ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມລັດອິສລາມ ເລັ່ງບຸກໂຈມຕີ ທີ່ໝັ້ນ ຂອງກອງກຳລັງຕໍ່ຕ້ານ ລັດຖະບານ ຊີເຣຍ


ພວກນັກລົບ ຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື Syria Democratic Forces ຕັ້ງປ້ອມຢູ່ເທິງອາຄານ ເພື່ອສ່ອງເບິ່ງ ສັດຕູ ຢູ່ແຂວງທາງພາກເໜືອ ຂອງ Raqqa, ວັນທີ 27 ພຶດສະພາ 2016.
ພວກນັກລົບ ຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື Syria Democratic Forces ຕັ້ງປ້ອມຢູ່ເທິງອາຄານ ເພື່ອສ່ອງເບິ່ງ ສັດຕູ ຢູ່ແຂວງທາງພາກເໜືອ ຂອງ Raqqa, ວັນທີ 27 ພຶດສະພາ 2016.

ພວກຫົວຮຸນແຮງລັດອິສລາມ ໄດ້ເລັ່ງການບຸກໂຈມຕີ ໃນວັນເສົາວານນີ້ ໃນພາກເໜືອ ຂອງຊີເຣຍ ຕໍ່ທີ່ໝັ້ນທີ່ສຳຄັນແຫ່ງໜຶ່ງ ໂດຍປະທະກັບ ກອງກຳລັງຕໍ່ຕ້ານ ລັດຖະບານ ຊີເຣຍ ຢູ່ໃນເມືອງ Marea ໃກ້ໆກັບເຂດຊາຍແດນຕິດກັບປະເທີກີ.

ອົງການສິ້ງຊອມສິດທິມະນຸດຂອງຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງ ລອນດອນ ກ່າວວ່າ ການໂຈມຕີແບບຟ້າແລບຂອງມພວກລັດອິສລາມ ຢູ່ທາງພາກເໜືອຂອງເມືອງ Aleppo ໄດ້ຕັດຖະໜົນສາຍຫຼັກ ທີ່ເຊື່ອມຕໍ່ ເມືອງ Marea ກັບເມືອງໃກ້ຄຽງ Azaz ທີ່ຕໍ່ຕ້ານລັດຖະບານຊີເຣຍເຊັ່ນກັນ.

ບໍ່ມີລາຍລະອຽດຕື່ມ ກ່ຽວກັບການສູ້ລົບກັນ ໃນຕອນແລງວັນເສົາວານນີ້. ແຕ່ເມື່ອຕອນ ເຊົ້າມື້ດຽວກັນ ອົງການຂ່າວ AP ໄດ້ອ້າງເຖິງ ຄຳເວົ້າຂອງຫົວໜ້າ ຂອງໂຮງໝໍ ແຫ່ງສຸດ ທ້າຍ ທີ່ຍັງຄົງເຫຼືອຢູ່ ໃນເມືອງ Marea ທີ່ກ່າວວ່າ ເມືອງນັ້ນ ໄດ້ຖືກປິດລ້ອມ ແລະ ໂຮງ ໝໍຂອງທ່ານ ກໍແມ່ນຕົກຢູ່ພາຍໃຕ້ ການຂົ່ມຂູ່ ນັບຕັ້ງແຕ່ວັນສຸກມື້ກ່ອນ ເປັນຕົ້ນມາ.

ແຜນທີ່ ເຂດເມືອງ Raqqa ຂອງ ຊີເຣຍ
ແຜນທີ່ ເຂດເມືອງ Raqqa ຂອງ ຊີເຣຍ

ນາຍແພດ Abdel Rahman Alhafez ໄດ້ກ່າວຖະແຫລງໃນອີເມລທີ່ສົ່ງທາງສາຍ ວ່າ “ພວກເຮົາຕ້ອງການ ການປົກປ້ອງຢ່າງຮີບດ່ວນສຳລັບໂຮງໝໍ ຫຼື ວິທີທາງອອກ.”

ສ່ວນຢູ່ທາງພາກຕາເວັນອອກ ກອງກຳລັງປະສົມ ພັນທະມິດ ຊາວເຄີດ ແລະ ອາຣັບ ທີ່ໜູນຫຼັງໂດຍສະຫະລັດ ກໍໄດ້ເລັ່ງບຸກໂຈມຕີ ຕໍ່ຕ້ານພວກນັກລົບຢູ່ທາງພາກເໜືອ ຂອງ ເມືອງ Raqqa ທີ່ເປັນທີ່ໝັ້ນຂອງກຸ່ມລັດອິສລາມ. ສື່ມວນຊົນຂອງເທີກີ ໄດ້ລາຍງານວ່າ ການໂຈມຕີທາງອາກາດ ແລະ ການຍິງໂຈມຕີດ້ວຍປືນໃຫຍ່ຂອງເທີກີ ໄດ້ທຳລາຍ ອາຄານຫຼາຍຫຼັງ ທີ່ນຳໃຊ້ເປັນສຳນັກງານໃຫຍ່ ຂອງກຸ່ມລັດອິສລາມ ຢູ່ໃນເມືອງດັ່ງກ່າວ.

ບັນດາຜູ້ສັງເກດການ ກ່າວວ່າ ພວກເຮືອບິນລົບ ແລະ ເຮລິຄອບເຕີ້ກອງທັບບົກ ຂອງ ຊີເຣຍ ໄດ້ຖະລົ່ມບໍລິເວນ ເມືອງເຂດຊາຍແດນຕ່າງໆ ໃນແຂວງ Aleppo ທີ່ປົກຄອງ ໂດຍ ກອງກຳລັງຕໍ່ຕ້ານລັດຖະບານ ໃນວັນເສົາວານນີ້ ເພື່ອກົດດັນຕື່ມອີກ ພວກຕໍ່ຕ້ານ ລັດຖະບານ ທີ່ກຳລັງຕໍ່ສູ້ເພື່ອທີ່ຈະໂຄ່ນລົ້ມລັດຖະບານຂອງປະທານາທິບໍດີ Bashar al-Assad.

ບັນດານັກວິເຄາະ ກ່າວວ່າ ການໄດ້ມາເຂດແດນ ໃນອ້ອມແອ້ມ ເມືອງ Merea ແລະ ເມືອງ Azaz ຂອງກຸ່ມລັດອິສລາມ ນັ້ນ ໄດ້ປິດລ້ອມ ພວກພົນລະເຮືອນຊາວຊີເຣຍ ຫຼາຍກວ່າ 160,000 ຄົນ ໃນລະຫວ່າງຂົງເຂດ Merea ແລະ Azaz ແລະ ໄດ້ປິດຊາຍ ແດນປະມານ 20 ກິໂລແມັດ ທາງພາກເໜືອຂອງເທີກີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG