ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວວ່າ ເກົາຫຼີເໜືອ ມອບປືນສັ້ນ ໃຫ້ຕຳຫຼວດຄອງໂກ


ກຳລັງຮັກສາສັນຕິພາບ ສປຊ ແລະທະຫານຄອງໂກ ທີ່ເມືອງ
Mavivi ໃນແຂວງ Kivu ເໜືອ. (ວັນທີ 22 ຕຸລາ 2014)​
ກຳລັງຮັກສາສັນຕິພາບ ສປຊ ແລະທະຫານຄອງໂກ ທີ່ເມືອງ Mavivi ໃນແຂວງ Kivu ເໜືອ. (ວັນທີ 22 ຕຸລາ 2014)​

ຄູ​ຝຶກ​ທະຫານ​ເກົາຫຼີ​ເໜືອ​ຈຳນວນ 30 ຄົນ ອາດ​ລະ​ເມີດ​ການ​ລົງ​ໂທດ​ຂອງ​ອົງການ​ສະ ຫະ​ປະຊາ​ຊາດ ​ເວລາ​ເຂົາ​ເຈົ້າມອບ​ປືນສັ້ນໃຫ້​ແກ່ພວກທະຫານ​ແລະ​ຕຳຫຼວດ​ຄອງ​ໂກ ​ໃນລະຫວ່າງ​ການ​ຝຶ​ກ​ແອບ​ນັ້ນ ອີງ​ຕາມ​ຄຳ​ເວົ້າ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ຢູ່​ໃນ ລາຍ​ງານ​ສະບັບ​ໃໝ່.

ຄະນະພວກ​ນັກ​ຊ່ຽວຊານ ກ່າວ​ວ່າ ປືນສັ້ນ​ເຫລົ່ານີ້​ ໄດ້​ມີ​ການ​ມອບ​ໃຫ້ ​ພວກ​ທະຫານ​ແລະຕຳຫຼວດຄອງ​ໂກ ​ແລະ​ຈຳນວນ​ນຶ່ງໃນ​ທີ່​ສຸດ​ກໍໄດ້​ຕົກ​ຢູ່​ໃນ​ກຳມື​ຂອງກຳລັງ​ຮັກສາ​ສັນຕິພາບຄອງໂກ​ທີ່​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດ​ງານ​ສະຫະ​ປະຊາ​ຊາດ.

ອີງ​ຕາມ​ພວກ​ທະຫານ​ແລະ​ຕຳຫຼວດຄອງ​ໂກ​ແລ້ວ ປືນສັ້ນ​ເຫລົ່ານີ້​ໄດ້​ມີ​ການ​ມອບໃຫ້ ໃນລະຫວ່າງ​ໂຄງ​ການ​ຝຶກ​ແອບ ໃຫ້​ແກ່​ໜ່ວຍ​ອາລັກຂາ ​ປະທານາທິບໍດີ​ຄອງ​ໂກ​ໃນ​ປີ 2014. ການ​ກະທຳ​ດັ່ງກ່າວເບິ່ງ​ຄື​ວ່າ ​ເປັນ​ການລະ​ເມີດ​ຕໍ່​ການ​ລົງ​ໂທດຂອງ​ສະຫະປະ ຊາຊາດ ທີ່​ໄດ້​ຫ້າມ​ບໍ່​ໃຫ້​ເກົາຫລີ​ເໜືອ​ຂາຍ​ອາວຸດ​ ຫລື​ໃຫ້ການ​ຝຶກ​ແອບ​ ທາງ​ດ້ານ​ທະ ຫານ​ໃດໆ​ກໍ​ຕາມ.

ປືນ​ເຫລົ່ານີ້ຈຳນວນ​ນຶ່ງ​ປາກົດ​ວ່າ ສາມາດ​ຫາ​ຊື້​ໄດ້ຢູ່​ຕາມ​ຖະໜົນ​ຫົນທາງ​ໃນ​ນະຄອນ Kinshasa. ກຸ່ມ​ດັ່ງກ່າວນີ້ ເວົ້າວ່າປືນ​ແນວ​ດຽວ​ກັນນີ້ ​ແມ່ນມີ​ໄວ້​ສຳລັບ​ຂາຍ ​ຢູ່​ໃນ​ຕະ ຫລາດ​ມືດໃນ​ນະຄອນຫຼວງຂອງ​ປະ​ເທດ​ດັ່ງກ່າວ.

ນອກ​ນັ້ນ​ ລາຍ​ງານ​ຍັງ​ກ່າວຢູ່​ໃນ​ລາຍ​ງານ​ວ່າ ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ຣວັນ​ດາ​ຍັງ​ ສືບຕໍ່​ໃຫ້ການ​ຝຶກ​ແອບ​ ພວກ​ອົບ​ພະຍົບບູຣຸນດີ ກ່ຽວ​ກັບ​ກົນລະຍຸດ ​ທາງທະຫານ ຊຶ່ງ ເປົ້າໝາຍ​ຂັ້ນສຸດ​ທ້າຍ​ກໍ​ແມ່ນ​ເພື່ອ​ໂຄ່ນ​ລົ້ມປະທານາທິບໍດີ Pierre Nkurunziza ນັ້ນ ເອງ.

ອີງ​ຕາມ​ລາຍ​ງານ​ແລ້ວຄະນະ​ພວກ​ນັກ​ຊ່ຽວຊານ​ສະຫະ​ປະຊາ​ຊາດໄດ້​ພົບ​ປະກັບ​ເຈົ້າ ໜ້າທີ່ຣວັນ​ດາ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ໃຫ້ການ​ຝຶ​ກ​ແອບພວກ​ນັກ​ລົບ​ບູຣຸນດີ ຫຼື​ບໍ່​ກໍ​ເດີນ ທາງ​ໄປ​ຍັງ​ຄອງ​ໂກ ​ເພື່ອ​ສູ້​ລົບ​ຮ່ວມ​ກັບ​ພວກ​ຕໍ່ຕ້ານ​ຊາວ​ບູຣຸນດີຢູ່ທີ່​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG