ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ສປຊ ຫວັງວ່າ ການຫ້າມ ອົບພະຍົບ ເຂົ້າປະເທດ ຈະເປັນພຽງ ຊົ່ວຄາວ


ທ່ານ Filippo Grandi ຂ້າຫລວງໃຫຍ່ອົບ​ພະຍົບ ສປຊ ຫລື UNHCR ກາວຕໍ່ບັນດານັກຂ່າວ ທີ່ນະຄອນຫຼວງໄຄໂຣ ປະເທດອີຈິບ.
ທ່ານ Filippo Grandi ຂ້າຫລວງໃຫຍ່ອົບ​ພະຍົບ ສປຊ ຫລື UNHCR ກາວຕໍ່ບັນດານັກຂ່າວ ທີ່ນະຄອນຫຼວງໄຄໂຣ ປະເທດອີຈິບ.

ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ ທ່ານ Antonio Guterres ກ່າວ​ວ່າ ທ່ານ​ຫວັງ​ວ່າ ​ສະຫະລັດ​ໃນ​ບໍ່​ຊ້າ​ນີ້ ຈະ​ຖື​ເອົາການປົກ​ປ້ອງ​ຄຸ້ມ​ຄອງ​ ອົບ​ພະ ຍົບ​ເປັນ​ເລື່ອງ​ທີ່ສຳຄັນ​ສຸດຄືນ​ອີກ ຫລັງ​ຈາກ​ປະທານາທິບໍດີ Donald Trump ​ໄດ້​ອອກດຳລັດ ຫ້າມ​ບໍ່​ໃຫ້​ອົບ​ພະຍົບ​ເຂົ້າປະ​ເທດ ​ເປັນ​ເວລາ 120 ມື້.

ທ່າ​ນ Guterres ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ກອງ​ປະຊຸມ​ສະຫະພາບ​ອາ​ຟຣິກາ ​ໃນ​ວັນ​ຈັນ​ວານ​ນີ້ ທີ່ ນະຄອນ Addis Ababa ວ່າ “ສະຫະລັດມີ​ປະ​ເພນີ​ອັນ​ຍາວ​ນານ ໃນ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ອົບ​ພະຍົບ ​ແລະ​ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງ​ວ່າ ມາດ​ຕະການ​ທີ່​ໄດ້​ອອກໄປ​ນັ້ນ ຈະ​ເປັນ​ປະຕິບັດພຽງ​ຊົ່ວຄາວ.”

ທ່ານ Guterres ອະດີດ​ຫົວໜ້າ​ອົບ​ພະຍົບສະຫະ​ປະຊາ​ຊາດ ກ່າວ​ວ່າ ມັນ​ເປັນ ​ເລື່ອງ “ຈຳ​ເປັນ​ທີ່​ສຸດ​ທີ່​ຈະ​ໃຫ້ການ​ຄໍ້າປະກັນ” ຕໍ່​ການ​ປົກປ້ອງ​ຄຸ້ມ​ຄອງ​ພວກ​ອົບ​ພະຍົບ.

​ຂ້າ​ຫລວງໃຫຍ່​ດ້ານອົບ​ພະຍົບສະຫະ​ປະຊາ​ຊາດ ຄົນ​ປັດຈຸບັນ ທ່ານ Pilippo Grandi ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຜູ້ຄົນ​ພາກັນ “ກະວົນກະວາຍ ສັບສົນ​ແລະ​ເສຍ​ອົກ​ເສຍໃຈ” ຫລັງ​ຈາກຖືກ​ແຈ້ງ​ໃຫ້​ຊາບວ່ າ​ເຂົາ​ເຈົ້າ​ບໍ່​ສາມາດ​ເຂົ້າ​ມາ​ໃນ ສະ​ຫະລັດ ລຸນຫລັງ​ທີ່​ໄດ້ຜ່ານ​ຂັ້ນຕອນ​ຂອງ​ການ​ຍື່ນ​ຄຳ​ຮ້ອງ​ອັນ​ຍາວ​ນານ.

ທ່ານ Grandi ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ​ຈາກ​ຫ້ອງການ​ຂອງ​ທ່ານ​ທີ່​ນະຄອນ Geneva ວ່າ​ທ່ານ “ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ກ່ຽວ​ກັບ​ວ່າ​ ​ແມ່ນ​ຫຍັງ​ຈະເກີດ ​ຂຶ້​ນ​ແກ່​ຫລາຍ​ພັນ​ຄົນ ທີ່ໄດ້​ຮັບຜົນ​ກະ​ທົບ ຈາກ​ການ​ຫ້າມ​ບໍ່​ໃຫ້​ເຂົ້າມາ​ຕັ້ງຖິ່ນ​ຖານໃນ​ສະຫະລັດ ​ໂດຍປະທານາທິບໍດີ Donald Trump.

ຖະ​ແຫລ​ງການ​ກ່າວ​ວ່າ “ອົບ​ພະຍົບກໍ​ມີ​ຄວາມ​ເປັນ​ຫ່ວງ​ເຊັ່ນ​ດຽວກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ແລະຄວາມ​ປອດ​ໄພ​ທີ່​ຊາວ​ອາ​ເມຣິກັນ​ມີ​ຢູ່​ນັ້ນ. ​ເຂົາ​ເຈົ້າ​ເອງ​ກໍ​ໜີ​ຈາກ​ໄພ​ສົງ​ຄາມ ການ​ປະ​ຫັດ​ປະຫານ ການ​ກົດ​ຂີ່ ​ແລະການກໍ່​ການ​ຮ້າຍ.”

ອົງການ​ອົບ​ພະຍົບສະຫະ​ປະຊາ​ຊາດ​ ຫຼື UNHCR ຄາດ​ຄະ​ເນ​ວ່າ ຈະ​ມີອົບ​ພະຍົບ 20,000 ຄົນ ຕົກ​ຢູ່​ໃນ “ສະພາບທີ່ບໍ່ແນ່ນອນ” ທີ່ຄວນຈະສາມາດເຂົ້າ ມາ​ໃນສະຫະລັດ ​ໃນລະຍະເວລາ 120 ມື້ ທີ່ອົບພະຍົບໄດ້ຖືກຫ້າມ.

ຂ້າ​ຫລວງ​ໃຫຍ່​ສະຫະ​ປະຊາ​ຊາດກ່າວວ່າ ທ່ານຫວັງວ່າ ເຂົາເຈົ້າຈະສາມາດ ເຂົ້າມາ​ໃນສະຫະລັດ ແລະສ້າງຊີວິດຂອງ​ເຂົາ​ເຈົ້າດ້ວຍ​ຄວາມປອດໄພ ແລະ ມີກຽດໃນບໍ່ຊ້ານີ້.

ນອກນັ້ນ ໃນວັນຈັນວານ​ນີ້ ອົງການກອງທຶນເດັກສະຫະປະຊາຊາດ ກ່າວວ່າເດັກນ້ອຍ 28 ລ້ານຄົນ ຢູ່​ໃນທົ່ວໂລກທີ່ຊີວິດໄດ້ຖືກທຳລາຍຍ້ອນຄວາມຮຸນແຮງ ແລະການກໍ່ການ ຮ້າຍ ​ແມ່ນຕ້ອງການໆຊ່ວຍເຫລືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG