ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ສຫລ ຮ້ອງຂໍໃຫ້ ຢູ່ໃນຄວາມສະຫງົບ ທີ່ເມືອງ Kirkuk


ພວກນັກລົບ peshmerga ຂອງຊາວເຄີດ ຂີ່ລົດຢູ່ ທາງພາກຕາເວັນຕົກສຽງໃຕ້ ຂອງເມືອງ Kirkuk ປະເທດ Iraq ວັນທີ 13 ຕຸລາ 2017.

ເຈົ້າໜ້າທີ່ສູງ​ສຸດ​ຂອງກອງທັບ​ສະຫະລັດ ຮຽກຮ້ອງ​ໃຫ້ກຳລັງຊາວ​ເຄີ​ດ ​ແລະ​ກຳລັງ
​ອີຣັກ ໄປ​ເຕົ້າ​ໂຮມ​ກັນ ​ຢູ່​ນອກ​ເມືອງ Kirkuk ທີ່​ອຸດົມສົມ​ບຸນດ້ວຍ​ນໍ້າມັນ ​ແລະກໍມີ
ການຂັດ​ແຍ້​ງກັນ “​ເພື່ອ​ຫລຸດຜ່ອນ​ທຸກ​ສິ່ງ​ທຸກ​ຢ່າງ​ລົງ” ​ໃນ​ຂະນະ​ທີ່​ເຈົ້າ ​ໜ້າ​ທີ່ຊາວ​
ເຄີ​ດ ຍັງສືບຕໍ່ທຳການ​ເຕືອນ ​ກ່ຽວກັບບຸກຂອງອີຣັກ ທີ່ອາດມີຂຶ້ນໄດ້ ໃນ​ທຸກ​ເວລາ.

ລັດຖະມົນຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ກ່າວ​ໃນ​ວັນ​ສຸກ​
ວານນີ້ວ່າ ຄວາມ​ເຄັ່ງ​ຕຶງທີ່ເພີ້ິ້ມທະວີຂຶ້ນ ​ໄດ້​ເຮັດໃຫ້​ວໍ​ຊິງ​ຕັນ​ມີ​ຄວາມ​ສົນ​ໃຈ​ຢ່າງ​ເຕັມ
ທີ່ໂດຍ​ເຕືອນພັນທະ​ມິດ​ທັງ​ສອງຂອງສະຫະລັດ​ວ່າ ປັດຈຸບັນ​ນີ້ ​ບໍ່​ແມ່ນ​ເວລາ ​ທີ່​ຈະ​ນຳ
​ເອົາ​ຄວາມສົນໃຈ ອອກໄປ​ຈາກການ​ສູ້​ລົບ ​ທີ່​ໃຫຍ່​ກວ່ານັ້ນ ເພື່ອຕໍ່ຕ້ານກັບ​ກຸ່ມ​ກໍ່​ການ​ຮ້າຍລັດອິສລາມ.

ທ່ານ​ Mattis ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ໃນ​ຂະນະ​ທີ່​ບິນ​ກັບ​ຄືນສູ່​ວໍຊິ​ງຕັນ ຫລັງ ຈາກໄປ​ຢ້ຽມຢາມກອງ​ບັນຊາ​ການ​ພາກ​ໃຕ້​ສະຫະລັດ ທີ່​ນະຄອນ Miami ວ່າ “ພວກ​ເຮົາ​ບໍ່​ສາ
ມາດ​ທີ່ຈະຫັນໜ້າ​ຕໍ່ສູ້ກັນ. ພ​ວກ​ເຮົາບໍ່​ຕ້ອງການ​ໃຫ້ເລື້ອງ​ນີ້​ກາຍເປັນ​ສະຖານະການ
ທີ່ຍິງ​ກັນເກີດຂຶ້ນ.”

ທ່ານກ່າວຕື່ມວ່າ “ກຳລັງຂອງຂ້າພະເຈົ້າ ແມ່ນສັງກັດຢູ່ໃນກຳລັງເຫລົ່ານີ້ ແລະ ເຂົາເຈົ້າ
ກຳລັງເຮັດວຽກ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ບັນຫາຂັດແຍ້ງທີ່ອາດມີຂຶ້ນນັ້ນ ບໍ່ໄດ້ເກີດຂຶ້ນ.”

​ແຕ່​ພວກ​ເຈົ້າ​ໜ້າ​ທີ່ຊາວ​ເຄີ​ດ ​ໄດ້​ຢືນຢັດໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້​ວ່າ ກຳລັງ ອີຣັກພ້ອມ
ດ້ວຍ​ໜ່ວຍ​ເຄື່ອ​ນທີ່ມະຫາຊົນຫລື PMU ທີ່ເປັນກອງ​ກຳລັງ​ຕໍ່ສູ້​ຂະ ໜາດໃຫຍ່ ທີ່ປະ​ກອບ​ດ້ວຍອະດີດ​ກຸ່ມ​ທະຫານ​ບ້ານ Shi’ite ຊຶ່ງຈຳນວນ​ນຶ່ງ​ຈົງ​ຮັກ​ພັກດີ​ຕໍ່​ອີ​ຣ່ານ ພວມ​ເຕົ້າ​ໂຮມ​ກຳລັງຢ່າງ​ຫລວງຫລາຍ​ຢູ່​ທາງ​ໃຕ້ ​ແລະທາງຕາ​ເວັນຕົກ​ຂອງ​ເມືອງ​ຍຸດ​ທະ​ສາດ Kirkuk.

ນັກລົບຊາວເຄີດ peshmerga ຄົນນຶ່ງເຫັນຢູ່ທາງພາກໃຕ້ເມືອງ Kirkuk ປະເທດ Iraq ວັນທີ 13 ຕຸລາ 2017.
ນັກລົບຊາວເຄີດ peshmerga ຄົນນຶ່ງເຫັນຢູ່ທາງພາກໃຕ້ເມືອງ Kirkuk ປະເທດ Iraq ວັນທີ 13 ຕຸລາ 2017.

ທ່ານນາງ Bayan Sami Abdul Rahman ຜູ້ຕາງໜ້າລັດຖະບານ​ຂົງ​ເຂດ​ Kurdistan
ກ່າວ​ໃນລະຫວ່າງການຖະແຫຼງຂ່າວ ​ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ​ວ່າ “ການ​ເຄື່ອນ​ໄຫວ​ດັ່ງ
ກ່າວ​ແມ່ນຜິດປົກກະຕິ ​ແລະ​ເປັນ​ການທ້າທາຍທີ​່ສຸດ.”

ທ່ານ​ນາງ​ກ່າວໂດຍ​ການ​ໃຊ້ຊື່​ຫຍໍ້ຂອງກຸ່ມ​ລັດ​ອິສລາມວ່າ IS​. “ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່ຈະ
ສົ່ງ​ກຳລັງ​ທະຫານ. ບໍ່​ມີພວກ ISIS ຢູ່​ທີ່​ນັ້ນ. ບໍ່​ມີ​ຜູ້​ໃດທີ່ຈະຕ້ອງ​ຕໍ່ສູ້​ນອກຈາກວ່າ ​ເຂົາ​ເຈົ້າ​ຢາກທ້າທາຍໃຫ້ເກີດການສູ້​ລົບ.”

ພວກລົດຖັງຂອງອີຣັກ ທີສົ່ງໄປຢູ່ໝູ່ບ້ານ Bashir ທາງພາກໃຕ້ຂອງເມືອງ Kirkuk, Iraq ວັນທີ 13 ຕຸລາ 2017.
ພວກລົດຖັງຂອງອີຣັກ ທີສົ່ງໄປຢູ່ໝູ່ບ້ານ Bashir ທາງພາກໃຕ້ຂອງເມືອງ Kirkuk, Iraq ວັນທີ 13 ຕຸລາ 2017.

ທ່ານ​ນາງ Rahman ກ່າວ​ວ່າ ກຳລັງຊາວ​ເຄີ​ດ ​ແລະ​ບັນດາ​ໜ່ວຍ​ສືບ​ລັບ​ໄດ້​ສັງ​ເກດ​ການ
ເບິ່ງການ​ເຕົ້າ​ໂຮມ​ກຳລັງ​ຂອງອີຣັກຢ່າງ​ຫລວງຫລາຍ ​ແລະກຳລັງ PMU ​ໃນໄລຍະ 48
ຊົ່ວ​ໂມງ​ທີ່​ຜ່າ​ນມາ ຮວມທັງ​ລົດ​ຖັງ ປືນ​ໃຫຍ່. ລົດ Humvees ​ແລະປືນຄົກ ທັງ​ໝົດ​ນີ້ແນ
​ໃສ່​ບັນດາ​ກຳລັງ Peshmerga ຂອງຊາວເຄີດ.

ບ່ອນກີດກັ້ນຢູ່ດ່ານກວດ ທີ່ມີຮູບທຸງຊາວເຄີດ ຢູ່ໝູ່ບ້ານ Bashir ພາກໃຕ້ຂອງເມືອງ Kirkuk ປະເທດ Iraq ວັນທີ 13 ຕຸລາ 2017.
ບ່ອນກີດກັ້ນຢູ່ດ່ານກວດ ທີ່ມີຮູບທຸງຊາວເຄີດ ຢູ່ໝູ່ບ້ານ Bashir ພາກໃຕ້ຂອງເມືອງ Kirkuk ປະເທດ Iraq ວັນທີ 13 ຕຸລາ 2017.

“​ເປັນ​ທີ່​ແຈ້ງ​ຂາວ​ທີ່​ສຸດ​ວ່າ ​ນີ້ແມ່ນ​ຄວາມ​ພະຍາຍາມທຳການ​ຂົ່ມຂູ່ ​ແລະ​ພະຍາ ຍາມ​ບັງ​
ຄັບ​ໃຫ້ເຂດ Kurdistan ​ເຂົ້າໄປຢູ່ພາຍໃຕ້ການຄວບຄຸມ. ທ່ານ​ນາງ Rahman ກ່າວເພີ້ມ ອີກວ່າ ອີຣ່ານຍັງໄດ້ຍູ້ໃຫ້ກຳລັງຊາວເຄີດຖອຍຄືນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG