ລັດຖະບານທ່ານໂອບາມາ ໄດ້ກ່າວຫາຈີນວ່າ ຍັງສືບຕໍ່ເກັບພາສີສູງ ໃນການສົ່ງອອກໄກ່ ຂອງສະຫະລັດ ແລະປະຕິເສດບໍ່ຍອມປະຕິບັດຕາມຄຳສັ່ງ ໃຫ້ເຮັດຕາມກົດລະບຽບການ ຄ້າຂອງໂລກ.
ຜູ້ຕາງໜ້າທາງດ້ານການຄ້າ ຂອງສະຫະລັດ ທ່ານ Michael Froman ກ່າວໃນວັນອັງ ຄານວານນີ້ວ່າ ທຳນຽບຂາວພວມທຳການທ້າທາຍຈີນຢູ່ທີ່ອົງການໆຄ້າໂລກ ໂດຍທວງ ໃຫ້ຈີນປະຕິບັດຕາມລະບຽບການຂອງອົງການໆຄ້າໂລກ.
ທ່ານ Froman ກ່າວວ່າ ພວກພໍ່ຄ້າສັດປີກອາເມຣິກັນ ສົມຄວນຈະມີໂອກາດ ໃນການ ແຂ່ງຂັນ ແລະໄດ້ຮັບໄຊຊະນະຢູ່ໃນເສດຖະກິດຂອງໂລກ ແລະລັດຖະບານສະຫະລັດ ຊຸດນີ້ຈະສືບຕໍ່ຖືວ່າເປັນຄວາມຮັບຜິດຊອບຂອງຈີນເວລາເຂົາເຈົ້າພະຍາຍາມທີ່ຈະເຮັດ ໃຫ້ກະເສດຕະກອນ ນັກທຸລະກິດແລະພວກຄົນງານຂອງເຮົາຢູ່ໃນທ່າເສຍປຽບ.
ການເກັບພາສີສູງຂອງຈີນເຮັດໃຫ້ຜະລິດຕະພັນຂອງສະຫະລັດແພງໂພດຢູ່ໃນຕະຫຼາດ ໂລກເມື່ອສົມທຽບໃສ່ສິນຄ້າຈີນທີ່ໄດ້ຮັບເງິນສະໜັບສະໜຸນຢ່າງໜັກນັ້ນ.
ນີ້ແມ່ນການຜິດຖຽງກັນເທື່ອທີສອງທີ່ພົວພັນກັບການສົ່ງອອກໄກ່ຂອງສະຫະລັດໄປຍັງ ຈີນ ນັບແຕ່ປີ 2013 ເປັນຕົ້ນມາ. ອົງການໆຄ້າໂລກ ເຫັນພ້ອມກັບຝ່າຍສະຫະລັດ ໃນ ການຜິດຖຽງກັນເທື່ອແລ້ວ. ແຕ່ຈີນໄດ້ເລີ້ມເລື້ອງນີ້ຄືນໃໝ່ ແລະຢືນຢັດວ່າຕົນປະຕິບັດຕາມກົດລະບຽບການຄ້າຂອງໂລກ.
ສະຫະລັດກ່າວວ່າ ຈີນໄດ້ທຳການສືບສວນຂອງຕົນຄືນໃໝ່ ໃນສະພາບທີ່ເກືອບວ່າປິດ ລັບ ແລະບໍ່ສາມາດພິສູດໄດ້ວ່າ ການສົ່ງອອກຂອງສະຫະລັດທີ່ຈິງແລ້ວສ້າງຄວາມເສຍ ຫາຍໃຫ້ແກ່ກະເສດຕະກອນຈີນ.
ຈີນຍັງບໍ່ທັນຕອບຮັບຕໍ່ການທ້າທາຍຄັ້ງຫລ້າສຸດຂອງສະຫະລັດເທື່ອ.
ທ່ານ Froman ກ່າວວ່າ ນີ້ແມ່ນຄັ້ງທີ 12 ທີ່ສະຫະລັດໄດ້ເອົາບາດກ້າວຕໍ່ຈີນ ຕໍ່ໜ້າອົງ ການໆຄ້າໂລກ ໂດຍກ່າວເພີ້ມຕື່ມວ່າ ສະຫະລັດໄດ້ຮັບໄຊຊະນະທຸກໆເທື່ອ.