ ແຍ່ງກັບ ຈີນ ກ່ຽວກັບ ພາສີການສົ່ງອອກວັດຖຸດິບທີ່ສຳຄັນ 11 ຢ່າງ. ທີ່ລວມມີ ທອງແດງ, ດິນສໍ, ຊືນ ແລະ ກົ່ວ.

ວໍຊິງຕັນ ກ່າວວ່າ ພາສີຂອງ ຈີນ ແລະ ໂຄຕາ ກ່ຽວກັບ ການສົ່ງອອກດັ່ງກ່າວຂອງ ສະຫະ ລັດ ແມ່ນບໍ່ຍຸຕິທຳ ແລະ ກີດ​ກັນ ​ເຊິ່ງເຮັດໃຫ້ຜະລິດຕະພັນຂອງ ສະຫະລັດ ປະກົດວ່າຈະ ມີລາຄາແພງໂພດໃນຕະຫຼາດໂລກ.

ທ່ານ Michael Froman ຫົວໜ້າການຄ້າ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ “ພວກເຮົາຈະຕິດຕາມສິ່ງທ້າທາຍນີ້ຢ່າງແຂງຂັນ ​ໃນ​ນາມ​ພວກ​ຄົນ​ງານເຫຼັກ ສະຫະ ລັດ, ຄົນ​ງານລົດຍົນ, ພະນັກງານ ອາວະກາດ ແລະ ຄົນ ອາເມຣິກັນ ອີກຫຼາຍໆຄົນຜູ້ ທີ່ທຸລະກິດ, ວຽກງານ, ແລະ ຊີວິດການເປັນຢູ່ຂອງງພວກເຂົາເຈົ້າ ຕ້ອງອາໄສຄວາມ ເຂັ້ມແຂງໃນດ້ານນີ້ ແລະ ອຸດສາຫະກຳອື່ນໆ.”

ຫ້ອງການຂອງທ່ານ Froman ກ່າວວ່າ ຈີນ ຍັງເປັນຜູ້ຜະລິດລາຍໃຫຍ່ຂອງວັນຖຸດິບ ພວກນີ້ ແລະ ວ່າພາສີທີ່ສູງ ຂອງພວກເຂົາເຈົ້າສຳລັບຜະລິດຕະພັນ​ເຫຼົ່ານີ້ຈາກຕ່າງປະ ເທດ ແມ່ນສ່ວນໜຶ່ງຂອງ “ນະໂຍບາອຸດສາຫະກຳທີ່ຍັງສືບຕໍ່ເປັນບັນຫາ” ທີ່​ແນ​ໃສ່​ເພື່ອ ເຮັດໃຫ້ ຈີນ ໄດ້ປຽບໃນການແຂ່ງຂັນ ​ໂດຍ​ສ້າງຄວາມເສຍຫາຍ​ໃຫ້​ແກ່ຄົນອື່ນ.

ສະຫະລັດ ແລະ ຈີນ ບໍ່​ສາມາດທີ່ຈະແກ້ໄຂຂໍ້ຂັດແຍ້ງໃນລະຫວ່າງ ການປະຊຸມກັນຫຼາຍ ຄັ້ງ ໃນເດືອນກໍລະກົດທີ່ຜ່ານມາ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG