ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ລະມັດລະວັງ ແຕ່ກໍມີຄວາມຫວັງ ກ່ຽວກັບ ຂໍ້ຕົກລົງຢຸດຍິງ ຊີເຣຍ ຄັ້ງໃໝ່


ພະນັກງານປ້ອງກັນພົນລະເຮືອນ ກຳລັງອູ້ມເດັກນ້ອຍ ຫຼັງຈາກ
ການໂຈມຕີທາງອາກາດໄດ້ຕົກຖືກໂຮງຮຽນທີ່ເປັນບ່ອນຢູ່ໃຫ້
ເດັກນ້ອຍບໍ່ມີບ່ອນຢູ່ອາໄສຫຼາຍຮ້ອຍຄົນໃນທິດຕາເວັນຕົກ
ຂອງແຂວງ Deraa ຊີເຣຍ, 14 ມິຖຸນາ, 2017.
ພະນັກງານປ້ອງກັນພົນລະເຮືອນ ກຳລັງອູ້ມເດັກນ້ອຍ ຫຼັງຈາກ ການໂຈມຕີທາງອາກາດໄດ້ຕົກຖືກໂຮງຮຽນທີ່ເປັນບ່ອນຢູ່ໃຫ້ ເດັກນ້ອຍບໍ່ມີບ່ອນຢູ່ອາໄສຫຼາຍຮ້ອຍຄົນໃນທິດຕາເວັນຕົກ ຂອງແຂວງ Deraa ຊີເຣຍ, 14 ມິຖຸນາ, 2017.

ສະຫະລັດ ໄດ້ສະໜັບສະໜູນການຢຸດຍິງ 48 ຊົ່ວໂມງທີ່ຖືກປະກາດໂດຍກອງທັບບົກ
ຊີເຣຍ ໃນພາກໃຕ້ຂອງປະເທດ ຊີເຣຍ, ແຕ່ກ່າວວ່າ ພວກເຂົາເຈົ້າຈະຖ້າເບິ່ງສິ່ງທີ່ເກີດ
ຂຶ້ນ ກ່ອນຈະລົງຄວາມເຫັນກ່ຽວກັບປະສິດທິຜົນຂອງມັນ.

ໂຄສົກຍິງ ກະຊວງການຕ່າງປະເທດ ທ່ານ Heather Nauert ໄດ້ກ່າວໃນຖະແຫຼງການ
ສະບັບໜຶ່ງໃນວັນເສົາວານນີ້ວ່າ “ພວກເຮົາຈະຕັດສິນກ່ຽວກັບຂະບວນການນີ້ຈາກຜົນ
ທີ່ຈະອອກມາ, ບໍ່ແມ່ນຄຳເວົ້າ.” “ຝ່າຍກົງກັນຂ້າມກໍຄວນຢຸດການໂຈມຕີທີ່ຄ້າຍຄືກັນນີ້
ເພື່ອອະນຸຍາດໃຫ້ ການຢຸດຍິງຍືນຍົງ ແລະ ຫວັງວ່າຈະຖືກຂະຫຍາຍເວລາອອກໄປ
ແລະ ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳສາມາດເຂົ້າເຖິງຜູ້ທີ່ຂາດແຄນສິ່ງຂອງຈຳ
ເປັນ.”

ໃນຕອນເຊົ້າຂອງວັນດຽວກັນ, ກອງທັບບົກ ຊີເຣຍ ກໍໄດ້ປະກາດການຢຸດຍິງສອງຝ່າຍ
ໃນເມືອງ Deraa ທີ່ຢູ່ພາກໃຕ້ຂອງປະເທດ ເພື່ອຈະສະໜັບສະໜູນ “ຄວາມພະຍາ
ຍາມປອງດອງກັນ.”
ອີງຕາມຖະແຫຼງ

ການສະບັບໜຶ່ງທີ່ໄດ້ດຳເນີນໂດຍອົງການຂ່າວ SANA ຂອງລັດຖະບານບານນັ້ນ,
ການຢຸດຍິງແມ່ນມີກຳນົດທີ່ຈະຖືກບັງຄັບໃຊ້ໃນຕອນທ່ຽງ ຂອງວັນເສົາວານນີ້ ຕາມ
ເວລາໃນທ້ອງຖິ່ນ.

ການປະກາດ ກ່ຽວກັບ ການຢຸດຍິງໄດ້ມີຂຶ້ນໃນມື້ດຽວກັນກັບ ທີ່ອົງການສະຫະປະຊາ
ຊາດໄດ້ກ່າວວ່າ ພວກເຂົາເຈົ້າ ຢາກໃຫ້ເລີ່ມການເຈລະຈາສັນຕິພາບຮອບໃໝ່ ລະ
ຫວ່າງ ທຸກຝ່າຍໃນ ຊີເຣຍ ຢູ່ນະຄອນ ເຈນີວາ ໃນເດືອນໜ້າ.

ນອກນີ້ ສະຫະລັດ ແລະ ຣັດເຊຍ ຍັງໄດ້ຈັດການເຈລະຈາ ກ່ຽວກັບ ການສ້າງເຂດປອດ
ໄພໃນ ຊີເຣຍ, ເຊິ່ງຈະລວມມີເມືອງ Deraa ແລະ ເມືອງອື່ນໆອີກ.

ອົງການສິ້ງຊອມສິດທິມະນຸດໄດ້ກ່າວວ່າ ການຕໍ່ສູ້ ແລະ ຖິ້ມລະເບີດໃນເມືອງ Deraa
ໄດ້ຢຸດລົງບໍ່ດົນ ຫຼັງຈາກການປະກາດ ກ່ຽວກັບ ການຢຸດຍິງ, ແຕ່ຜູ້ນຳກຸ່ມຕໍ່ຕ້ານລັດຖະ
ບານໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ມັນບໍ່ມີການປ່ຽນແປງໃນລະດັບຂອງການ
ຕໍ່ສູ້ກັນ.

ຜູ້ບັນຊາການ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ “ພວກເຮົາບໍ່ເຄີຍ
ໄດ້ຍິນ ກ່ຽວກັບ ການເຈລະຈາທີ່ວ່ານັ້ນ ແລະ ລັດຖະບານກໍຍັງໂຈມຕີພວກເຮົາຢ່າງດຸເດືອດຢູ່ຄືເກົ່າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG