ທ່ານ Ban Ki-moon ເລຂາທິການໃຫຍ່ຂອງອົງການສະຫະປະ
ຊາຊາດໄດ້ສະເໜີ ໃຫ້ສ້າງຕັ້ງ ຄະນະປະຕິບັດງານ ທີ່ປະກອບ
ດ້ວຍ 3 ທ່ານ ເພື່ອສືບສວນເບິ່ງການໂຈມຕີດ້ວຍອາວຸດເຄມີຢູ່ຊີ
ເຣຍ.
ໃນຈົດໝາຍທີ່ສົ່ງໄປເຖິງສະພາຄວາມໝັ້ນຄົງສະຫະປະຊາຊາດ
ໃນວັນພະຫັດວານນີ້ ທ່ານ Ban ກ່າວວ່າ ຄະນະປະຕິບັດງານ ທີ່
ເປັນອິດສະຫຼະດັ່ງກ່າວ ຈະພະຍາຍາມລະບຸໂຕ ຜູ້ທີ່ຮັບຜິດຊອບ
ໃນການໃຊ້ສານຄລໍລີນ ແລະອາວຸດເຄມີອື່ນໆ ໃນການໂຈມຕີ ຢູ່
ຊີເຣຍ.
ໃນຕົ້ນເດືອນນີ້ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ລົງຄະແນນສຽງ ຢ່າງເປັນເອກກະສັນຮັບຮອງເອົາມະຕິສະບັບນຶ່ງ ຮຽກຮ້ອງໃຫ້ຈັດຕັ້ງ ຄະນະສືບສວນຂຶ້ນ ເພື່ອລົງຄວາມເຫັນວ່າ ແມ່ນໃຜເປັນຜູ້ຮັບຜິດຊອບໃນການໂຈມຕີທີ່ໄດ້ສັງຫານແລະເຮັດ ໃຫ້ພົນລະເຮືອນຈຳນວນຫຼວງຫຼາຍບາດເຈັບນັ້ນ.
ໃນປີ 2013 ສະຫະລັດແລະຣັດເຊຍ ໄດ້ຮ່ວມກັນ ທວງໃຫ້ຊີເຣຍ ກຳຈັດອາວຸດເຄມີຂອງ
ຕົນ ເພື່ອຫລີກລ່ຽງຕໍ່ອັນທີ່ອາດຈະເປັນການໂຈມຕີທີ່ເກືອບວ່າແນ່ນອນແລ້ວຂອງສະຫະ ລັດເພື່ອເປັນການຕອບໂຕ້ຕໍ່ການໂຈມຕີດ້ວຍແກັສພິດໃສ່ພົນລະເຮືອນໃນເຂດນະຄອນ ຫຼວງດາມັສກັສ.
ແຕ່ການໂຈມຕີດ້ວຍອາວຸດເຄມີຍັງດຳເນີນຢູ່ຕໍ່ມາ ແລະມີຄວາມວິຕົກກັງວົນກັນວ່າຊີເຣຍ ໄດ້ໃຊ້ສານພິດອື່ນໆ ເຊັ່ນວ່າຄລໍລີນເປັນຕົ້ນ.