ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກັບ ອັຟການິສຖານ ຮຽກຮ້ອງ ໃຫ້ພວກ ຕາລິບານ ຢຸດເຊົາຄວາມຮຸນແຮງ


ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani, ກາງ , ຢືນກັບບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ແລະ ທ້ອງຖິ່ນໃນລະຫວ່າງ ພິທີ ຫຼັງຈາກຮັບເອົາເຮືອບິນ ເຮລິຄັອບເຕີ Black Hawk ສອງລຳຈາກລັດຖະບານ ສະຫະລັດ ທີ່ສະໜາມບິນ Kandahar, ອັຟການິສຖານ. 7 ຕຸລາ, 2017.
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani, ກາງ , ຢືນກັບບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ແລະ ທ້ອງຖິ່ນໃນລະຫວ່າງ ພິທີ ຫຼັງຈາກຮັບເອົາເຮືອບິນ ເຮລິຄັອບເຕີ Black Hawk ສອງລຳຈາກລັດຖະບານ ສະຫະລັດ ທີ່ສະໜາມບິນ Kandahar, ອັຟການິສຖານ. 7 ຕຸລາ, 2017.

ສະຫະລັດ ໄດ້ມອບເຮືອບິນເຮລິຄັອບເຕີ Black Hawk UH-60 ໃຫ້ກອງທັບອາກາດ
ຂອງ ອັຟການິສຖານ ຢ່າງເປັນທາງການ ໃນຖານະເປັນສ່ວນນຶ່ງຂອງແຜນການເພື່ອ
ຂະຫຍາຍຄວາມສາມາດ ແລະ ຄວາມໝັ້ນຄົງຂອງເຂົາເຈົ້າ ໃນການປາບປາມການ
ປະຕິບັດການຕ່າງໆຂອງພວກ ຕາລີບານ.

ພິທີມອບດັ່ງກ່າວໄດ້ຖືກຈັດຂຶ້ນ ທີ່ສະໜາມບິນ ໃນເມືອງ Kandahar ທີ່ຕັ້ງຢູ່ພາກໃຕ້
ຂອງປະເທດ ໃນຂະນະທີ່ຍື່ນມືເຂົ້າຊ່ວຍເຫຼືອ ຂອງກອງທັບສາກົນນຳໜ້າໂດຍ ສະຫະ
ລັດ ໃນ ອັຟການິສຖານ ໄດ້ກ້າວເຂົ້າສູ່ປີທີ 17 ໃນວັນເສົາວານນີ້, ພ້ອມກັບບໍ່ມີທ່າທີ
ວ່າ ຈະສິ້ນສຸດການເຮັດສົງຄາມກັບພວກກະບົດອິສລາມ.

ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໃນລະຫວ່າງການຮັບເອົາເຮືອ
ບິນລຳໃໝ່ນັ້ນ ໄດ້ເອີ້ນມັນວ່າເປັນ “ວັນແຫ່ງປະຫວັດສາດ” ແລະ ໄດ້ໃຊ້ໂອກາດດັ່ງ
ກ່າວເພື່ອຮຽກຮ້ອງໃຫ້ພວກ ຕາລີບານ ຍຸຕິຄວາມຮຸນແຮງ.

ທ່ານ Ghani ໄດ້ກ່າວວ່າ ຖ້າພວກ ຕາລີບານ ຄິດວ່າພວກເຂົາສາມາດທີ່ຈະເອົາຊະ
ນະກອງກຳລັງຮັກສາຄວາມປອດໄພຂອງ ອັຟການິສຖານ ໄດ້ນັ້ນ, ພວກເຂົາຕ້ອງລົ້ມ
ເລີກຄວາມຄິດດັ່ງກ່າວ ລຸນຫຼັງກອງກຳລັງທະຫານບົກແຫ່ງຊາດ ແລະ ຕຳຫຼວດຂອງ
ເຂົາເຈົ້າໄດ້ມີຄວາມແຂງແກ່ນເພີ່ມຂຶ້ນ.

ຜູ້ນຳ ອັຟການິສຖານ ໄດ້ກ່າວຢືນຢັນວ່າ “ສິ້ນສຸດສົງຄາມ, ຢຸດການນອງເລືອດ. ວິທີ
ທີ່ດີທີ່ສຸດສຳລັບພວກເຈົ້າກໍແມ່ນ ການເຈລະຈາເພື່ອແກ້ໄຂບັນຫາທາງການເມືອງ.”

ທ່ານ Nicholson ໄດ້ກ່າວຢໍ້າຄຳເວົ້າຂອງທ່ານ Ghani ວ່າ ພວກ ຕາລີບານ ຈະບໍ່ມີ
ວັນໄດ້ຊະນະຢູ່ສະໜາມຮົບ.

ຜູ້ບັນຊາການຂອງອົງການ NATO ໄດ້ກ່າວວ່າ “ດ້ວຍການຂະຫຍາຍ ຕົວຂອງບັນດາ
ກອງກຳລັງປະຕິບັດການພິເສດ ອັຟການິສຖານ ເປັນສອງເທົ່າ ແລະ ກອງທັບອາກາດ
ເປັນສາມເທົ່າ, ແລະ ການຂະຫາຍກຳລັງໃນການໂຈມຕີຂອງກອງທັບບົກແຫ່ງຊາດ
ຂອງ ອັຟການິສຖານ ນັ້ນ, ທັງໝົດມີຄວາມໝາຍດຽວວ່າ: ນີ້ແມ່ນການເລີ່ມຕົ້ນຂອງ
ຈຸດຈົບສຳລັບພວກຕາລີບານ.”

ວໍຊິງຕັນ ມີແຜນທີ່ຈະສົ່ງເຮືອບິນ Black Hawks ລວມທັງໝົດ 150 ລຳ ໃຫ້ລັດຖະ
ບານ ອັຟການິສຖານ ພາຍໃນປີ 2024, ລວມທັງ 58 ລຳຖືກຕິດຕັ້ງອາວຸດຕໍ່ສູ້ໃນສະ
ໜາມຮົບ ເພື່ອໃຫ້ຊ່ວຍລາດຕະເວນທາງອາກາດສຳລັບກອງກຳລັງພື້ນດິນ. ເຮືອບິນ
Black Hawk ໃນທີ່ສຸດຈະໄປທົດແທນເຮືອບິນເຮລິຄັອບເຕີ MI-17 ທີ່ລ້າສະໄໝ
ຂອງ ຣັດເຊຍ ເຊິ່ງກອງທັບອາກາດຂອງ ອັຟການິສຖານ ຍັງນຳໃຊ້ຢູ່ທຸກມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG