ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອີຣັກ 200,000 ຄົນ ອາດຫຼົບໜີ ອອກຈາກເມືອງ ໂມຊູລ ໄວໆນີ້ີ້


ປະຊາຊົນ ອີຣັກ ທີ່ໜີອອກຈາກບ້ານເຮືອນຂອງພວກເຂົາເຈົ້າ ໃນລະຫວ່າງ ການຕໍ່ສູ້ກັນຂອງກອງກຳລັງ ອີຣັກ ແລະ ພວກຫົວຮຸນແຮງລັດອິສລາມ, ໃນໝູ່ບ້ານ al-Zanjili ທາງພາກເໜືອຂອງເມືອງເກົ່າ ໂມຊູລ, ອີຣັກ. 30 ພຶດສະພາ, 2017.
ປະຊາຊົນ ອີຣັກ ທີ່ໜີອອກຈາກບ້ານເຮືອນຂອງພວກເຂົາເຈົ້າ ໃນລະຫວ່າງ ການຕໍ່ສູ້ກັນຂອງກອງກຳລັງ ອີຣັກ ແລະ ພວກຫົວຮຸນແຮງລັດອິສລາມ, ໃນໝູ່ບ້ານ al-Zanjili ທາງພາກເໜືອຂອງເມືອງເກົ່າ ໂມຊູລ, ອີຣັກ. 30 ພຶດສະພາ, 2017.

ອົງການສະຫະປະຊາຊາດໄດ້ກ່າວໃນວັນອັງຄານວານນີ້ວ່າ ພົນລະເຮືອນ ອີຣັກ
200,000 ຄົນອາດຫຼົບໜີຈາກພາກສ່ວນທີ່ຖືກຄວບຄຸມໂດຍພວກລັດອິສລາມ ໃນເມືອງ
ໂມຊູລ ບໍ່ເທົ່າໃດມື້ຂ້າງໜ້ານີ້.

ລັດຖະບານ ອີຣັກ ໃນວັນພະຫັດທີ່ຜ່ານມາ ໄດ້ຮຽກຮ້ອງໃຫ້ພົນລະເຮືອນທັງຫຼາຍໃນ​ເຂດເມືອງເກົ່າໂມຊູລໜີອອກຈາກບ້ານ​ເຮືອນຂອງພວກເຂົາເຈົ້າ ແລະ ເຂົ້າໄປຢູ່ບ່ອນ ທີ່ປອດໄພໃນເຂດລັດຖະບານທີ່ ຕັ້ງຢູ່ຟາກກົງກັນຂ້າມ.

ທ່ານນາງ Lise Grande ເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດໃນ ອີຣັກ
ກ່າວວ່າ “ເມື່ອພວກເຂົາເຈົ້າອອກຄຳຊີ້ນຳໃໝ່​ເຊິ່ງໄດ້ສະແດງໃຫ້ເຫັນ​ເຖິງການປ່ຽນ
ແປງ ແລະ ການເຄື່ອນຍ້າຍຢ່າງຫຼວງຫຼາຍຈາກຄຳແນະນຳທີ່ພວກເຂົາເຈົ້າໄດ້ອອກ​ໄປກ່ອນໜ້ານັ້ນ.”

ທ່ານນາງໄດ້ກ່າວວ່າ ຍັງມີສາມຄຸ້ມ​ຢູ່​ທາງທິດເໜືອຂອງເມືອງເກົ່າ, ເຊັ່ນດຽວກັບເມືອງ
ເກົ່າເອງ, ທີ່ພວກພົນລະເຮືອນໄດ້ຕິດຄ້າງຢູ່.

ທ່ານນາງ Grande ໄດ້ກ່າວຕໍ່ບັນດານັກຂ່າວ ຜ່ານການເຊື່ອມຕໍ່ທາງວິດີໂອຈາກນະ
ຄອນຫຼວງ ແບກແດັດ ວ່າ “ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງ ກ່ຽວກັບ ຄວາມປອດ ໄພຂອງພົນລະເຮືອນທີ່ວ່ານີ້.” “ພວກເຮົາຮູ້ສຶກວ່າ ພວກພົນລະເຮືອນຕອນນີ້ຄົງຈະ ມີຄວາມສ່ຽງຫລາຍກວ່າຂັ້ນຕອນໃດໆຂອງການຕໍ່ສູ້ທັງໝົດ.”

ທ່ານນາງ​ໃຫ້​ຂໍ້​ສັງ​ເກດວ່າ ແຈ້ງການ​ກ່ຽວ​ກັບຍົກຍ້າຍບໍ່ແມ່ນຂໍ້ບັງຄັບ, ແລະ ກອງກຳລັງ ຮັກສາຄວາມປອດໄພ ອີຣັກ ຈະປົກປ້ອງພວກພົນລະເຮືອນຜູ້ທີ່ຍັງຢູ່ໃນ​ເຂດເມືອງເກົ່າ.

ເວລາພວກ​ທະຫານ​ເລີ່​ມການບຸກໂຈມຕີເພື່ອຍຶດຄືນເມືອງ ໂມຊູລ ໄດ້ເລີ່ມຂຶ້ນໃນພາກ ຕາເວັນອອກຂອງເມືອງດັ່ງກ່າວເມື່ອເດືອນຕຸລາທີ່ຜ່ານມານັ້ນ, ອົງການສະຫະ​ປະຊາ
​ຊາດຢ້ານວ່າ ອາດຈະມີພົນລະເຮືອນຫຼາຍເຖິງ 700,000 ຄົນພາກັນ​ໜີ​ອອກ​ຈາກ​ເມືອງ​
ໂມຊູ​ລ. ແຕ່ມັນບໍ່ໄດ້ເກີດຂຶ້ນ, ໃນເມື່ອພວກປະຊາຊົນໄດ້ຢູ່ໃນບ້ານ​ເຮືອນຂອງພວກເຂົາ
ເຈົ້າ ແລະ ພາກັນຫລົບ​ລີ້ຢູ່​ໃນ​ລະຫວ່າງ​ທີ່​ມີການຕໍ່ສູ້.

ແຕ່ເມື່ອກອງທັບໄດ້ເລີ່ມປົດປ່ອຍພາກຕາເວັນຕົກຂອງເມືອງ​ແລ້ວ, ປະຊາຊົນໄດ້ຫຼົບໜີ
ໃນລະດັບສູງກວ່າທີ່ຄາດໄວ້. ທ່ານນາງ Grande ກ່າວວ່າ ປະຊາຊົນ ອີຣັກ 774,000 ຄົນໄດ້ໜີອອກຈາກເມືອງທີ່ໃຫຍ່ເປັນອັນດັບສອງນັ້ນ, ເຊິ່ງໄດ້ຕົກຢູ່ພາຍໃຕ້ການຄວບ
ຄຸມຂອງ​ກຸ່ມລັດ​ອິສລາມນັບຕັ້ງແຕ່ປີ 2014 ເປັນຕົ້ນມາ. ອົງການສະຫະ​ປະຊາ​ຊາດ ໄດ້
ສະໜອງການຊ່ວຍເຫຼືອໃຫ້ພວກເຂົາເຈົ້າໝົດທຸກຄົນ, ພ້ອມກັບປະຊາຊົນໃນພາກຕາ
ເວັນອອກຂອງເມືອງ ໂມຊູລ ເຄິ່ງລ້ານຄົນທີ່ຍັງຢູ່ໃນບ້ານ​ເຮືອນຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG