ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ ທີ່ ສຫລ ໜູນຫລັງ ພວມບຸກຄືບໜ້າ ໄປສູ່ເມືອງຫຼວງ ຂອງກຸ່ມລັດອິສລາມ


ກຳລັງທີ່ເຂົ້າຮ່ວມ ໃນການປົດປ່ອຍ ເມືອງ Raqqa ນະຄອນຫຼວງ ຂອງກຸ່ມລັດອິສລາມ ໃນຊີເຣຍ.
ກຳລັງທີ່ເຂົ້າຮ່ວມ ໃນການປົດປ່ອຍ ເມືອງ Raqqa ນະຄອນຫຼວງ ຂອງກຸ່ມລັດອິສລາມ ໃນຊີເຣຍ.

ກຳລັງ​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ສະຫະ​ລັດ ​ໃນ​ວັນ​ສຸກ​ວານ​ນີ້​ໄດ້​ບຸກ​ເລິກ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ທາງ​ເໜືອ​ ຂອງ​ເມືອງ Raqqa ໂດຍສືບ​ຕໍ່​ການ​ບຸກຄືບ​ໜ້າ​ໄປ​ສູ່​ບໍລິເວນ​ຮອບ​ນອກ​ຂອງ​ເມືອງ ຊຶ່ງ​ທີ່​ຈິງ​ແລ້ວ​ ເປັນ​ນະຄອນຫຼວງ ຂອງ​ກຸ່ມ​ລັດ​ອິສລາມ ຢູ່​ໃນ​ຊີ​ເຣຍ.

​ໃນ​ມື້ທີ 4 ຂອງ​ການ​ເປີດ​ສາກ​ບຸກ​ໂຈມ​ຕີ​ ກອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ຫລື SDF ຊຶ່ງ​ເປັນ​ພັນທະ​ມິດ​ ທີ່​ປະກອບ​ດ້ວຍ​ພວກ​ນັກ​ລົບ​ຊາວ​ເຄີ​ດ ​ແລະ​ຊາວ​ອາ​ຣັບ ​ໄດ້​ເຂົ້າຍຶດ​ເອົາ ຢ່າງ​ໜ້ອຍ 10 ໝູ່​ບ້ານແລະ​ບຸກຄືບ​ໜ້າ​ປະມານ 15 ກິ​ໂລ​ແມັດໄປ​ສູ່​ທາງ​ໃຕ້​ ໃນ​ຂະນະ​ທີ່ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ແນວ​ໂຮມ​ພາຍ​ໃຕ້​ການ​ນຳ ພາ​ຂອງ​ສະຫະລັດໄດ້​ຖະຫລົ່ມ​ ທີ່​ໝັ້ນຕ່າງໆ​ ທີ່​ຕັ້ງຢູ່​ໃນ​ບໍລິ​ເວນ​ໃກ້​ຄຽງ.

ແຜນທີ່ ເມືອງ Raqqa ໃນປະເທດຊີເຣຍ
ແຜນທີ່ ເມືອງ Raqqa ໃນປະເທດຊີເຣຍ

ການ​ປະຕິບັດ​ງານ​ແມ່ນ​ພວມ​ຄືບ​ໜ້າ ນັ້ນຄື​ຄຳ​ເວົ້າຂອງ​ນາງ Rojda Judi ຜູ້​ບັນຊາ​ການ​ຍິງຂອງ​ຊາວ​ເຄີ​ດ ທີ່​ເປັນ​ຫົວໜ້າ​ປະຕິບັດ​ງານ​ທາງ​ພາກພື້ນດິນ ​ໄດ້ກ່າວ​ຕໍ່​ວີ​ໂອ​ເອ. ນາງ​ກ່າວ​ຕື່ມ​ວ່າ ​ແຕ່​ສິ່ງ​ນຶ່ງ​ທີ່​ເຮັດ​ໃຫ້​ມີການ​ຊັກ​ຊ້າກໍ​ແມ່ນກຸ່ມ​ລັດ​ອິສລາມ​ໄດ້​ຫ້າງ​ລະ​ເບີດ​ໄວ້​ເປັນ​ຈຳນວນ​ຫຼວງຫຼາຍ.​ ພວກ​ເຮົາ​ຕ້ອງ​ໄດ້​ກູ້ລະ​ເບີດ​ອອກ​ກ່ອນ​ກ່ອນ​ທີ່​ພວກ​ເຮົາ​ຈະ​ເລີ້ມ ປະຕິ​ບັດ​ການໄດ້.

ກອງ​ກຳລັງ SDF ທີ່​ນຳພາ​ໂດຍ​ຊາວ​ເຄີ​ດ​ ​ແມ່ນ​ໃສ່​ທີ່​ຈະ​ບຸກ​ໂຈມ​ຕີ​ກຳລັງ​ຂອງ​ກຸ່ມ​ລັດ​ອິສ ລາມ​ໃນ​ເຂດ​ອ້ອມ​ແອ້ມ ຈາກ​ຫລາຍໆ​ທາງ​ ອີງ​ຕາມ​ຄຳ​ເວົ້າຂອງເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​.

​ທ້າວ Naser Mansoor ເຈົ້າໜ້າ​ທີ່​ຊາວ​ເຄີ​ດ ​ໃນ​ຊີ​ເຣຍ ກ່າວ​ວ່າ ພວກ​ເຮົາ​ພວມ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ ​ຈາກ​ສາມ​ດ້ານ​ດ້ວຍ​ກັນ ຢູ່​ທາງ​ເໜືອ​ຂອງ​ເມືອງ Raqqa.

US-backed Rebels Advance Toward Raqqa
please wait

No media source currently available

0:00 0:01:09 0:00

ຢູ່​ໃນ​ບາງ​ເຂດ ກຸ່ມ​ລັດ​ອິສລາມ​ໄດ້​ຖອຍ​ໄປ ​ແຕ່​ຢູ່​ໃນ​ບາງ​ເຂດ​ພວກ​ເຂົາ​ຕໍ່ສູ້​ບໍ່ຍອມ​ຖອຍ​ ລາວ​ແຈ້ງ​ໃຫ້​ວີ​ໂອ​ເອຊາບ ໂດຍທາງໂທລະສັບ​ຈາກ​ຊີ​ເຣຍ​ ​ແຕ່​ມາ​ຮອດ​ປັດຈຸບັນ​ນີ້ພວກ ​ເຮົາ​ໄດ້​ສັງຫານ​ພວກ​ເຂົາ​ຫລາຍ​ສິບ​ຄົນ​ແລ້ວ.

ທ້າວ Mansoor ກ່າວວ່າ ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ນາໆ​ຊາດ​ແລະ​ກຳລັງ ​ໃນ​ທ້ອງ​ຖິ່ນ​ແມ່ນ​ໄດ້​ມີ​ກັນ​ເປັນ​ຢ່າງ​ດີ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ແນວ​ໂຮມແມ່ນ​ ມີຄວາມ​ສຳຄັນ​ໃນ​ການ​ທຳລາຍ​ກຸ່ມ​ລັດ​ອິສລາມ​ທາງ​ພາກພື້ນດິນ.

ນັກ​ຂ່າວ​ວີ​ໂອ​ເວ​ທີ່ຕິດຕາມ​ກຳລັງ SDF ຢູ່​ໃນ​ເຂດ​ແນວ​ໜ້າ​ກ່າວ​ວ່າ ກຳລັງ​ຕໍ່ຕ້ານກຸ່ມ​ລັດ​ອິສລາມ ​ໄດ້​ໃຊ້​ອາວຸດ​ຂະໜາດ​ກາງ ​ແລະ​ຂະໜາດ​ໜັກ ຕໍ່​ພວກ​ຫົວຮຸນ​ແຮງ. ກຸ່ມ​ລັດ​ອິສ ລາມ​ໄດ້​ຕອບ​ໂຕ້​ຄືນດ້ວຍ​ການ​ຍິງ​ປືນ​ຄົກ​ໂຈມ​ຕີ. ​ໃນ​ຂະນະການ​ສູ້​ລົບ​ກັນທີ່​ພວມ​ດຳ​ເນີນ​ຢູ່ ​ແມ່ນ​ຫ່າງ​ຈາກ​ເມືອງ Raqqa ປະມານ 40 ກິ​ໂລ​ແມັດ ພວກ​ລັດ​ອິສລາມ​ພວມ​ກະກຽມ ​ທີ່​ຈະ​ສູ້​ລົ​ບຢູ່ພາຍໃນ​ຕົວ​ເມືອງໂດຍພາກັນຂຸດ​ຂຸມ​ແລະ​ຄອງ​ຕ່າງໆອີງ​ຕາມ​ລາຍ​ງານ​ຂ່າວ ​ທ້ອງ​ຖິ່ນ​ໃນ​ວັນ​ສຸກ​ວານ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG