ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon ໃນວັນພະຫັດວານ ນີ້ ໄດ້ອອກຖະແຫລງການ ຮຽກຮ້ອງໃຫ້ເປີດການສົນທະນາ ແລະເຈລະຈາລະ ຫວ່າງ ພັກກູ້ຊາດກຳປູເຈຍ ຫຼື CNRP ທີ່ເປັນຝ່າຍຄ້ານແລະພັກປະຊາຊົນກໍາ ປູເຈຍ ຫລື CPP ທີ່ເປັນພັກລັດຖະບານ.
ຖະແຫລງການມີຂຶ້ນ ຫລັງຈາກທີ່ໄດ້ມີການຮຽກຮ້ອງຄ້າຍຄືກັນນີ້ ຈາກສະຫະລັດ ແລະສະຫະພາບຢູໂຣບ.
ກຳລັງຮັກສາຄວາມປອດໄພພະຍາມທີ່ຈະຈັບປະທານຊົ່ວຄາວຂອງພັກ CNRP ທ່ານ Kem Sokha ໃນໄລຍະສອງສາມມື້ຜ່ານມານີ້ ທ່າມກາງຄວາມພະຍາ ຍາມໂດຍສານປະຈຳເຂດ ເພື່ອນຳເອົາທ່ານມາສອບຖາມກ່ຽວກັບການກ່າວຫາໃນການໂຄສະນາຊັກຊວນ ແລະບໍ່ຫົວຊາກັບການຮຽກໂຕມາຂຶ້ນສານເທຶ່ອກ່ອນ.
ຖະແຫລງການຂອງທ່ານ Ban ມີຂຶ້ນຫລັງຈາກໄດ້ເກີດຄວາມເຄັ່ງຕືງດ້ານການເມືອງລະຫວ່າງ ພັກລັດຖະບານຂອງນາຍົກລັດຖະມົນຕີ Hun Sen ແລະພັກ ຝ່າຍຄ້ານ. ຫວ່າງບໍ່ເທົ່າໃດເດືອນທີ່ຜ່ານມານີ້ ສະມາຊິກຢ່າງໜ້ອຍ 20 ຄົນຂອງບັນດາອົງການຈັດ
ຕັ້ງ ສັງຄົມພົນລະເຮືອນ ບັນດາກຸ່ມປົກປ້ອງສິດທິມະນຸດ ແລະສະມາຊິກ ແລະພວກສະໜັບສະໜູນພັກ CNRP ໄດ້ຖືກຈັບໃສ່ຄຸກໃນຂໍ້ຫານັບແຕ່ຍຸແຍ່ໃຫ້ເກີດຄວາມບໍ່ສະຫງົບ ແລະຊື້ຈ້າງຈອບອອຍ.
ທ່ານ Ban ໄດ້ກ່າວລະຫວ່າງໂທລະສັບໂອ້ລົມກັບລັດຖະມົນຕີຕ່າງປະເທດ Prak Sokhon ຊຶ່ງເນື້ອໄນໃຈຄວາມຂອງການໂອ້ລົມດັ່ງກ່າວໄດ້ຖືກພິມເຜີຍແຜ່ໃນເວລາຕໍ່ມາ
ຢູ່ໜ້າເວັບໄຊຂອງສະຫະປະຊາຊາດໃນວັນພຸດທີ່ຜ່ານມາ. ເວັບໄຊກ່າວວ່າ ທ່ານ Ban “ໄດ້ສະແດງຄວາມເປັນຫ່ວງ” ກ່ຽວກັບຄວາມສຳ ພັນທີ່ໄດ້ແຕກຫັກລົງລະຫວ່າງພັກ ແລະການຈັບກຸມຄຸມຂັງພວກຄັດຄ້ານ.