ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ບຸກເຂົ້າຈັບ ຄົນເຂົ້າເມືອງ 212 ຄົນໃນລັດ ຄາລິຟໍເນຍ


ສະມາຊິກໜ່ວຍປະຕິບັດການຈັບກຸມຜູ້ຫຼົບໜີເຈົ້າໜ້າທີ່ຂອງ
ອົງການຄົນເຂົ້າເມືອງ ແລະ ພາສີ ສະຫະລັດ ຊອກຫາຜູ້ຍົກ
ຍ້າຍຖິ່ນຖານທີ່ຫຼົບໜີເຈົ້າໜ້າທີ່ໃນເມືອງ ແຊນຕ້າ ອານາ, ລັດຄາລິຟໍເນຍ. 11 ພຶດສະພາ, 2017.
ສະມາຊິກໜ່ວຍປະຕິບັດການຈັບກຸມຜູ້ຫຼົບໜີເຈົ້າໜ້າທີ່ຂອງ ອົງການຄົນເຂົ້າເມືອງ ແລະ ພາສີ ສະຫະລັດ ຊອກຫາຜູ້ຍົກ ຍ້າຍຖິ່ນຖານທີ່ຫຼົບໜີເຈົ້າໜ້າທີ່ໃນເມືອງ ແຊນຕ້າ ອານາ, ລັດຄາລິຟໍເນຍ. 11 ພຶດສະພາ, 2017.

ລັດຖະບານກາງ ສະຫະລັດ ໄດ້ປະກາດໃນສັບປະດານີ້ວ່າ, ອົງການ ກວດກາຄົນເຂົ້າ
ເມືອງ ແລະ ພາສີ ສະຫະລັດ ຫຼື ICE ໄດ້ຈັບກຸມຜູ້ ຍົກຍ້າຍຖິ່ນຖານທີ່ບໍ່ມີໜັງສືຖືກ
ຕ້ອງຕາມກົດໝາຍ 212 ຄົນໃນພາກ ໃຕ້ຂອງລັດ ຄາລິຟໍເນຍ ໃນສັບປະດາທີ່ຜ່ານມາ.

ອົງການ ICE ໄດ້ປະກາດໃນວັນສຸກທີ່ຜ່ານມາວ່າ ເຂົາເຈົ້າໄດ້ຈັບກຸມ ຜູ້ຍົກຍ້າຍຖິ່ນ
ຖານທີ່ບໍ່ມີໜັງສືຖືກຕ້ອງຕາມກົດໝາຍ 212 ໃນສະຖານ ທີ່ທຸລະກິດ 122 ແຫ່ງໃນລະ
ຫວ່າງການກວດລ້າງຫ້າວັນ.

ໃນຖະແຫຼງການສະບັບນຶ່ງທີ່ຖືກປະກາດໃນວັນສຸກທີ່ຜ່ານມາ, ຮອງຜູ້ອຳນວຍການ
ອົງການ ICE ທ່ານ ທັອມມັສ ໂຮມັນ "Thomas Homan" ກ່າວວ່າ “ຍ້ອນອຳນາດ
ການຄວບຄຸມສະຖານທີ່ຫຼົບລີ້ຄືນະຄອນ ລອສ ແອນເຈີລິສ "Los Angeles" ໄດ້ຂັດ
ຂວາງບໍ່ໃຫ້ອົງການ ICE ຈັບກຸມພວກອາຊະຍາກອນຕ່າງດ້າວໃນຂອບເຂດຮັກສາ
ຄວາມປອດໄພຂອງຄຸກແຫ່ງນຶ່ງນັ້ນ, ບັນດາເຈົ້າໜ້າທີ່ຂອງພວກເຮົາ ຈຶ່ງຖືກບັງຄັບ
ໃຫ້ດຳເນີນການຈັບກຸມຄັ້ງໃຫຍ່ຢູ່ໃນແຕ່ຊຸມຊົນດັ່ງກ່າວ.”

ທ່ານໄດ້ເວົ້າເພີ່ມເຕີມວ່າ, ການຈັບກຸມ ໃນຄຸກໜ້ອຍລົງ ໝາຍເຖິງການ ຈັບກຸມເພີ່ມ
ຂຶ້ນໃນທ້ອງຖະໜົນ, ແລະ ນັ້ນກໍຈະຕ້ອງມີການໃຊ້ແຫຼ່ງຊັບພະຍາກອນຕ່າງໆເພີ່ມຂຶ້ນ,
ເຊິ່ງຍ້ອນແນວນັ້ນ ພວກເຮົາຈຶ່ງຖືກບັງຄັບ ໃຫ້ສົ່ງແຫຼ່ງຊັບພະຍາກອນເພີ່ມເຕີມ ໄປຍັງ
ຂົງເຂດດັ່ງກ່າວ ເພື່ອໃຫ້ມັນພຽງພໍ ກັບຄວາມຕ້ອງການ ແລະ ຄວາມປອດໄພຂອງ
ເຈົ້າໜ້າທີ່.”

ທ່ານ ໂຮມັນ ເຊິ່ງແມ່ນຜູ້ວ່າການອຳນວຍການຂອງອົງການ ICE ໄດ້ເວົ້າວ່າ 88 ເປີ
ເຊັນຂອງຄົນ ທີ່ຖືກຈັບກຸມ ໃນການປະຕິບັດການນັ້ນ ແມ່ນພວກອາດຊະຍາກອນທີ່
ຖືກຕັດສິນວ່າໄດ້ກະທຳຜິດແລ້ວ.

ຖະແຫຼງການດັ່ງກ່າວໄດ້ສືບຕໍ່ອະທິບາຍວ່າ ຄົນ 88 ເປີເຊັນ ທີ່ທ່ານ ໂຮມັນ ໄດ້ກ່າວ
ເຖິງນັ້ນ ແມ່ນອາດຊະຍາກອນທີ່ຖືກຕັດສິນວ່າ ໄດ້ກະທຳຜິດ ຫຼືບໍ່ກໍແມ່ນພວກທີ່ບໍ່ໄດ້
ປະຕິບັດຕາມຄຳສັ່ງເນລະເທດ, ຫຼື ກ່ອນໜ້ານີ້ ຖືກສົ່ງອອກຈາກ ສະຫະລັດ ແລະ ໄດ້
ກັບຄືນມາຢ່າງຜິດ ກົດໝາຍ. ຖະແຫຼງການໄດ້ກ່າວວ່າ ຫຼາຍກວ່າ 55 ເປີເຊັນ ຫຼື ຄົນ
107 ຄົນ, ໄດ້ຖືກຕັດສິນວ່າມີຄວາມຜິດຮ້າຍແຮງ ສຳລັບການກະທຳ ທີ່ຮ້າຍແຮງ ຫຼື
ຮຸນແຮງ, ຫຼື ຖືກຕັດສິນສຳລັບໂທດທາງອາຍາທີ່ສຳ ຄັນ ຫຼື ຫຼາຍຄັ້ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG