ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສະຫະປະຊາຊາດ ໂຈະການເຈລະຈາ ສັນຕິພາບ ໃນ ເຢເມນ


ພວກສະໜັບສະໜູນ ກຸ່ມກະບົດ Houthi ນິກາຍ Shi'ite ແລະ ອະດີດປະທານາທິບໍດີ ເຢເມນ ທ່ານ Ali Abdullah Saleh, ເຂົ້າຮ່ວມໃນການຊຸມນຸມເພື່ອສະເຫຼີມສະຫຼອງ ຂໍ້ຕົກລົງທີ່ໄດ້ຖືກບັນລຸໂດຍທ່ານ Saleh ແລະ ພວກ Houthis ເພື່ອກໍ່ຕັ້ງສະພາການເມືອງ ເພື່ອປົກຄອງປະເທດໂດຍຝ່າຍດຽວ ໃນນະຄອນຫຼວງ Sana'a, 1 ສິງຫາ, 2016.
ພວກສະໜັບສະໜູນ ກຸ່ມກະບົດ Houthi ນິກາຍ Shi'ite ແລະ ອະດີດປະທານາທິບໍດີ ເຢເມນ ທ່ານ Ali Abdullah Saleh, ເຂົ້າຮ່ວມໃນການຊຸມນຸມເພື່ອສະເຫຼີມສະຫຼອງ ຂໍ້ຕົກລົງທີ່ໄດ້ຖືກບັນລຸໂດຍທ່ານ Saleh ແລະ ພວກ Houthis ເພື່ອກໍ່ຕັ້ງສະພາການເມືອງ ເພື່ອປົກຄອງປະເທດໂດຍຝ່າຍດຽວ ໃນນະຄອນຫຼວງ Sana'a, 1 ສິງຫາ, 2016.

ອົງການ ສະຫະປະຊາຊາດ ຫຼື UN ໄດ້ໂຈະການເຈລະຈາສັນຕິພາບ ໃນວັນເສົາວານນີ້ ລະຫວ່າງ ລັດຖະບານ Sunni ຂອງ ເຢເມນ ກັບ ພວກກະບົດ Houthi ນິກາຍ Shi’ite, ຫຼັງຈາກພວກກະບົດໄດ້ເດີນໜ້າດ້ວຍແຜນການຝ່າຍດຽວ ເພື່ອແຕ່ງຕັ້ງສະພາລັດຖະ ບານ ໃນຂົງເຂດທີ່ຖືກຍຶດໄປ ນັບຕັ້ງແຕ່ການຕໍ່ສູ້ໄດ້ເລີ່ມຂຶ້ນໃນປີ 2014.

ທູດພິເສດສັນຕິພາບຂອງ UN ທ່ານ Ismail Ould Sheikh Ahmed ໄດ້ປະກາດຢຸດ ຊົ່ວຄາວໃນວັນເສົາວານນີ້ໃນປະເທດ ຄູເຫວດ, ໂດຍກ່າວວ່າ ທ່ານຈະເຮັດວຽກຕ່າງ ຫາກໃນຫຼາຍໆສັບປະດາຂ້າງໜ້າ ກັບບັນດານັກເຈລະຈາຈາກທັງສອງຝ່າຍ ເພື່ອໃຫ້ບັນ ລຸຂໍ້ຕົກລົງ ກ່ຽວກັບ ອົງປະກອບທີ່ສຳຄັນໃນແຜນການ UN ເພື່ອສ້າງສັນຕິພາບໃນແຫຼມ ອາຣັບ.

ທ່ານ Ould Cheikh Ahmed ໄດ້ກ່າວວ່າ “ຄວາມລຳບາກທີ່ໃຫຍ່ທີ່ສຸດທີ່ພວກເຮົາໄດ້ ປະເຊີນໜ້າ ແມ່ນການຂາດຄວາມເຊື່ອຖືກັນ ລະຫວ່າງ ທັງສອງຝ່າຍ, ແລະ ໃນບັນຫາ ນີ້ ພວກເຮົາໄດ້ເພັ່ງເລັງໃສ່ຄວາມຈຳເປັນຂອງການສະເໜີໃຫ້ມີການຍິນຍອມກັນ.”

ນອກນັ້ນທ່ານທູດພິເສດຍັງໄດ້ຮຽກຮ້ອງໃຫ້ທັງສອງຝ່າຍລິເລີ່ມມາດຕະການສ້າງຄວາມ ໝັ້ນໃຈຫຼາຍຄັ້ງ ແລະ ເພື່ອ “ຫຼີກລ່ຽງຈາກການຮອງຮັບມາດຕະການຝ່າຍດຽວຕ່າງໆ. ທ່ານ Ould Cheikh Ahmed ໄດ້ກ່າວເພີ່ມເຕີມວ່າ “ພວກເຮົາບໍ່ສາມາດຕົກລົງປະ ກາດສັນຕິພາບໄດ້ ກ່ອນເດີນທາງອອກຈາກ ຄູເຫວດ, ແຕ່ຂ້າພະເຈົ້າຂໍກ່າວຊ້ຳອີກວ່າ ພວກເຮົາຢູ່ເສັ້ນທາງທີ່ຖືກຕ້ອງແລ້ວ.” ນອກນັ້ນ ທ່ານຍັງໄດ້ປະຕິເສດທີ່ຈະເອີ້ນການ ເຈລະຈານີ້ວ່າເປັນຄວາມລົ້ມແຫຼວ, ແມ່ນກະທັ້ງທີ່ບໍ່ໄດ້ມີການສ້າງຄວາມຄືບໜ້າທີ່ເປັນ ຮູບຮ່າງສູ່ສັນຕິພາບກໍຕາມ, ແລະ ໄດ້ກ່າວຕໍ່ໄປອີກວ່າ ການກໍ່ຕັ້ງສະພາລັດຖະບານຂອງ ພວກ Houthi ບໍ່ໄດ້ຢູ່ໃນຄວາມສົນໃຈຂອງ ເຢເມນ ຫຼື ຂະບວນການສັນຕິພາບ.

ສຳລັບການເຈລະຈາຄັ້ງຕໍ່ໄປນັ້ນ ແມ່ນບໍ່ໄດ້ມີການປະກາດວ່າຈະຈັດຂຶ້ນໃນມື້ໃດ ຫຼື ສະ ຖານທີ່ແຫ່ງໃດ, ແຕ່ທ່ານ Ould Cheikh Ahmed ໄດ້ກ່າວວ່າ ພວກເຂົາອາດຈະດຳເນີນ ຕໍ່ໄປພາຍໃນໜຶ່ງເດືອນ.

ອົງການ UN ໄດ້ສະໜັບສະໜູນການເຈລະຈາສັນຕິພາບ 2 ຮອບໃນປີທີ່ຜ່ານມາ, ແຕ່ ຄວາມພະຍາຍາມດັ່ງກ່າວນັ້ນໄດ້ລົ້ມລະລາຍລົງໃນເດືອນມັງກອນ ຕົ້ນປີນີ້, ພາຍໃຕ້ການ ເພີ່ມຂຶ້ນຂອງການຕໍ່ສູ້ທີ່ແຜ່ລະບາດຢ່າງດຸເດືອດ ເຊິ່ງແກ່ຍາວເຖິງຫຼາຍສັບປະດາ. ການຕໍ່ ສູ້ນັບຕັ້ງແຕ່ນັ້ນມາໄດ້ຜ່ອນຊ້າລົງ, ແຕ່ໄດ້ສືບຕໍ່ຄືນ ເມື່ອການເຈລະຈາ ຄູເຫວດ ໄດ້ດຳ ເນີນອີກໃນເດືອນເມສາທີ່ຜ່ານມາ.

XS
SM
MD
LG