ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງ​ການສື​ບສວນໃໝ່ ຂອງ​ລັດຖະບານ​ກາງ​ ສະຫະລັດ ຈະ​​ເປີດ​ໃນ​ວັນ​ຈັນ​ນີ້ ​


ຫ້ອງການຄຸ້ມ​ຄອງພະນັກງານ ທີ່ນະຄອນຫລວງວໍຊິງຕັນ ກ່າວວ່າ ເຖິງເວລາແລ້ວ ທີ່ຈະກຳຈັດພວກລັກເຈະຂໍ້ມູນ.
ຫ້ອງການຄຸ້ມ​ຄອງພະນັກງານ ທີ່ນະຄອນຫລວງວໍຊິງຕັນ ກ່າວວ່າ ເຖິງເວລາແລ້ວ ທີ່ຈະກຳຈັດພວກລັກເຈະຂໍ້ມູນ.

ອົງ​ການສື​ບສວນໃໝ່ຂອງ​ລັດຖະບານ​ກາງ​ຈະເປີດ​ໃນ​ວັນ​ຈັນ​ຈະ​ມາ​ນີ້ເພື່ອເສີມ​ຂະຫຍາຍ ຂັ້ນຕອນ​ໃນ​ການກວດ​ກາດ້ານຄວາ​ມປອດ​ໄພທີ່​ໄດ້ມີການ​ຄ້າງ​ຄາແລະ​ການ​ລັກຂະ​ໂມ​ຍ ຈາກ​ພາຍ​ນອກ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຂໍ້​ມູນຂອງ​ຊາວອາ​ເມ​ຣິກັນ​ຫຼາຍກວ່າ 20 ລ້ານ​ຄົນ.

ອົງການ​ໃໝ່ ທີ່ມີ​ຊື່ວ່າ ຫ້ອງການ​ສືບສວນປະຫວັດແຫ່ງ​ຊາດ​ ຫລື NBIB ຈະຮວມເຂົ້າ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ທີ່​ຈະ​ຄຸ້ມ​ຄອງຕາໜ່າງດ້ານຄວາມ​ປອດ​ໄພ.

ຜູ້​ອຳນວຍ​ການຄົນ​ທຳ​ອິດ​ຂອງ​ອົງການ ທ່ານ Charles Phalen ​ໄດ້​ເຂົ້າ​ຮັບ​ໜ້າທີ່​ໃນ​ວັນ​ເສົາມື້​ນີ້. ທ່ານ​ໄດ້​ເຮັດ​ວຽກ​ເປັນ​ເວລາ 30 ປີ ​ຢູ່​ອົງການ​ສື​ບລັບຊີໄອ​ເອ ຮວມທັງ​ເປັນ​ຜູ້ອຳ ນວຍການດ້ານ​ຄວາມ​ປອດ​ໄພ ​ຂອງ​ອົງການດັ່ງກ່າວ ​ແລະ​ຫວ່າງ​ມໍ່ໆ​ມາ​ນີ້​ ກໍໄດ້​ເປັນ​ຮອງ​ປະທານບໍລິສັດຮັກສາ​ຄວາມ​ປອດ​ໄພ​ເອກ​ກະ​ຊົນ​ Northrop Grumman.

ທ່ານ Phalen ​ໄ​ດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້​ວ່າ ນຶ່ງ​ໃນ​ບູລິ​ມະ​ສຸດ​ ທີ່​ສຳຄັນ​ສຸດ​ຂອງ​ທ່ານ ກໍ​ຄື​ແກ້​ໄຂ​ບັນຫາ​ ການກວດກາປະຫວັດ ໃນ​ດ້ານຄວາມ​ປອດ​ໄພ​ຕ່າງໆ ທີ່​ຍັງ​ຄ້າງ​ຄາຂອງ​ລັດຖະບານສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່​ຢູ່​ຫ້ອງການຄຸ້ມ​ຄອງພະນັກງານ ກ່າວ​ວ່າ ​ເຂົາ​ເຈົ້າ​ແນ​ໃສ່​ການ​ຫຼຸດຜ່ອນ​ເວລາ​ໃນຂັ້ນຕອນການກວດ​ກາ “ຄວາມ​ລັບ​ສຸດ​ຍອດ” ຈາກ 170 ມື້​ມາ​ເປັນ 80 ມື້ ແລະ​ສຳລັບການ​ກວດກາ “ຄວາມ​ລັບ” ຈາກ 120 ມື້​ ມາເປັນ 40 ​ມື້.

ອົງການ​ໃໝ່ນີ້ ​ໄດ້​ຈ້າງ​ສີ່​ບໍລິສັດ ເພື່ອ​ທຳ​ການສຳພາດ ໃນ​ການ​ສືບສວນກວດກາ​ ຄວາມ​ປອດ​ໄພຮວມທັງ KeyPoint ທີ່​ເປັນ​ບໍລິສັດ​ເອກ​ກະ​ຊົນຊຶ່ງ​ລະຫັດ​ເຊັນ​ເຂົ້າ​ໄດ້​ຖືກລັກ​ໃຊ້​ໃນ​ການເຈາະ​ຂໍ້​ມູນທີ່​ເປັນ​ຜົນ​ກະທົບຕໍ່ ພະນັກງານລັດຖະບານກາງຫລາຍກວ່າ​ 20 ລ້ານ ຄົນ. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ກ່າວ​ວ່າ ພະນັກງານ​ສັນຍາ​ຈ້າງ​ຂອງ KeyPoint ​ໄດ້​ລັກ​ເອົາລະຫັດ​ລັບ​ ທີ່​ໃຊ້​ໂດຍ​ພວກເຈາະ​ຂໍ້ມູນ ຂອງ​ລັດຖະບານ ​ທີ່​ສຳຄັນ ສອງ​ຄັ້ງ ​ໃນ​ປີ 2014.

ອົງການ NBIB ​ໄດ້​ປະກາດ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ​ນີ້ວ່າຈະ​ເຂົ້າ​ເຮັດ​ໜ້າທີ່​ແທນລະ ບົບ​ສືບສວນ​ຂອງ​ລັດຖະບານ​ກາງ​ ໃນ​ປັດຈຸ​ບັນ​ ຫລັງ​ຈາ​ກ​ ໄດ້​ມີ​ການເຈາະ​ຂ້ໍ​ມູນເອົາບັນ ທຶກ​ພະນັກງານ​ແລະປະຫວັດ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG