ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະລັດຖະບານ ຂອງ ປ. ທຣຳ ຂໍໃຫ້ ສານສູງສຸດ ທົບທວນ ໂຄງການ ດາກາ


ພວກຊາວໜຸ່ມຈຳນວນນຶ່ງ ອອກມາປະທ້ວງ ຢູ່ຫ້ອງການ ຂອງສະມາຊິກສະພາສູງ ທ່ານ ດີນ ແຮລເລີ ສັງກັດພັກຣີພັບບລີກັນ ຈາກລັດເນວາດາ ໃນການສະໜັບສະໜູນ ຕໍ່ໂຄງການດາກາ ຢູ່ທີ່ລັດຖະສະພາ, ວັນທີ 16 ມັງກອນ 2018, ໃນນະຄອນຫຼວງ ວໍຊິງຕັນ.
ພວກຊາວໜຸ່ມຈຳນວນນຶ່ງ ອອກມາປະທ້ວງ ຢູ່ຫ້ອງການ ຂອງສະມາຊິກສະພາສູງ ທ່ານ ດີນ ແຮລເລີ ສັງກັດພັກຣີພັບບລີກັນ ຈາກລັດເນວາດາ ໃນການສະໜັບສະໜູນ ຕໍ່ໂຄງການດາກາ ຢູ່ທີ່ລັດຖະສະພາ, ວັນທີ 16 ມັງກອນ 2018, ໃນນະຄອນຫຼວງ ວໍຊິງຕັນ.

ກະຊວງຍຸຕິທຳຂອງສະຫະລັດ ກ່າວວ່າ ຕົນຈະເອົາ ໃນອັນທີ່ທ່ານແຈັຟ ແຊັສຊັນສ໌
ລັດຖະມົນຕີ ວ່າການກະຊວງຍຸຕິທຳ ໄດ້ເອີ້ນວ່າ “ບາດກ້າວທີ່ບໍ່ຄ່ອຍມີ” ເພື່ອຂໍໃຫ້
ສານສູງສຸດ ຕ່າວປິ້ນ ຄຳຕັດສິນຂອງລັດຄາລີຟໍເນຍ ທີ່ຫ້າມການຍຸຕິ ໂຄງການປົກ
​ປ້ອງ​ຄຸ້ມ​ຄອງ​ ຈາກການຖືກ​ເນລະ​ເທດ ຂອງພວກເດັກນ້ອຍ ທີ່ເຂົ້າມາໃນປະເທດ
ແບບຜິດກົດໝາຍ ຫຼື DACA.

ຄະນະລັດຖະບານຂອງທ່ານທຣຳ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຕົນວາງແຜນ
ທີ່ຈະຍື່ນເອກກະສານຈຳນວນນຶ່ງ ເພື່ອຫາທາງໃຫ້ມີການທົບທວນ ໂຄງການດັ່ງກ່າວ
ໂດຍສານສູງສຸດ ສະຫະລັດ. ການເຄື່ອນໄຫວນີ້ ແມ່ນ “ບໍ່ຄ່ອຍມີ” ຍ້ອນວ່າ ຄະນະ
ລັດຖະບານ ໄດ້ດຳເນີນການລ່ວງໜ້າ ຂະບວນການພິຈາລະນາດ້ານກົດໝາຍ ໃນ
ປັດຈຸບັນ ຂອງສານອຸທອນ ໃນນະຄອນ ແຊນແຟຣນຊິສໂກ ໄດ້ສະລຸບໄປນັ້ນ.

ລັດຖະມົນຕີ ກະຊວງຍຸຕິທຳ ແຊັສຊັນສ໌ ໄດ້ອະທິບາຍ ການເຄື່ອນໄຫວຂອງທ່ານ
ໂດຍກ່າວວ່າ ມັນຂັດຕໍ່ “ກົດໝາຍ ແລະ ສາມັນສຳນຶກ” ທີ່ຈະອະນຸຍາດໃຫ້ຜູ້
ພິພາກສາ ຂອງລັດຖະບານກາງ ຄົນດຽວ ຕັດສິນບັນຫາໂຄງການ ດາກາ ສຳລັບ
ປະເທດທັງໝົດ.

ຫົວໜ້າພະແນກຍຸຕິທຳຂອງລັດຄາລີຟໍເນຍ ທ່ານຮາວີແອຣ ເບີແຊຣາ ໄດ້ຕອບຮັບ
ຕໍ່ການເຄື່ອນໄຫວດັ່ງກ່າວ ໃນຖະແຫລງການສະບັບວັນອັງຄານວານນີ້ ໂດຍກ່າວວ່າ
ທ່ານ “ໝັ້ນໃຈທີ່ສານອຸທອນທັງຫຼາຍຈະເຫັນເຫດຜົນ ແລະຄວາມຍຸຕິທຳ ໃນການ
ອອກຄຳສັ່ງຄັດຄ້ານ ໃນເບື້ອງຕົ້ນຂອງສານເຂດ”
ເຊິ່ງປົກປ້ອງໂຄງການ ຈົນກວ່າ
ບັນຫາຈະໄດ້ຖືກຕັດສິນໃນສານທັງຫຼາຍ.

ເມື່ອຕອນເຊົ້າວັນອັງຄານວານນີ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້
ຕິຕຽນບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ໂດຍກ່າວວ່າ ຄຳຮຽກຮ້ອງ
ຂອງພວກເຂົາເຈົ້າ ທີ່ຈະປົກປ້ອງພວກ ດາກາ ນັ້ນ ຈະກົດດັນໃຫ້ລັດຖະບານ ປິດລົງ
ໃນສັບປະດານີ້ ອັນນັ້ນ ຈະເປັນການເສຍຫາຍຕໍ່ກອງທັບ.

ທ່ານທຣຳ ໄດ້ຂຽນລົງທະວິດເຕີ້ ວ່າ “ພັກເດໂມແຄຣັດ ຢາກໃຫ້ປິດລັດຖະບານ
ຫຼາຍກວ່າ ການນິລະໂທດໃຫ້ໝົດທຸກຄົນ ແລະ ຄວາມໝັ້ນຄົງຕາມຊາຍແດນ.
ຄວາມເສຍຫາຍທີ່ໃຫຍ່ທີ່ສຸດ ກໍຈະເປັນການສ້າງກອງທັບຂອງພວກເຮົາຄືນໃໝ່
ໄດ້ຢ່າງວ່ອງໄວ ນັ້ນ ໃນຊ່ວງເວລາທີ່ພວກເຮົາຕ້ອງການມັນຫຼາຍກວ່າສິ່ງໃດໆ.
ພວກເຮົາຕ້ອງການລະບົບພື້ນຖານ ຂອງຄວາມປະພຶດດີຂອງຄົນເຂົ້າເມືອງ ແລະ
ພວກເຮົາຕ້ອງການມັນດຽວນີ້! ບໍ່ມີ ລົດເຕີຣີ້ ທີ່ອັນຕະລາຍອີກຕໍ່ໄປ.”

ການເຈລະຈາ ກ່ຽວກັບ ພວກດາກາ ລະຫວ່າງທຳນຽບຂາວ ກັບ ສະມາຊິກສະພາ
ແມ່ນພົວພັນ ກັບການປະຊຸມສຸກເສີນ ໃນສັບປະດານີ້ ໃນເລື່ອງທຶນໃຊ້ຈາຍເພື່ອໃຫ້
ລັດຖະບານ ດຳເນີນການໄດ້ ກາຍທ່ຽງຄືນວັນສຸກຈະມາເຖິງນີ້ ໃນເວລາ ທີ່ງົບປະມານ
ການໃຊ້ຈາຍທີ່ໄດ້ອະນຸມັດໄປນັ້ນ ຈະໝົດກຳນົດ.

Trump US Immigration
please wait
Embed

No media source currently available

0:00 0:01:45 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG