ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົບພະຍົບ ຫຼາຍກວ່າ 200,000 ຄົນເດີນທາງຂ້າມທະເລ ເມດີເທີເຣນຽນ ໃນເດືອນ ຕຸລາ


ອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານ ພະຍາຍາມເດີນທາງເຂົ້າຊາຍຝັ່ງເກາະ Lesbos ຂອງ ກຣິສ, ຖ້າມກາງຄື້ນທະເລສູງ ຫຼັງຈາກເດີນທາງຂ້າມທະເລ Aegean ຈາກ ເທີກີ, 30 ຕຸລາ, 2015.
ອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານ ພະຍາຍາມເດີນທາງເຂົ້າຊາຍຝັ່ງເກາະ Lesbos ຂອງ ກຣິສ, ຖ້າມກາງຄື້ນທະເລສູງ ຫຼັງຈາກເດີນທາງຂ້າມທະເລ Aegean ຈາກ ເທີກີ, 30 ຕຸລາ, 2015.

ອົງການສະຫະປະຊາຊາດກ່າວວ່າ ມີອົບພະຍົບຫຼາຍກວ່າ 218,000 ຄົນຂ້າມຜ່ານທະເລ ເມດີເທີເຣນຽນ ໃນລະຫວ່າງ ເດືອນຕຸລາ, ຫຼາຍກວ່າຈຳນວນອົບພະຍົບທັງໝົດທີ່ຂ້າມຜ່ານໃນ ປີກາຍນີ້.

ອົງການຂ້າຫຼວງໃຫຍ່ ສະຫະປະຊາຊາດ ຫຼື UNHCR ກ່າວວ່າ ຄົນຫຼາຍກວ່າ 210,265 ຄົນໄດ້ຂ້າມທະເລຈາກ ເທີກີ ຫາ ກຣິສ ໃນເດືອນແລ້ວນີ້ ແລະ ອີກ 8,129 ຄົນໄດ້ເດີນທາງຈາກ ອາຟຣິກາ ເໜືອ ຫາ ອິຕາລີ. ອົງການ UNHCR ໄດ້ຄາດວ່າໃນປີ 2014 ມີ ປະມານ 216,000 ຄົນໄດ້ຂ້າມທະເລ ເມດີເທີເຣນຽນ ພ້ອມກັບອີກ 3,000 ຄົນຂ້າມຜ່ານເຂດຊາຍແດນຂອງ ເທີກີ.

ອົບພະຍົບທີ່ໄດ້ເດີນທາງຮອດ ຢູໂຣບ ສ່ວນໃຫຍ່ເຄີຍໄປປະເທດ ກຣິສ, ເຊິ່ງອັດຕາສະເລ່ຍ ສູງສຸດເຖິງ 10,006 ໃນວັນທີ 20 ຕຸລາ ທີ່ຜ່ານມານີ້.

ໂຄສົກຂອງອົງການ UNHCR ທ່ານ Adrian Edwards ໄດ້ກ່າວວ່າ “ພວກເຮົາຢູ່ໃນໄລຍະ ຂອງຕົວເລກ ທີ່ເປັນສະຖິຕິທີ່ຜູ້ຄົນຖືກບັງຄັບ ໃຫ້ອອກຈາກທີ່ຢູ່ອາໄສໃນທົ່ວໂລກ.” “ມັນ ແມ່ນປະກົດການໃໝ່ທີ່ພວກເຮົາຈະຕ້ອງໄດ້ຮັບມື. ນີ້ແມ່ນປະກົດການທີ່ມັນຈະບໍ່ຈາກໄປ ຢ່າງໄວວາ.”

ໃນວັນຈັນວານນີ້, ປະທານ ກຸ່ມຢູໂຣບ ທ່ານ Jeroen Dijiselbloem ໄດ້ກ່າວວ່າຜົນກະທົບ ຈາກວິກິດການອົບພະຍົບ ອາດສົ່ງຜົນກະທົບ ຕໍ່ງົບປະມານຂອງບາງປະເທດ. ເຊັ່ນ ປະເທດ ກຣິສ ທີ່ເປັນໜີ້ສິນຢູ່.

ທ່ານ Jeroen ໄດ້ກ່າວວ່າ “ໃນບາງປະເທດ ມັນມີຄວາມສ່ຽງກ່ຽວກັບງົບປະມານຢຸດຊະງັກ, ບໍ່ເປັນໄປຕາມຄາດ, ແລະ ແຕ່ລະກໍລະນີພວກນັ້ນ ຄະນະກຳມະທິການ ຢູໂຣບ ຄວນຳມາ ພິຈາລະນາ.”

ທ່ານ Dijsselbloem ໄດ້ກ່າວຕໍ່ກຸ່ມຂອງບັນດານັກຂ່າວທີ່ເມືອງ The Hague ວ່າ “ພວກເຮົາ ຄວນເຮັດຫຼາຍເທົ່າທີ່ຈະເຮັດໄດ້ເພື່ອຊ່ວຍເຫຼືອ ກຣິສ ຮັບມືກັບມັນ.”

XS
SM
MD
LG