ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ທູດ​ພິ​ເສດ​ ສປຊ ​ ກ່າວ​ວ່າ ປະຊາຊົນ​ ລີ​ເບຍ ຕ້ອງຖືເອົາ ປີ 2017 ເປັນປີ ການຕັດສິນໃຈ


ماہی گیر سمندر سے شکار کے بعد بڑی مچھلیاں مارکیٹ میں ترتیب سے رکھ دیتے ہیں۔

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ເລື່ອງ​ລີ​ເບຍ ກ່າວ​ວ່າ ປະຊາຊົນ
​ຊາວລີ​ເບຍຈະ​ຕ້ອງ​ເຮັດ​ໃຫ້ປີ 2017 “​ເປັນ​ປີແຫ່ງ​ການ​ຕັດສິນ​ໃ​ຈແລະສ້າງ​ຄວາມກ້າວ ໜ້າ​ທາງດ້ານ​ການ​ເມືອງ.”

ທ່ານ Martin Kobler ​ໄດ້​ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ ອົງການ​ສະຫະປະຊາ​ຊາດວ່າ
ການ​ຕັດສິນ​ໃນເຫລົ່ານັ້ນ ​ແມ່ນ​ຄວນຈະ​ຮວມ​ທັງ ການ​ສ້າງຕັ້ງກອງທັບ​ແລະ​ກຳລັງຕຳ ຫຼວດທີ່​ເຂັ້ມ​ແຂງ ​ໃຊ້​ເງິນ​ລາຍ​ໄດ້​ຈາກ​ນ້ຳມັນ​ແລະ​ແກັສ​ໃນວິທີ​ທາງ​ທີ່​ດີ​ທີ່​ສຸດ ​ແລະ​ໃຫ້
ແກ້​ໄຂຂໍ້​ຕົກລົງ​ທາງ​ການ​ເມືອງທີ່​ຈະ​ນຳ​ເອົາ​ລັດຖະບານ​ທີ່​ໜຸນ​ຫຼັງ​ໂດຍ​ປະເທດຕາ​ເວັນ
​ຕົກກັບ​ຄືນ​ໄປ​ນະຄອນ Tripoli.

ທ່ານ Kobler ​ໄດ້​ກ່າວ​ວ່າ ພວກ​ກຸ່ມ​ລັດ​ອິສລາມ ​ແມ່ນ​ບໍ່​ໄດ້​ຄວບ​ຄຸມ​ຂົງ​ເຂດ​ໃດໆ​ຂອງ
ລີ​ເບຍແລ້ວ ​ແຕ່​ວ່າ ຍັງ​ເປັນ​ໄພ​ຂົ່ມຂູ່ ​ແລະ​ປະ​ເທດ​ຍັງ​ມີ​ຄວາມ​ສ່ຽງໃນ​ເລື່ອງ​ການ​ກໍ່​ການ
​ຮ້າຍ ຢູ່.

“ຊາຍ​ແດນ​ຂອງ​ປະ​ເທດ ຍັງມີ​ຊ່ອງ​ຫວ່າງ​ຢູ່. ກຸ່ມການ​ກໍ່​ການ​ຮ້າຍ ກຸ່ມ​ຄ້າມະນຸດ​ແລະ​
ອາວຸດ ​ແລະ​ກຸ່ມ​ອາ​ຊະ​ຍາ​ກຳຕ່າງໆ ຍັງຈະ​ສືບ​ຕໍ່ ສວຍ​ໃຊ້ຊ່ອງ​ຫວ່າງ​ທາງ​ດ້ານຄວາມ​
ປອດ​ໄພ”
ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Kobler.

ລີ​ເບຍ ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ທາງ​ການ​ເມືອງ​ຢ່າງ​ຮ້າຍ​ແຮງ ນັບ​ຕັ້ງ​ແຕ່ ຈອມຜະ​ເດັດ​ການ Moammar Gadhafi ທີ່​ຄອງ​ອຳນາດເປັນ​ເວລາ​ດົນນານ ​ໄດ້​ຖືກ​ໂຄ່ນ​ລົ້ມ ​ແລະ​ຖືກ​ສັງ
ຫານ ​ໃນ​ປີ 2011.

ລັດຖະບານ​ທີ່​ໜຸນ​ຫຼັງ​ໂດຍ​ອົງການ​ສະຫະ​ປະຊາ​ຊາດຂອງ​ນາຍົກລັດຖະມົນຕີ Fayez
al Sarraj ​ໄດ້​ເຂົ້າ​ກຳ​ອຳນາດ​ທີ່​ນະຄອນ Tripoli ​ແລະ​ໄດ້​ພົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ຈະ
​ເຂົ້າຄວບ​ຄຸມ​ປະ​ເທດທັງ​ໝົດ ​ໃນ​ຂະນະ​ທີ່ລັດຖະບານ ຊຶ່ງເປັນຄູ່​ແຂ່ງ ທີ່ນຳພາ​ໂດຍ
ນາຍ​ພົນ ທ່ານ Khalifa Hafter ​ໄດ້​ຄວມຄຸ​ມເມືອງ Tobruk ທາງ​ພາກ​ຕາ​ເວັນ​ອອກ​
ຂອງ​ປະ​ເທດ ​ແລະກຳລັງ​ຊອກ​ສະ​ແຫວ​ງ​ຫາ​ອຳ​ນາດຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG