ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະກາດ ກ່ຽວກັບ ການຈັບ ສະມາຊິກ ກຸ່ມ MS-13 ຈຳນວນ 267 ຄົນ


ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ໃຫ້ຄວາມເຫັນ ກ່ຽວກັບການປ້ອງກັນ ຄວາມປອດໄພ ຂອງ ປະເທດ ທີ່ຫ້ອງການ ກະຊວງຍຸຕິທຳ ເຂດໃຕ້ ໃນນະຄອນ ນິວຢອກ. (2 ພະຈິກ 2017)
ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ໃຫ້ຄວາມເຫັນ ກ່ຽວກັບການປ້ອງກັນ ຄວາມປອດໄພ ຂອງ ປະເທດ ທີ່ຫ້ອງການ ກະຊວງຍຸຕິທຳ ເຂດໃຕ້ ໃນນະຄອນ ນິວຢອກ. (2 ພະຈິກ 2017)

ເຈົ້າໜ້າທີ່ຄຸ້ມຄອງກົດໝາຍ ຂອງສະຫະລັດ ໄດ້ປະກາດ ໃນວັນພະຫັດວານນີ້ ກ່ຽວ
ກັບການຈັບກຸມ ສະມາຊິກຂອງກຸ່ມ MS-13 ຊຶ່ງເປັນກຸ່ມອັນທະພານ ທີ່ກໍ່ຄວາມຮຸນ
ແຮງເກືອບ 300 ຄົນທີ່ລັດຖະບານທ່ານທຣຳກ່າວວ່າ ຈະກຳຈັດໃຫ້ໝົດສິ້ນໄປຈາກ ຖະໜົນຫົນທາງຂອງອາເມຣິການັ້ນ.

ການຈັບກຸມດັ່ງກ່າວມີຂຶ້ນໃນໄລຍະສອງສາມອາທິດຜ່ານມາ ໃນຖານະທີ່ເປັນສ່ວນ
ນຶ່ງຂອງການປາບປາມຕໍ່ຕ້ານກຸ່ມອັນທະພານຄັ້ງໃຫຍ່ທີ່ມີລະຫັດວ່າ “ປະຕິບັດການ
Raging Bull.” ການປະຕິບັດງານພາຍໃຕ້ການນຳພາຂອງເຈົ້າໜ້າທີ່ກວດຄົນເຂົ້າ
ເມືອງ ແລະພາສີຂອງສະຫະລັດ ໄດ້ຈັບກຸມສະມາຊິກຂອງກຸ່ມອັນທະພານ MS-13
ຈຳນວນ 214 ຄົນໃນສະຫະລັດ ແລະ 53 ຄົນ ຢູ່ໃນປະເທດ El Salvador ຊຶ່ງເປັນ
ຖານປະຕິບັດງານໃຫຍ່ຂອງກຸ່ມດັ່ງກ່າວ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່.

ການປະຕິບັດງານທີ່ແບ່ງອອກເປັນສອງຂັ້ນແມ່ນແນໃສ່ສະມາຊິກກຸ່ມຂອງ MS-13
ແລະຕາໜ່າງການເງິນ ໃນທົ່ວໂລກຂອງພວກເຂົາ ໄດ້ເລີ້ມຂຶ້ນ ພາຍໃຕ້ລັດຖະບານ
ຂອງອະດີດປະທານາທິບໍດີບາຣັກ ໂອບາມາ ແຕ່ໄດ້ເພີ້ມຄວາມເຂັ້ມຂຸ້ນຂຶ້ນພາຍໃຕ້
ລັດຖະບານປະທານາທິບໍດີທຣຳ.

ເຈົ້າໜ້າທີ່ກ່າວໃນການຖະແຫຼງຂ່າວ ທີ່ນະຄອນວໍຊິງຕັນວ່າ ການປະຕິບັດງານຂັ້ນ
ທຳອິດ ເປັນເວລາປີເຄິ່ງ ໄດ້ສິ້ນສຸດລົງ ໃນເດືອນກັນຍາຜ່ານມາແລະໄດ້ຈັບກຸມສະ
ມາຊິກຂອງກຸ່ມດັ່ງກ່າວ​ 51 ຄົນ ຢູ່ປະເທດ El Salvador.

ສຳລັບຂັ້ນທີສອງ ຊຶ່ງເລີ້ມຂຶ້ນແຕ່ວັນທີ 8 ຕຸລາຫາ 11 ພະຈິກ ໄດ້ພາໃຫ້ມີການຈັບ ກຸມຄັ້ງຫລ້າສຸດຢູ່ໃນສະຫະລັດ ແລະ El Salvador.

ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ກ່າວວ່າ ການຈັບກຸມ
ດັ່ງກ່າວແມ່ນບາດກ້າວສຳຄັນໃນຄວາມພະຍາຍາມຂອງລັດຖະບານປະທານາທິບໍ
ດີທຣຳທີ່ຈະກຳຈັດກຸ່ມ MS-13 ຊຶ່ງສະມາຊິກຂອງກຸ່ມດັ່ງກ່າວ ແມ່ນມີສ່ວນພົວພັນ ໃນຄະດີຄາດຕະກຳທີ່ສຳຄັນໆຢູ່ໃນທົ່ວປະເທດ.

ທ່ານ Sessions ກ່າວໃນການປະກາດກ່ຽວກັບການຈັບກຸມນີ້ວ່າ “ປະທານາທິບໍດີ
ທຣຳໄດ້ສັ່ງໃຫ້ກະຊວງຍຸຕິທຳຫລຸດການກໍ່ອາຊະຍາກຳແລະທັບມ້າງກຸ່ມອາຊະຍາ
ກຳຂ້າມຊາດແລະພວກເຮົາກໍຈະດຳເນີນການຢ່າງບໍ່ຢຸດຢ່ອນກ່ຽວກັບຈຸດມຸ່ງໝາຍ
ດັ່ງກ່າວ. ນັ້ນຄືວ່າເປັນຫຍັງຂ້າພະເຈົ້າຈຶ່ງໄດ້ສັ່ງໃຫ້ໜ່ວຍປາບປາມການລັກລອບ
ຄ້າຢາເສບຕິດຂອງພວກເຮົາໃຊ້ທຸກກົດໝາຍທີ່ມີຢູ່ ເພື່ອຈັບກຸມ ດຳເນີນຄະດີ ລົງ
ໂທດ ແລະຂັດຂວາງບໍ່ໃຫ້ກຸ່ມ MS-13 ໄດ້ຮັບທຶນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG